ພາສີແຂວງວຽງຈັນເຂັ້ມງວດສະກັດກັ້ນສິນຄ້າໜີພາສີ

ພາສີແຂວງວຽງຈັນເຂັ້ມງວດສະກັດກັ້ນສິນຄ້າໜີພາສີ - phasi - ພາສີແຂວງວຽງຈັນເຂັ້ມງວດສະກັດກັ້ນສິນຄ້າໜີພາສີ
ພາສີແຂວງວຽງຈັນເຂັ້ມງວດສະກັດກັ້ນສິນຄ້າໜີພາສີ - kitchen vibe - ພາສີແຂວງວຽງຈັນເຂັ້ມງວດສະກັດກັ້ນສິນຄ້າໜີພາສີ

ທ່ານ ທະວີໄຊ ທໍາມະວົງ ຮອງຫົວໜ້າກອງຄຸ້ມຄອງພາສີ V, ຫົວໜ້າກອງກວດກາພາສີ ປະຈໍາແຂວງວຽງຈັນ, ທັງເປັນຜູ້ຊີ້ນຳວຽກງານພາສີທົ່ວແຂວງວຽງຈັນ ໃຫ້ສຳພາດວ່າ: ກອງກວດກາພາສີປະຈໍາແຂວງວຽງຈັນ ເປັນກອງກວດກາພາສີປະຈໍາຢູ່ທ້ອງຖິ່ນ, ເປັນເສນາທິການໃຫ້ກົມພາສີິໃນການປະສານສົມທົບກັບອຳນາດການປົກ ຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ວຽກງານພາສີຢູ່ທ້ອງຖິ່ນ ແລະ ມີດ່ານພາສີທ້ອງຖິ່ນບ້ານວັງ, ດ່ານພາສີທ້ອງຖິ່ນ ຊະນະຄາມ ຂຶ້ນກັບກອງກວດກາພາສີປະຈຳແຂວງ.

ການຈັດຕັ້ງປະຕິບັດວຽກງານຂອງຂະແໜງພາສີໄລຍະຜ່ານມາເຈົ້າໜ້າທີ່ກອງກວດກາ ພາສີແຂວງວຽງຈັນ ແລະ ບັນດາດ່ານໄດ້ພ້ອມກັນເອົາໃຈໃສຈັດຕັ້ງປະຕິບັດຕາມລະບຽບກົດໝາຍທີ່ວາງອອກ ແລະ ປະຕິບັດຕາມສິດ, ໜ້າທີ່ຕົນຕາມທີ່ໄດ້ຮັບການມອບໝາຍຢ່າງເຂັ້ມງວດ, ໂດຍການອອກລາດຕະເວນ, ສ້າງແຫຼ່ງຂ່າວ ເກັບກໍາຂໍ້ມູນຕ່າງໆເພື່ອສະກັດກັ້ນການລັກລອບສິນຄ້າໜີພາສີພາຍໃນດ່ານ ແລະ ນອກດ່ານ, ໄດ້ຈັດວາງກໍາລັງປະຈໍາການຢູ່ຈຸດປະສານງານແສນຊຸມເພື່ອເຄື່ອນໄຫວວຽກງານຕ້ານ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີ, ຄຸ້ມຄອງກວດກາ, ຕິດຕາມການເຄື່ອນຍ້າຍສິນຄ້າປາຍທາງເຊັ່ນ: ສິນຄ້າທີ່ນໍາເຂົ້າໃນຮູບການລົງທຶນ ແລະ ສິນຄ້າອື່ນໆ…

ພາສີແຂວງວຽງຈັນເຂັ້ມງວດສະກັດກັ້ນສິນຄ້າໜີພາສີ - Visit Laos Visit SALANA BOUTIQUE HOTEL - ພາສີແຂວງວຽງຈັນເຂັ້ມງວດສະກັດກັ້ນສິນຄ້າໜີພາສີ

