ກະຊວງສຶກສາທິການ ແລະ ກິລາມອບໃບຍ້ອງຍໍໃຫ້ຜູ້ຕາງໜ້າອົງການອາຫານໂລກປະຈຳລາວ


ເມື່ອທ້າຍອາທິດຜ່ານ ມານີ້, ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ນາງ ແສງເດືອນຫລ້າ ຈັນທະບູນ,ໄດ້ມອບໃບຍ້ອງ ຍໍຂັ້ນກະຊວງຕົນໃຫ້ແກ່ ທ່ານນາງ ຊາຣາ ກອກ ດອນ-ກິບຊັນ ຜູ້ຕາງໜ້າ ອົງການອາຫານໂລກປະຈໍາ ລາວ ທີ່ມີຜົນງານໃນການ ປະກອບສ່ວນຊ່ວຍເຫຼືອເຂົ້າ ໃນວຽກງານພັດທະນາການ ສຶກສາ, ໂດຍສະເພາະແມ່ນ ວຽກງານອາຫານເສີມ ແລະ ອາຫານທ່ຽງໃນໂຮງ ຮຽນ ຊັ້ນອະນຸບານ ແລະ ປະ ຖົມສຶກສາໃນລາວ.


+ ສະຫວັນນະເຂດມອບໃບຍ້ອງຍໍໃຫ້ຄະນະຮາກຖານ ແລະ ໜ່ວຍຊາວໜຸ່ມພາຍໃນແຂວງ
+ ອົງການອາຫານໂລກ ແລະ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນຮ່ວມມືສົ່ງເສີມການພັດທະນາໄວໜຸ່ມຍິງລາວ
ໃນໄລຍະຜ່ານມາ, ອົງ ການອາຫານໂລກປະຈໍາ ລາວ, ໄດ້ໃຫ້ການຊຸກຍູ້ ແລະ ສະໜັບສະໜູນດ້ານງົບ ປະມານໃຫ້ແກ່ລັດຖະບານ ໃນການທົບທວນຄືນແຜນ ຍຸດ ທະສາດການສ້າງຄວາມ ໝັ້ນຄົງໃນວຽກງານສະ ບຽງອາຫານ ແລະ ໂພຊະ ນາການຢູ່ລາວ. ການທົບ ທວນດັ່ງກ່າວ, ໄດ້ຊີ້ໃຫ້ເຫັນ ເຖິງ ຄວາມຄິດເຫັນ ແລະ ວຽກງານຫລາຍດ້ານທີ່ຈະຕ້ອງໄດ້ປະຕິບັດເພື່ອໃຫ້ບັນລຸຕາມເປົ້າໝາຍການພັດ ທະນາເພື່ອຄວາມຍືນຍົງທີ 2 ຢູ່ລາວພາຍໃນປີ 2030. ນອກນີ້, ຍັງໄດ້ຊຸກຍູ້ດ້ານ ການປ່ຽນວິທີໃຫ້ການຊ່ວຍ ເຫຼືອຂອງອົງການອາຫານ ໂລກຢູ່ລາວ ຈາກການໃຫ້ ຄວາມຊ່ວຍເຫຼືອອາຫານ ໂດຍກົງຢ່າງດຽວມາເປັນ ການສ້າງຂີດຄວາມສາມາດໃຫ້ແກ່ຊຸມຊົນ ແລະ ລັດຖະ ບານ ເພື່ອສະໜັບສະໜູນ ຂະບວນການ ແລະ ກິດຈະ ກຳໃນການຄ່ຽນຖ່າຍວຽກ ງານອາຫານໃນໂຮງຮຽນ ໃຫ້ ແກ່ລັດຖະບານລາວ ເພື່ອ ກ້າວຂຶ້ນມາເປັນປະເທດ ທີ່ມີລາຍຮັບຢູ່ລະດັບປານ ກາງໃຫ້ໄດ້ໃນທີ່ສຸດ.
ປັດຈຸບັນ, ອົງການອາ ຫານໂລກໄດ້ຮ່ວມມືກັບກະຊວງແຜນການ ແລະ ການ ລົງທຶນ ແລະ ທ້ອງຖິ່ນຕ່າງໆ ຫລາຍຂຶ້ນ ເພື່ອກຳນົດແຜນ ປະຕິບັດຮ່ວມໃນການຈັດຕັ້ງ ປະຕິບັດແຜນຍຸດທະສາດ ລະດັບປະເທດ, ເຖິງວ່າວຽກ ງານດັ່ງກ່າວຈະເປັນວຽກ ງານຊ່ວຍເຫຼືອລ້າກໍຕາມ, ອົງການອາຫານໂລກປະຈຳລາວ ຍັງໄດ້ປະກອບສ່ວນ ດ້ານງົບປະມານຂອງອົງ ການ 20% ເຂົ້າໃນວຽກ ງານອີກດ້ວຍ. ພາຍໃຕ້ການ ຊີ້ນຳຂອງທ່ານນາງ ຊາຣາ ກອກດອນ-ກິບຊັນອົງການ ອາຫານໂລກສາມາດໃຫ້ ການຊ່ວຍເຫຼືອໂດຍກົງໃນ ປີ 2017 ໄດ້ເຖິງ 510 ພັນ ຄົນ ແລະ ທ່ານໄດ້ຊ່ວຍຍົກ ລະດັບປະເທດລາວໃຫ້ຢູ່ໜຶ່ງໃນ 80 ປະເທດທີ່ມີຊື່ສຽງ ໃນວຽກງານທີ່ອົງການອາຫານໂລກໄດ້ໃຫ້ການຊ່ວຍ ເຫລືອທົ່ວໂລກ.

