ເປີດໂຮງແຮມລະດັບ 5 ດາວ ຄລາວພລາຊາວຽງຈັນຢ່າງເປັນທາງ

- kitchen vibe - ເປີດໂຮງແຮມລະດັບ 5 ດາວ ຄລາວພລາຊາວຽງຈັນຢ່າງເປັນທາງ

 

- Crown Plaza 300x169 - ເປີດໂຮງແຮມລະດັບ 5 ດາວ ຄລາວພລາຊາວຽງຈັນຢ່າງເປັນທາງພິທີເປີດໂຮງແຮມລະດັບ 5 ຄຣາວພລາຊາວຽງຈັນ (CROWNE PLAZA VIENTIANE) ຢ່າງເປັນທາງການໄດ້ມີຂຶ້ນໃນວັນທີ 27 ເມສານີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ມີບັນດາລັດຖະມົນຕີ, ຄະນະຜູ້ບໍລິຫານບໍລິສັດລົງທຶນກໍ່ສ້າງໂຮງແຮມ ແລະ ແຂກຖືກເຊີນເຂົ້າຮ່ວມເປັນຈໍານວນຫລາຍ.

- Visit Laos Visit SALANA BOUTIQUE HOTEL - ເປີດໂຮງແຮມລະດັບ 5 ດາວ ຄລາວພລາຊາວຽງຈັນຢ່າງເປັນທາງ

ທ່ານ ດວ່ານ ກວັກ ຫຽດ (Doan Quoc Huy) ຜູ້ຕາງໜ້າບໍລິສັດ ບີມກລຸບ ກ່າວວ່າ: ໂຮງແຮມ ຄຣາວພລາຊາວຽງຈັນຕັ້ງຢູ່ໃຈກາງນະຄອນຫລວງວຽງຈັນໃກ້ກັບສວນສາທາລະນະເຈົ້າຟ້າງຸ່ມ, ເປັນໂຮງແຮມລະດັບ 5 ດາວຂອງກຸ່ມໂຮງແຮມອິນເຕີຄອນທິເນັນໂທລໂຮເທວ (IHG) ແຫ່ງທຳອິດລາວທີ່ມີຄຸນນະພາບ ແລະ ມີສິ່ງອຳນວຍຄວາມສະດວກຄົບວົງຈອນ ເພື່ອຕອບສະໜອງຄວາມຕ້ອງການຂອງບັນດານັກທຸລະກິດ ແລະ ນັກທ່ອງທ່ຽວທີ່ມາທ່ອງທ່ຽວພັກຜ່ອນ, ເຄື່ອນໄຫວວຽກງານ ແລະ ດໍາເນີນທຸລະກິດຢູ່ລາວ.

ໂຮງແຮມແຫ່ງນີ້ມີມູນຄ່າກໍ່ສ້າງຫລາຍ 78 ລ້ານໂດລາສະຫະລັດ, ສູງ 13 ຊັ້ນ, ມີ 200 ຫ້ງພັກທີ່ຫລູຫລາ ແລະ ມີຄວາມເໝາະສົມແກ່ການຈັດງານປະຊຸມ ຫລື ງານກິດຈະກຳຕ່າງໆດ້ວຍຫ້ອງປະຊຸມທີ່ທັນສະໄໝຂະໜາດໃຫຍ່ ແລະ ຫ້ອງຈັດປະຊຸມສຳມະນາທີ່ມີອຸປະກອນຄົບຊຸດຈໍານວນ 6 ຫ້ອງທີ່ສາມາດປັບແຕ່ງໃຫ້ເໝາະສົມກັບຄວາມຕ້ອງການຂອງປະເພດງານ.

ທ່ານ ລີນ ຮາວູດ (Leanne Harwood) ຮອງປະທານຝ່າຍປະຕິບັດການ IHG ເອເຊຍຕາເວັນອອກສຽງໃຕ້ ແລະ ສ.ເກົາຫລີ ກ່າວວ່າ: ພວກເຮົາມີຄວາມຍິນດີທີ່ໄດ້ສະເຫລີມສະຫລອງການເປີດໂຮງແຮມແຫ່ງນີ້ຢູ່ປະເທດທີ່ພວມມີການເຕີບໃຫຍ່ຢ່າງວ່ອງໄວດ້ານເສດຖະກິດໃນພາກພື້ນ, ລາວມີການພັດທະນາຫລາຍດ້ານ ເຊັ່ນການກໍ່ສ້າງປັບປຸງໂຄງລ່າງພື້ນຖານ, ການສົ່ງເສີມການທ່ອງທ່ຽວ ແລະ ດຶງດູດການລົງທຶນຈາກຕ່າງປະເທດເຂົ້າປະເທດໄດ້ເປັນຢ່າງດີ.

ທ່ານ ໂອລີເວີ ຮອນ (Oliver Horn) ຜູ້ຈັດການໃຫຍ່ໂຮງແຮມຄຣາວພລາຊາວຽງຈັນ ກ່າວວ່າ: ສປປ ລາວ ໄດ້ຮັບການຈັບຕາເບິ່ງຫລາຍທີ່ສຸດໃນຖານະຜູ້ນຳພາຈຸດເປົ້າໝາຍດ້ານການທ່ອງທ່ຽວ ແລະ ໂຮງແຮມແຫ່ງນີ້ເປັນໜຶ່ງໃນເຄື່ອງໝາຍການຄ້າດ້ານໂຮງແຮມທີ່ຈະເລີນເຕີບໃຫຍ່ໄວ ແລະ ມີຄວາມໜ້າເຊື່ອຖືໃນທົ່ວໂລກ. ພວກເຮົາໝັ້ນໃຈວ່າປະສົບການທີ່ດີທີ່ສຸດຜ່ານມາຈະສາມາດເຊື່ອມໂຍງລູກຄ້າ ແລະ ແຂກຈາກທົ່ວໂລກມາໃຊ້ບໍລິການກັບພວກເຮົານະຄອນຫລວງວຽງຈັນດິນແດນອັນສວຍງາມແຫ່ງນີ້.

- 3 - ເປີດໂຮງແຮມລະດັບ 5 ດາວ ຄລາວພລາຊາວຽງຈັນຢ່າງເປັນທາງ
- 4 - ເປີດໂຮງແຮມລະດັບ 5 ດາວ ຄລາວພລາຊາວຽງຈັນຢ່າງເປັນທາງ
- 5 - ເປີດໂຮງແຮມລະດັບ 5 ດາວ ຄລາວພລາຊາວຽງຈັນຢ່າງເປັນທາງ