ຊັບສິນ ນະຄອນຫຼວງວຽງຈັນ 5 ເດືອນປະຕິບັດລາຍຮັບໄດ້ 33% ຂອງແຜນການປີ

ຊັບສິນ ນະຄອນຫຼວງວຽງຈັນ 5 ເດືອນປະຕິບັດລາຍຮັບໄດ້ 33% ຂອງແຜນການປີ - sapsin - ຊັບສິນ ນະຄອນຫຼວງວຽງຈັນ 5 ເດືອນປະຕິບັດລາຍຮັບໄດ້ 33% ຂອງແຜນການປີ
ຊັບສິນ ນະຄອນຫຼວງວຽງຈັນ 5 ເດືອນປະຕິບັດລາຍຮັບໄດ້ 33% ຂອງແຜນການປີ - kitchen vibe - ຊັບສິນ ນະຄອນຫຼວງວຽງຈັນ 5 ເດືອນປະຕິບັດລາຍຮັບໄດ້ 33% ຂອງແຜນການປີ

ທ່ານ ວັນໄຊ ທອງສີທາວົງ ຫົວໜ້າຫ້ອງຄຸ້ມຄອງຊັບສິນຂອງລັດປະຈຳນະຄອນຫຼວງວຽງຈັນ ໄດ້ໃຫ້ວ່າ: ຫ້ອງການຂອງຕົນໄດ້ຈັດຕັ້ງປະຕິບັດວຽກງານໃນການຄຸ້ມຄອງຊັບສິນຂອງລັດ ແລະ ຈັດເກັບລາຍຮັບຕາມຕົວເລກມອບໝາຍທີ່ຂັ້ນເທິງມອບໃຫ້ໃນແຕ່ລະໄລຍະຢ່າງຕັ້ງໜ້າ, ຊຶ່ງສະແດງອອກໃນສົກປີ 2015-2016 ໄດ້ຮັບຕົວເລກແຜນການ 55 ຕື້ກີບ ສາມາດປະຕິບັດຕົວຈິງໄດ້ 86,7 ຕື້ກີບເທົ່າກັບ 157,72% ຂອງແຜນການປີ, 3 ເດືອນຂ້າມຜ່ານທ້າຍປີ 2016 ປະຕິບັດໄດ້ 13,26 ຕື້ກວ່າກີບ (ຕົວເລກແຜນການ 9,9 ຕື້ກີບ) ທຽບໃສ່ແຜນການປີເກືອບເທົ່າກັບ 134%, ປີ 2017 ປະຕິບັດໄດ້ 76,42 ຕື້ກວ່າກີບ(ຕົວເລກແຜນການ 50 ຕື້ກີບ)  ເທົ່າກັບ 152,86% ຂອງແຜນການປີ.

ສະເພາະປີ 2018 ໄດ້ຮັບຕົວເລັກແຜນການ 65 ຕື້ກີບ, ໃນ 5 ເດືອນຂອງຕົ້ນປີ 2018 ສາມາດປະຕິບັດໄດ້ 21,32 ຕື້ກວ່າກີບທຽບໃສ່ແຜນການປີເທົ່າກັບ 32,81%. ຄາດຄະເນຮອດທ້າຍເດືອນ 6 ປີ 2018 ຈະສາມາດປະຕິບັດໄດ້ 35,29% ຂອງແຜນການປີ, ສາມາດລົບລ້າງພາຫະນະເກົ່າທະບຽນລັດລົດໃຫຍ່ໄດ້ 52 ຄັນ, ລົດຈັກ 1 ຄັນ ຮິບຊັບສິນທີ່ສານນະຄອນຫຼວງຕັດສິນໃຊ້ໄດ້ຢ່າງເດັດຂາດເປັນຂອງລັດ ແລະ ສະສາງເຂົ້າງົບປະມານລັດຄື: ລົດໃຫຍ່ຈຳນວນ 8 ຄັນສະສາງມູນຄ່າ 155 ລ້ານກີບນຳເຂົ້າງົບປະມານລັດຕາມລະບຽບການ.

