ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີຄັ້ງທີ 24

- 24th - ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີຄັ້ງທີ 24
- kitchen vibe - ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີຄັ້ງທີ 24

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບອະນາຄົດຂອງອາຊີຄັ້ງທີ 24 ພາຍໃຕ້ຫົວຂໍ້: ສືບຕໍ່ເປີດກວ້າງອາຊີ-ຈະເຮັດແນວໃດ ເພື່ອໃຫ້ກ້າວໄປສູ່ ຄວາມວັດທະນາຖາວອນ ແລະ ມີສະຖຽນລະພາບ (Keeping Asia Open  How to achieve Prosperity and Stability), ເຊິ່ງຈັດໂດຍສໍານັກງານໜັງສືພິມເສດຖະກິດຍີ່ປຸ່ນ ຫລື ນິກເກ (NIKKEI) ໃນວັນທີ 11-12 ມິຖຸນານີ້ ທີ່ໂຕກຽວ, ປະເທດຍີ່ປຸ່ນ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດກ່າວປາໄສທີ່ປິ່ນອ້ອມຫົວຂໍ້ຂອງກອງປະຊຸມ, ຊຶ່ງໄດ້ສະແດງທັດສະນະກ່ຽວກັບການເປີດກວ້າງການຮ່ວມມືຂອງອາຊີໃນໄລຍະຜ່ານມາ ແລະ ບັນດາຂໍ້ລິເລີ່ມໃໝ່ທີ່ໄດ້ເກີດຂຶ້ນໃນປັດຈຸບັນຢູ່ອາຊີ ແລະ ໃນໂລກ, ລວມທັງໄດ້ຊຸກຍູ້ໃຫ້ອາຊີສືບຕໍ່ເປີດກວ້າງການຮ່ວມມືໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ຊຸກຍູ້ພາກພື້ນອື່ນໃຫ້ຄວນເປີດກວ້າງການຮ່ວມມືກັບອາຊີເຊັ່ນກັນໃນປັດຈຸບັນ ກໍຄືອະນາຄົດ, ເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ກ້າວໄປສູ່ຄວາມວັດທະນາຖາວອນຂອງອາຊີ ກໍຄືຂອງພາກພື້ນ ແລະ ໂລກ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕອບຄໍາຖາມຢູ່ໃນກອງປະຊຸມກ່ຽວກັບການພັດທະນາພື້ນຖານໂຄງລ່າງການເຊື່ອມຈອດຢູ່ ສປປ ລາວ ເພື່ອຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມຈອດກັບພາກພື້ນ ແລະ ຄວາມຄາດຫວັງຂອງ ສປປ ລາວ ໃນການຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ. ນອກນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ສໍາພາດກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປັດຈຸບັນ ເປັນຕົ້ນແມ່ນນະໂຍບາຍດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ການພັດທະນາອຸດສາຫະກໍາທີ່ມີທ່າແຮງ ເຊັ່ນ: ອຸດສາຫະກໍາປຸງແຕ່ງກະສິກໍາ, ອຸດສາຫະກໍາພະລັງງານໄຟຟ້າທີ່ສະອາດຍືນຍົງ, ອຸດສາຫະກໍາການທ່ອງທ່ຽວ ແລະ ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ລວມທັງການຮ່ວມມື ແລະ ການສະໜັບສະໜູນຈາກຍີ່ປຸ່ນ.

- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີຄັ້ງທີ 24

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມເຮັດວຽກກັບທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຂອງຍີ່ປຸ່ນ ເພື່ອສືບຕໍ່ຮັດແໜ້ນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດລາວ-ຍີ່ປຸ່ນ ທັງລວງເລິກ ແລະ ລວງກວ້າງ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ໄດ້ເຂົ້າຮ່ວມເປັນສັກຂີພະຍານໃນການລົງນາມເອກະສານແລກປ່ຽນໃຫ້ທຶນການສຶກສາ JDS ມູນຄ່າ 310 ລ້ານເຢັນ ລະຫວ່າງທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຍີ່ປຸ່ນ ແລະ ທ່ານເອກອັກຄະຣາຊະທູດຍີ່ປຸ່ນປະຈໍາລາວ.

ນອກນີ້, ທ່ານນາຍົກລັດຖະມົນຕີ, ໄດ້ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຈື່ອງ ຮວາ ບິງ ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ ສສ ຫວຽດນາມ, ບັນດາອົງການ, ສະມາຄົມ ແລະ ບໍລິສັດຂອງຍີ່ປຸ່ນຈໍານວນໜຶ່ງ.

 

- 4 - ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີຄັ້ງທີ 24
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!