ທ່ານ ທຣຳ ໂຈະນະໂຍບາຍແຍກເດັກ ອອກຈາກຄອບຄົວຜູ້ອົບພະຍົບແລ້ວ
ປະທານາທິບໍດີ ໂດນັນ ທຣຳ ຜູ້ນຳອາເມລິກາ ລົງນາມຄຳສັ່ງພິເສດໂຈະນະໂຍບາຍແຍກເດັກອອກຈາກຄອບຄົວຜູ້ອົບພະຍົບທີ່ຊາຍແດນຂອງອາເມລິກາແລ້ວ ຖືເປັນການພິກປີ້ນນະໂຍບາຍທີ່ເຂັ້ມງວດກັບຜູ້ອົບພະຍົບຂອງອາເມລິກາ ຕາມແຮງກົດດັນຈາກສະມາຊິກສະພາພັກລີພັບບລີກັນ, ພັກເດໂມແຄຣດ ແລະ ປະຊາຄົມໂລກ.
"Nobody's had the political courage to take care of it, but we're going to take care of it," Pres. Trump says as he officials signs executive order, ending family separation policy at border. https://t.co/uVatuft6AN pic.twitter.com/55BCmRFD1G
— CBS News (@CBSNews) June 20, 2018
ຄຳສັ່ງຝ່າຍບໍລິຫານສູງສຸດຂອງອາເມລິກາມີຂຶ້ນພາຍຫລັງເດັກຈຳນວນ 2.300 ກວ່າຄົນ ຕ້ອງຖືກພາກອອກຈາກພໍ່ແມ່ ແລະ ຄອບຄົວຂອງຜູ້ອົບພະຍົບ ເພາະເດີນທາງຂ້າມແດນໂດຍຜິດກົດໝາຍແຕ່ວັນທີ 5 ພຶດສະພາ ໂດຍຈັບໃຫ້ຢູ່ໃນເຕັ້ນ ແລະ ສູນກັກຂັງຕ່າງໆຕາມຊາຍແດນ ໂດຍບໍ່ໃຫ້ຕິດຕໍ່ກັບຄອບຄົວ. ພາບ ແລະ ລາຍງານທີ່ເປີດເຜີຍວ່າ: ເດັກຖືກຈັບໃຫ້ຢູ່ໃນຄອກ ແລະ ຮົ້ວຕາໜ່າງເຫລັກແຍກຈາກຄອບຄົວຜູ້ອົບພະຍົບ ກໍ່ໃຫ້ເກີດສຽງວິພາກວິຈານຕຳໜິ ແລະ ຕໍ່ຕ້ານຈາກພາຍໃນພັກລີພັບບລີກັນຂອງປະທານາທິບໍດີ ທຣຳ ລວມທັງປະຊາຄົມໂລກທີ່ກ່າວຫາວ່າ: ອາເມລິກາລະເມີດສິດທິມະນຸດ. ປະທານາທິບໍດີ ທຣຳ ລົງນາມໃນຄຳສັ່ງຝ່າຍບໍລິຫານວ່າ: ສິ່ງທີ່ເຮັດຄືການໃຫ້ຄອບຄົວໄດ້ຢູ່ຮ່ວມກັນ ແລະ ບໍ່ຢາກໃຫ້ຕ້ອງແຍກຈາກກັນ, ພາຍຫລັງອາທິດກ່ອນ ທ່ານກ່າວຢືນຢັນວ່າ: ນະໂຍບາຍແຍກເດັກຈາກຄອບຄົວຜູ້ອົບພະຍົບເປັນໄປຕາມກົດໝາຍ ແລະ ຈະໂຈະໄວ້ຕາມຂະບວນການໃນສະພາເທົ່ານັ້ນ.