ຊັບສິນ ນະຄອນຫຼວງວຽງຈັນ 5 ເດືອນປະຕິບັດລາຍຮັບໄດ້ 33% ຂອງແຜນການປີ - Visit Laos Visit SALANA BOUTIQUE HOTEL - ຊັບສິນ ນະຄອນຫຼວງວຽງຈັນ 5 ເດືອນປະຕິບັດລາຍຮັບໄດ້ 33% ຂອງແຜນການປີ

ສະເພາະບັນຫາຫຍຸ້ງຍາກໃນການເຮັດວຽກຕົວຈິງຂອງບັນດາພະນັກງານການຄຸ້ມຄອງວຽກງານຊັບສິນ ຂອງນະຄອນຫຼວງວຽງຈັນເຫັນວ່າການຄຸ້ມຄອງທີ່ດິນ ແລະ ສິ່ງປຸກສ້າງຂອງລັດກໍຄືຊັບສິນຂອງລັດທີ່ຂຶ້ນກັບການນຳໃຊ້ຂອງບັນດາພະແນກການ, ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆໃນຂອບເຂດທົ່ວນະຄອນຫຼວງວຽງຈັນແມ່ນຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນເນື່ອງຈາກພາລະບົດບາດສິດໜ້າທີ່ຍັງມີການຊ້ຳຊ້ອນກັນລະຫວ່າງກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍທີ່ດິນບາງສະບັບ. ຊຶ່ງບັນຫາຫຍຸ້ງຍາກພົ້ນເດັ່ນແມ່ນກ່ຽວກັບການຄຸ້ມຄອງທີ່ດິນລັດ ກໍຄືການຄົ້ນຄວ້າອະນຸມັດໃຫ້ນຳໃຊ້ທີ່ດິນຂອງລັດ, ປັດຈຸບັນຍັງແມ່ນຂະແໜງ ການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເປັນຜູ້ຄຸ້ມຄອງຮັກສາຂໍ້ມູນຖິຕິສຳນວນໃບຕາດິນລັດ, ການຈັດຕັ້ງຄົ້ນຄວ້າກ່ຽວກັບການອະນຸຍາດໃຫ້ສິດ ແລະ ຫັນສິດນຳໃຊ້ທີ່ດິນລັດໃນນະຄອນຫຼວງວຽງຈັນອີງຕາມພາລະສິດຂອບເຂດທີ່ໄດ້ລະບຸໄວ້ໃນກົດໝາຍກ່ຽວຂ້ອງຍັງເຫັນວ່າວຽກງານດັ່ງກ່າວຍັງມີຄວາມຊ້ຳຊ້ອນກັນຊຶ່ງໄດ້ເຮັດໃຫ້ຂະແໜງການຄຸ້ມຄອງຊັບສິນຂອງລັດພົບຄວາມຫຍຸ້ງຍາກໃນການຄຸ້ມຄອງຊັບສິນຂອງລັດເປັນຕົ້ນແມ່ນການຕິດຕາມສະຖິຕິ ແລະ ບັນຊີສັງລວມກ່ຽວກັບການເພີ່ມຂຶ້ນ ຫຼື ຫຼຸດລົງຂອງຈຳນວນທີ່ດິນ ທີ່ຂຶ້ນກັບບັນດາພະແນກການ ຕ່າງໆ ຍັງຄຸ້ມຄອງຕາມນິຕິກຳຂະແໜງການຂອງຕົນ,​ ບໍ່ລວມສູນໃນຂອບເຂດທົ່ວນະຄອນຫຼວງ ຊຶ່ງສົ່ງຜົນສະທ້ອນຕໍ່ການຄຸ້ມຄອງວຽກງານຊັບສິນຂອງລັດໃນອານາຄົດ.

ຊັບສິນ ນະຄອນຫຼວງວຽງຈັນ 5 ເດືອນປະຕິບັດລາຍຮັບໄດ້ 33% ຂອງແຜນການປີ - 3 - ຊັບສິນ ນະຄອນຫຼວງວຽງຈັນ 5 ເດືອນປະຕິບັດລາຍຮັບໄດ້ 33% ຂອງແຜນການປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!