ສືບຕໍ່ສົມທົບກັບພະແນກແຜນການລົງທຶນຂອງແຂວງ ແລະ ພະແນກທີ່ກ່ຽວຂ້ອງເພື່ອເກັບກໍາຂໍ້ມູນການລົງທຶນທີ່ຕັ້ງຢູ່ຂອບເຂດແຂວງວຽງຈັນໃນແຕ່ລະໄລຍະ, ຄົ້ນຄວ້າປະກອບຄໍາເຫັນໃສ່ການຂໍອະນຸຍາດນໍາເຂົ້າວັດຖຸດິບ ແລະ ອຸປະກອນການຜະລິດ, ອາໄຫຼ່ເຂົ້າມາຮັບໃຊ້ການຜະລິດຂອງໂຄງການລົງທຶນຕ່າງໆທີ່ຢູ່ໃນແຂວງ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕິດຕາມອອກທະບຽນພາຫະນະ, ຕິດຕາມລົດທີ່ນໍາໃຊ້ເອກະສານປອມແປງເພື່ອຂຶ້ນທະ ບຽນ, ລົດປ້າຍບໍລິຫານ, ໂຄງການການລົງທຶນທີ່ນໍາໃຊ້ບໍ່ຖຶກເປົ້າໝາຍຢູ່ພາຍໃນແຂວງ ແລະ ບັນດາເມືອງຕ່າງໆ, ກວດກາ ຕິດຕາມການນໍາເຂົ້າວັດຖຸ, ອຸປະກອນ, ພາຫະນະ, ກົນຈັກ ແລະ ນໍ້າມັນເຊື້ອໄຟທີ່ນໍາເຂົ້າມາຮັບໃຊ້ໂຄງການທາງລົດໄຟລາວ-ຈີນໃນຂອບເຂດແຂວງວຽງຈັນ.

ສໍາລັບການຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານໃນງວດ I ທີ່ຜ່ານມາຂະແໜງພາສີທົ່ວແຂວງວຽງຈັນຕາມແຜນການແມ່ນ 1,2 ຕື້ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດໄດ້ ພຽງ 805 ລ້ານກວ່າກີບ ເທົ່າກັບ 66,85% ຂອງແຜນງວດ, ຊຶ່ງສ່ວນໃຫຍ່ໄດ້ຈາກຄ່າຊັກພິເສດ, ພາສີຈາກນໍ້າມັນເຊື້ອໄຟ, ພາຫະນະ, ສິ້ນສ່ວນອາໄຫຼ່, ເຄື່ອງກໍ່ສ້າງ, ອຸປະກອນໄຟຟ້າ, ເຄື່ອງອຸປະໂພກບໍລິໂພກ ແລະ ອື່ນໆ.

ສາເຫດທີ່ພາໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໃນງວດ I ບໍ່ບັນລຸແຜນເນື່ອງຈາກວ່າເປັນດ່ານພາສີທ້ອງຖິ່ນ, ສິນຄ້າເຄື່ອງຂອງຜູ້ໂດຍສານເຂົ້າ-ອອກມີຈຳນວນໜ້ອຍ, ຜູ້ປະກອບການ, ບໍລິສັດທີ່ເຄື່ອນໄຫວນຳສິນຄ້າເຂົ້າ-ອອກມີຈຳນວນບໍ່ຫຼາຍ, ສິນຄ້າເຄື່ອງຂອງສ່ວນຫຼາຍເປັນສິນຄ້າປະເພດແຮ່ທາດ, ເຄື່ອງປ່າຂອງດົງ ແລະ ຜົນຜະລິດກະສິກຳ ແລະ ໃນຕໍ່ໜ້າສືບຕໍ່ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕ້ານ ແລະ ສະກັດກັ້ນສິນຄ້າລັກລອບໜີພາສີພາຍໃນ ແລະ ນອກດ່ານເພື່ອຂຸດຄົ້ນລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການທີ່ກໍານົດໄວ້, ສືບຕໍ່ເອົາໃຈໃສ່ການຄູ້ມຄອງຕິດຕາມກວດກາການເຄື່ອນຍ້າຍນໍ້າມັນ, ເຄື່ອງສິນຄ້າທີ່ເຂົ້າມາໃນຮູບແບບການລົງທຶນ ແລະ  ສິນຄ້າທົ່ວໄປໃຫ້ເຂັ້ມງວດກວ່າເກົ່າ.

ພາສີແຂວງວຽງຈັນເຂັ້ມງວດສະກັດກັ້ນສິນຄ້າໜີພາສີ - 5 - ພາສີແຂວງວຽງຈັນເຂັ້ມງວດສະກັດກັ້ນສິນຄ້າໜີພາສີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!