ຕໍາຫລວດແຂວງຈໍາປາສັກເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການຄ້າຢາໄອລາຍໃຫຍ່


ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ປັດຈຸບັນ, ພວມເລັ່ງຂະຫຍາຍຜົນຜູ້ຮ່ວມຂະບວນການກັບທ້າວ ໄຊວິໄລ ອາຍຸ 50 ປີຢູ່ບ້ານສາຍນ້ຳເງິນ, ເມືອງໄຊທານີນະຄອນຫລວງວຽງຈັນ, ເຊິ່ງຖືກເຈົ້າໜ້າທີ່ ປກສ ແຂວງຈໍາປາສັກຈັບຕົວໄດ້ຢູ່ດ່ານຫລັກ 44 ເມືອງຊະນະສົມບູນໃນວັນທີ 21 ພຶດສະພາ 2018 ຜ່ານມາ, ພ້ອມຂອງກາງຢາເສບຕິດປະເພດຢາໄອນໍ້າໜັກ 8 ກິໂລທີ່ຊຸກເຊື່ອງໄວ້ໃນລົດໃຫຍ່ຂອງຜູ້ກ່ຽວ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບລາຍງານວ່າຈະມີການລັກລອບຂົນສົ່ງຢາເສບຕິດເປັນຈໍານວນຫລາຍເຂົ້າໄປນະຄອນປາກເຊ, ຈຶ່ງໄດ້ຈັດກໍາລັງຕັ້ງຈຸດກວດກາຕາມສາຍທາງສໍາຄັນ, ຈາກນັ້ນເຈົ້າໜ້າທີ່ປະຈໍາດ່ານຫລັກ 44 ເມືອງຊະນະສົມບູນແຂວງຈຳປາສັກ ໄດ້ພົບລົດເປົ້າໝາຍສົງໄສຍີ່ຫໍ້ໂຕໂຢຕ້າສີດຳບໍ່ມີປ້າຍທະບຽນ ຂັບຂີ່ມາແຕ່ເສັ້ນທາງແຂວງສະຫວັນນະເຂດ, ຈຶ່ງໄກ້ສັນຍານ ໃຫ້ລົດຈອດແລ້ວກວດຄົ້ນພົບເຫັນຢາໄອນໍ້າໜັກ 8 ກິໂລ, ປືນສັ້ນ 1 ກະບອກ, ແມັກປືນ 2 ແມັກ, ລູກປືນ 24 ລູກ, ວັດຖຸຄ້າຍຄືຄຳປະເພດສາຍແຂນ 1 ເສັ້ນ, ແຫວນ 1 ວົງ, ວັດຖຸຄ້າຍຄືທອງນາກປະເພດສາຍສ້ອຍ 1 ເສັ້ນ, ໂທລະສັບມືຖື 8 ເຄື່ອງ, ໜັງສືຜ່ານແດນ 1 ຫົວ ແລະ ເຄື່ອງຂອງກາງອີກຈຳນວນໜຶ່ງ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ ແລະ ປັດຈຸບັນຄະດີຢາເສບຕິດລາຍນີ້, ເຈົ້າໜ້າທີ່ພວມຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຕິດຕາມຕົວມາດຳເນີນຄະດີຕາມລະບຽບກົດໝາຍ.