ເຮືອບິນນັກກິລາຊາອຸດິດອາຣະເບຍ ໄຟໄໝ້ກາງອາກາດ
June 19, 2018 - 4:43 PM

ບັນດານັກເຕະທີມຊາດຊາອຸດິອາຣະເບຍຕ້ອງພົບກັບປະສົບການລະທຶກຂວັນ ຫລັງຈາກເຮືອບິນທີ່ພວກເຂົາໃຊ້ສຳລັບການເດີນທາງໃນການລົງຫລິ້ນບານໂລກ 2018 ເກີດໄຟໄໝ້ກາງອາກາດ.
https://www.youtube.com/watch?v=zzbIImmCxvU
ບັນດານັກເຕະ ຊາອຸດິອາຣະເບຍ ຂຶ້ນເຮືອບິນຂອງ ຣັດຊຽນ ແອລາຍ ແອບັສ ເພື່ອເດີນທາງໄປເມືອງຣອສຕອຟ-ນາ-ໂດນູ ເພາະພວກເຂົາມີນັດຕ້ອງລົງຫລິ້ນຮອບແບ່ງກຸ່ມ ກຸ່ມ ເອ ນັດສອງກັບ ອຸຣຸໄກວ ໃນວັນທີ 20 ມິຖຸນານີ້.
ເຖິງຢ່າງໃດກໍຕາມ, ເກີດເລື່ອງບໍ່ຄາດຝັນ ເມື່ອເກີດໄຟໄໝ້ບໍລິເວນເຄື່ອງຈັກ ໂຊກດີທີ່ເຮືອບິນລົງຈອດໄດ້ຢ່າງປອດໄພ. ຂະນະທີ່ສະຫະພັນບານເຕະຊາອຸດິອາຣະເບຍຖະແຫລງການວ່າ: ບໍ່ມີໃຜໄດ້ຮັບບາດເຈັບຈາກເຫດການທີ່ເກີດຂຶ້ນ.