ມີຫລາຍປັດໄຈພາໃຫ້ລາຄານ້ຳມັນເຊື້ອໄຟເໜັງຕິງ


ປະເທດເຮົາ, ແມ່ນນຳເຂົ້ານໍ້າມັນເຊື້ອໄຟ 100% ສະເລ່ຍປີໜຶ່ງປະມານ 1.200-1.300 ລ້ານລິດ, ສະນັ້ນການເໜັງຕີງຂື້ນ-ລົງຂອງລາຄານໍ້າມັນນັ້ນແມ່ນອີງຕາມລາຄາໃນຕະຫລາດໂລກ. ຂະນະດຽວກັນກໍມີປັດໃຈພາຍໃນບາງດ້ານທີ່ເຮັດໃຫ້ລາຄານ້ຳມັນຢູ່ປະເທດເຮົາຍັງສູງກວ່າປະເທດໃກ້ຄຽງ ແລະ ໃນ 5 ເດືອນຜ່ານມານີ້, ຢູ່ປະເທດເຮົາໄດ້ປັບລາຄານ້ຳມັນຂຶ້ນ ຄັ້ງ ແລະ ປັບລົງພຽງຄັ້ງດຽວ.
ທ່ານ ວິໄລວົງ ບຸດດາຄຳ ປະທານກຳມາທິການແຜນການ, ການເງິນແລະ ກວດສອບ ສະພາແຫ່ງຊາດໄດ້ຊີ້ໃຫ້ເຫັນວ່າ: ສາເຫດທີ່ລາຄານ້ຳມັນເຊື້ອໄຟໃນປະເທດເຮົາມີການເໜັງຕີງຍ້ອນຈາກປັດໃຈພາຍໃນ ແລະ ພາຍນອກຄື:ປັດໃຈພາຍນອກແມ່ນສະພາບຄວາມບໍ່ໝັ້ນຄົງຂອງສາກົນ, ບັນຫາສົງຄາມ ແລະ ການແກ້ງແຍ້ງດ້ານພະລັງງານຂອງບັນດາປະເທດມະຫາອຳນາດໃນໂລກທີ່ມີການຜັນແປແບບຄາດຄະເນໄດ້ຍາກ, ການສະໜອງຈາກກຸ່ມຜູ້ຜະລິດນ້ຳມັນເຊື້ອໄຟລາຍໃຫຍ່ຂອງໂລກຍັງສືບຕໍ່ຫລຸດລົງຈົນຮອດທ້າຍປີ 2018 ແລະ ຍັງມີການຜູກຂາດບາງປະເທດໃນອາຊີ, ຕົ້ນທຶນໃນການຂົນສົ່ງນ້ຳມັນເຊື້ອໄຟມາປະເທດເຮົາແມ່ນສູງກວ່າປະເທດໃກ້ຄຽງ. ສ່ວນປັດໃຈພາຍໃນແມ່ນຍ້ອນການກຳນົດໂຄງປະກອບລາຄານ້ຳມັນເຊື້ອໄຟຍັງມີຫລາຍລາຍການ, ການເກັບພາສີ-ອາກອນຍັງມີຫລາຍລາຍການ ແລະ ຊ້ຳຊ້ອນ ເຊັ່ນ: ພາສີຂາເຂົ້າ, ອາກອນຊົມໃຊ້ຂາເຂົ້າ ແລະ ອາກອນມູນຄ່າເພີ່ມ, ການເກັບຄ່າກວດການັບບໍລິມາດນ້ຳມັນເຊື້ອໄຟ, ການນຳໃຊ້ຄັງແຮ ເພື່ອດັດສົມນ້ຳມັນເຊື້ອໄຟຍັງມີຫລາຍຂັ້ນຕອນ ແລະ ບໍ່ຕອບສະໜອງໄດ້ຕໍ່ສະພາບການເໜັງຕີ, ການບໍລິການນຳເຂົ້ານ້ຳມັນເຊື້ອໄຟຍັງມີຫລາຍຂັ້ນຂອດ ເພິ່ມຄ່າສິ້ນເປືອງຕ່າງໆຫລາຍຂຶ້ນ. ສະນັ້ນກ່ອນອື່ນ ຕ້ອງໄດ້ແກ້ໄຂປັບປຸງໂຄງປະກອບ ແລະ ກຳນົດລາຄານ້ຳມັນເຊື້ອໄຟ ໂດຍການເກັບພາສີນຳເຂົ້າໃນອັດຕາໃນຂອບການຄາເສລີ AFTA ແລະຫລຸດຜ່ອນອັດຕາອາກອນ, ຄ່າທຳນຽມ ແລະ ຄ່າບໍລິການຕ່າງໆຂອງພາກລັດໃຫ້ເໝາະສົມ ແລະ ເພື່ອຫລຸດຜ່ອນການແບກຫາບລາຄາຂອງຜູ້ຊົມໃຊ້ກໍຄືປະຊາຊົນ.
ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ການປັບລາຄານໍ້າມັນເຊື້ອໄຟຂຶ້ນ-ລົງໃນປະເທດເຮົາ, ແມ່ນອີງຕາມລາຄານ້ຳມັນຈາກຕະຫລາດໂລກ ໂດຍສະເພາະແມ່ນຕະຫລາດສິງກະໂປ ແລະ ໃນປີ 2018 ນີ້, ບໍ່ສາມາດປັບຕາມລາຄາຕະຫລາດໂລກໄດ້ ເນື່ອງຈາກອາຊຽນໄດ້ຫລຸດອັດຕາພາສີນ້ຳມັນເຊື້ອໄຟລົງເຫລືອ 0%. ຈາກບັນຫາດັ່ງກ່າວ, ລັດຖະບານໄດ້ເກັບອາກອນຊົມໃຊ້ເພີ່ມຂຶ້ນ 4%.
ລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ການຕິດຕາມລາຄານໍ້າມັນແມ່ນເບິ່ງຈາກສອງແຫລ່ງຄື: ນ້ຳມັນດິບແມ່ນຈາກຕະຫລາດ WTI, Brent ແລະ ດູໄບ (Dubai) ແລະ ນ້ຳມັນສຳເລັດຮູບແມ່ນຕິດຕາມຈາກຕະຫລາດສິງກະໂປ, ຊຶ່ງເປັນຕະຫລາດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້. ສ່ວນໂຄງປະກອບລາຄານ້ຳມັນຢູ່ລາວ ນອກຈາກລາຄານຳເຂົ້າແລ້ວຍັງປະກອບມີພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆ, ລາຍຈ່າຍ ຫລື ຕົ້ນທຶນຂອງຜູ້ປະກອບການ ແລະ ກຳໄລຂອງຜູ້ປະກອບການ ແລະ ໃນປີ 2018 ລາຄານ້ຳມັນດິບໃນຕະຫລາດໂລກເພີ່ມຂຶ້ນກວ່າ 70 ໂດລາສະຫະລັດຕໍ່ບາເຣນ ແລະ ນ້ຳມັນສຳເລັດຮູບໄດ້ສູງຂຶ້ນກວ່າ 80 ໂດລາສະຫະລັດຕໍ່ບາເຣນ. ອັນໄດ້ເຮັດໃຫ້ວັນທີ 15 ມັງກອນ 2018 ໄດ້ຫລຸດການເກັບຄັງແຮລົງຈາກ 500 ມາເປັນ 300 ກີບຕໍ່ລິດ ແລະ ປັບລາຄາຂຶ້ນ 100-140 ກີບຕໍ່ລິດຕາມລຳດັບ.
ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ເພື່ອຮອງຮັບການຫລຸດອັດຕາພາສີເຫລືອ 0% ລັດຖະບານໄດ້ເພີ່ມການເກັບອາກອນ ຊົມໃຊ້ຂຶ້ນຈາກ 35% ເປັນ 39% ສໍາລັບນໍ້າມັນແອັດຊັງພິເສດ, ຈາກ 30% ເປັນ 34% ສໍາລັບນໍ້າມັນແອັດຊັງທຳມະດາ ແລະ ຈາກ 20% ເປັນ 24% ສໍາລັບນໍ້າມັນກາຊວນ, ອັນໄດ້ເຮັດໃຫ້ລາຄານ້ຳມັນເຊື້ອໄຟພາຍໃນເພີ່ມຂຶ້ນຢ່າງໜ້ອຍ 200 ກີບຕໍ່ລິດ ແລະ ບວກກັບການເໜັງຕີງຂອງອັດຕາແລກປ່ຽນທີ່ມີການເໜັງຕີງເລື້ອຍໆ.