ຜູ້ນຳຝຣັ່ງ ແລະ ອີຕາລີ ຈະພົບກັນໃນມື້ນີ້ ຫລັງຖົກຖຽງກັນເລື່ອງຮັບຜູ້ອົບພະຍົບ


ທຳນຽບປະທານາທິບໍດີຝຣັ່ງ ຖະແຫລງຢືນຢັນວ່າ: ນາຍົກລັດຖະມົນຕີ ຈູເຊປເປ ຄອນເຕ ຂອງອີຕາລີ ຈະເດີນທາງຢ້ຽມຢາມຝຣັ່ງ ແລະ ພົບປະຫາລືກັບປະທານາທິບໍດີ ເອມານູແອລ ມາຄຣົງ ໃນວັນທີ 15 ມິຖຸນານີ້.
ທຳນຽບເອລີເຊຂອງຝຣັ່ງ ຖະແຫລງໃນວັນທີ 14 ມິຖຸນາວ່າ: ປະທານາທິບໍດີ ມາຄຣົງ ແລະ ທ່ານ ຄອນເຕ ໄດ້ຫາລືກັນທາງໂທລະສັບ ໃນວັນທີ 13 ມິຖຸນາ ທ່າມກາງຄວາມຂັດແຍ່ງລະຫວ່າງສອງປະເທດ ຈາກກໍລະນີການຮັບຜູ້ອົບພະຍົບ. ອີຕາລີຕ້ອງການຄຳຂໍໂທດ ພາຍຫລັງປະທານາທິບໍດີຝຣັ່ງ ກ່າວຫາລັດຖະບານໃໝ່ຂອງອີຕາລີວ່າມີພຶດຕິກຳບໍ່ຮັບຜິດຊອບກໍລະນີປະຕິເສດການຮັບເຮືອກູ້ໄພທີ່ມີຜູ້ອົບພະຍົບຈຳນວນ 629 ຄົນ. ເຖິງຢ່າງໃດກໍຕາມ, ທ່ານ ມາຄຣົງ ຊີ້ແຈງວ່າ: ທ່ານບໍ່ໄດ້ຕັ້ງໃຈກ່າວດູໝິ່ນອີຕາລີ ແລະ ປະຊາຊົນອີຕາລີ. ທຳນຽບປະທານາທິບໍດີຝຣັ່ງ ຖະແຫລງວ່າ: ຜູ້ນຳຝຣັ່ງ ແລະ ອີຕາລີ ໄດ້ຫາລືເຖິງສະຖານະການເຮືອຜູ້ອົບພະຍົບ ແລະ ຕົກລົງກັນວ່າ: ຝຣັ່ງ ແລະ ອີຕາລີ ຈະປະຕິບັດຕາມຄຳໝັ້ນສັນຍາໃນການບັນເທົາທຸກສຸກເສີນຕາມຫລັກມະນຸດສະທຳ ເພື່ອຊ່ວຍເຫລືອປະຊາຊົນທີ່ຕົກຢູ່ໃນອັນຕະລາຍ.