ວິທີແກ້ໄຂບັນຫາການຂາດແຄນນັກບິນຂອງປະເທດຍີ່ປຸ່ນ

ວິທີແກ້ໄຂບັນຫາການຂາດແຄນນັກບິນຂອງປະເທດຍີ່ປຸ່ນ - 021406 2018 - ວິທີແກ້ໄຂບັນຫາການຂາດແຄນນັກບິນຂອງປະເທດຍີ່ປຸ່ນ
ວິທີແກ້ໄຂບັນຫາການຂາດແຄນນັກບິນຂອງປະເທດຍີ່ປຸ່ນ - kitchen vibe - ວິທີແກ້ໄຂບັນຫາການຂາດແຄນນັກບິນຂອງປະເທດຍີ່ປຸ່ນ

ຍີ່ປຸ່ນແກ້ໄຂກົດຂໍ້ບັງຄັບໃໝ່ໃຫ້ນັກບິນສາມາດເຮັດວຽກໄດ້ຈົນເຖິງອາຍຸ 67 ປີ ຈາກຂໍ້ບັງຄັບເກົ່າທີ່ຕ້ອງກະສຽນອາຍຸຕອນ 65 ປີ ເພື່ອແກ້ໄຂບັນຫານັກບິນຂາດແຄນ, ແຕ່ຈຳນວນຖ້ຽວບິນການຄ້າພັດເພີ່ມຫລາຍຂຶ້ນ ສົ່ງຜົນໃຫ້ຍີ່ປຸ່ນກາຍເປັນປະເທດທີ່ນັກບິນມີອາຍຸການເຮັດວຽກດົນທີ່ສຸດໃນໂລກ.

ກ່ອນໜ້ານີ້ເຄີຍມີລາຍງານຈາກຜູ້ຊ່ຽວຊານອາວຸໂສຈາກອົງກອນທີ່ປຶກສາດ້ານການບິນ CA – PA ທີ່ລະບຸວ່າ : ສາຍການບິນໃນອາຊີຕາເວັນອອກສຽງໃຕ້ກຳລັງມີການເຕີບໃຫຍ່ຂະຫຍາຍໂຕແບບບໍ່ດຸ່ນດ່ຽງ ໂດຍສ່ວນຫລາຍຈະເນັ້ນໃຫ້ຄວາມສຳຄັນສະເພາະກັບການຈັດຊື້ເຮືອບິນລຳໃໝ່ ແລະ ການທຸ້ມເງິນໄປກັບແຄມເປນໂຄສະນາເພື່ອດຶງດູດຜູ້ໂດຍສານ ໂດຍທີ່ໃນ ຄວາມຈິງແລ້ວ ພູມີພາກອາຊີຕາເວັນອອກສຽງໃຕ້ກຳລັງປະສົບບັນຫາການຂາດແຄນນັກບິນຢ່າງຮຸນແຮງ ໂດຍສະເພາະນັກບິນທີ່ມີປະສົບການ ແລະ ຊົ່ວໂມງບິນສູງ ເຊິ່ງຜູ້ຜະລິດສະໜາມບິນເຈົ້າໃຫຍ່ດັ່ງໂບອິ້ງ ເຄີຍປະເມີນວ່າພູມີພາກອາຊີ- ອາຊີຟິກມີຄວາມຕ້ອງການນັກບິນໃໝ່ ສູງເຖິງ 216.000 ຕຳແໜ່ງພາຍໃນໄລຍະເວລາ 20 ປີຂ້າງໜ້າ ຫລື ຄິດໄລ່ເປັນ 40% ຂອງຄວາມຕ້ອງການນັກບິນທົ່ວໂລກ. ຂະນະທີ່ຈຳນວນຜູ້ໂດຍສານເຮືອບິນໃນພູມີພາກນີ້ຈະເພີ່ມຈຳນວນສູງຂຶ້ນຈົນມີອັດຕາສ່ວນ ຄິດໄລ່ເປັນ 42% ຂອງຜູ້ໂດຍສານທົ່ວໂລກ ຫລື 1.800 ລ້ານກ່ວາຄົນໃນ 20 ປີເຊັ່ນກັນ.

ວິທີແກ້ໄຂບັນຫາການຂາດແຄນນັກບິນຂອງປະເທດຍີ່ປຸ່ນ - Visit Laos Visit SALANA BOUTIQUE HOTEL - ວິທີແກ້ໄຂບັນຫາການຂາດແຄນນັກບິນຂອງປະເທດຍີ່ປຸ່ນ

ໂດຍປະຈຸບັນ ຍີ່ປຸ່ນມີນັກບິນທັງໝົດ 5.900 ຄົນ ໃນຈຳນວນນີ້  500 ກ່ວາຄົນທີ່ມີອາຍຸເກີນ 60 ປີ ເຊິ່ງບັນຫາຂາດແຄນນັກບິນຈະຍິ່ງທະວີຄວາມຮຸນແຮງຫລາຍຂຶ້ນເລື້ອຍໆໃນທົດສະວັດ 2030 ເຊິ່ງເປັນໄລຍະເວລາທີ່ນັກບິນອີກເປັນຈຳນວນຫລາຍຈະເລີ່ມກະສຽນອາຍຸ.

ສຳລັບການແກ້ໄຂກົດການບິນໃໝ່ໃນເທື່ອນີ້ມີຂໍ້ກົດນຳຢ່າງຈະແຈ້ງໃນການຄວບຄຸມນັກບິນທີ່ມີອາຍຸເກີນ 65 ປີ ໂດຍຈະກຳນົດໃຫ້ເຮັດການບິນໄດ້ເດືອນລະ 80 ຊົ່ວໂມງ ຫລື 216 ຊົ່ວໂມງຕໍ່ໄລຍະເວລາ 3 ເດືອນ. ຂະນະທີ່ຜູ້ຊ່ວຍນັກບິນທີ່ຈະມາປະຕິບັດງານຮ່ວມກັບນັກບິນທີ່ມີອາຍຸ 65 ປີຂຶ້ນໄປຈະຕ້ອງມີອາຍຸບໍ່ເກີນ 59 ປີ. ນອກຈາກນີ້, ນັກບິນຄົນໃດທີ່ມີອາຍຸເກີນ 65 ປີ ແລະ ຢັ້ງຢືນທີ່ຈະປະຕິບັດໜ້າທີ່ຕໍ່ຈະຕ້ອງຜ່ານການທົດລອງພະຍາດຊັອກບ້າໝູ ແລະ ການກວດສຸຂະພາບອື່ນໆຕື່ມອີກ.

ວິທີແກ້ໄຂບັນຫາການຂາດແຄນນັກບິນຂອງປະເທດຍີ່ປຸ່ນ - 5 - ວິທີແກ້ໄຂບັນຫາການຂາດແຄນນັກບິນຂອງປະເທດຍີ່ປຸ່ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!