ເຖົ້າໄວຍ້ອນກົ້ມໜ້າໃສ່ແຕ່ຈໍໂທລະສັບມືຖື


ໃນຍຸຸກສັງຄົມກົ້ມໜ້າ ເບິ່ງໄປທາງໃດກໍເຫັນແຕ່ຄົນກົ້ມໜ້າໃສ່ຈໍໂທລະສັບມືຖື ຫລື ແທັບເລັດ ເຊິ່ງແພດໄດ້ເຄີຍອອກມາເຕືອນເລື່ອງການໃຊ້ສະມາດໂຟນຫລາຍເກີນໄປວ່າມີຜົນເສຍທັງຕໍ່ດວງຕາ, ນິ້ວມື ລວມເຖິງສຸຸຂະພາບໂດຍລວມ ຖ້າທ່ານຫລິ້ນໂດຍບໍ່ພັກຜ່ອນ ຫລື ຫລິ້ນຢູ່ບ່ອນມືດ, ແສງສະຫ່ວາງບໍ່ພຽງພໍ, ແຕ່ຕອນນີ້ກໍມີຜົນເສຍໃໝ່ທີ່ເກີດຂຶ້ນກັບຄົນທຸກເພດໄວ ໂດຍສະເພາະແມ່ຍິງທີ່ເມົາແຕ່ກົ້ມໜ້າໃສ່ຈໍໂທລະສັບຈົນຜິວໜັງບໍລິເວນລຳຄໍຫ່ຽວຍານຈົນເຫັນຮອຍ.
ໂດຍປົກກະຕິຜິວໜັງບໍລິເວນຄໍຂອງແມ່ຍິງທົ່ວໄປຈະເລີ່ມຫ່ຽວ, ມີຮອຍກໍຕໍ່ເມື່ອເຂົ້າສູ່ອາຍຸ 40 ປີໄປແລ້ວ, ແຕ່ທຸກມື້ນີ້ ຮອຍຫ່ຽວຍານເຫລົ່ານັ້ນກໍປະກົດຂຶ້ນຕາມລຳຄໍໄວກ່ວາອາຍຸ ໂດຍສະເພາະຜູ້ທີ່ມີອາຍຸຢູ່ໃນລະຫ່ວາງ 18 – 39 ປີ ຍິ່ງກັບຜູ້ທີ່ຕ້ອງກົ້ມໜ້າຈ້ອງຈໍຄອມພິວເຕີ, ຈໍໂທລະສັບຕ່າງໆມື້ໜຶ່ງປະມານ 150 ເທື່ອ ຍິ່ງມີຫລາຍ ເຊິ່ງແພດກໍໄດ້ອອກມາເຕືອນວ່າ : ຮອຍຫ່ຽວຕ່າງໆທີ່ເກີດຂຶ້ນກໍຍ້ອນການເຄື່ອນໄຫວຂອງໂຕເຮົາ ທັງການຫຍໍ້ຄິ້ວ, ເຮັດໜ້າຫ່ຽວ, ຍິ້ມກ້ວາງໆ, ກົ້ມໜ້າ, ຢືດຄໍ, ງວາກຄໍໄປເບິ່ງ.
ແພດຜູ້ຊ່ຽວຊານໄດ້ແນະນຳວິທີປ້ອງກັນໄວ້ວ່າ : ຄວນຈະພັກຜ່ອນເປັນໄລຍະໃນຕອນໃຊ້ອຸປະກອນເອເລັກໂຕຣນິກ, ອອກກຳລັງກາຍຄໍຢູ່ເປັນປະຈຳ, ໃຊ້ຄຣີມບຳລຸງທີ່ມີສານຕໍ່ຕ້ານອະນຸມູນອິດສະລະ, ວິຕາມິນ, ນວດຄໍ ຫລື ໃຊ້ຄື້ນອັລຕຣາຊາວ, ຄື້ນຄວາມຖີ່ວິທະຍຸກໍຊ່ວຍໃຫ້ຜິວເຄັ່ງຕຶງຂຶ້ນໄດ້.