ທ່ານຄວນຢຸດຫາກບໍ່ຢາກເບິ່ງເຖົ້າກ່ອນອາຍຸ

ທ່ານຄວນຢຸດຫາກບໍ່ຢາກເບິ່ງເຖົ້າກ່ອນອາຍຸ - 022606 2018 1 - ທ່ານຄວນຢຸດຫາກບໍ່ຢາກເບິ່ງເຖົ້າກ່ອນອາຍຸ
ທ່ານຄວນຢຸດຫາກບໍ່ຢາກເບິ່ງເຖົ້າກ່ອນອາຍຸ - kitchen vibe - ທ່ານຄວນຢຸດຫາກບໍ່ຢາກເບິ່ງເຖົ້າກ່ອນອາຍຸ
  1. ທ່ານບໍ່ຄວນບໍລິໂພກໄຂມັນທຸກຊະນິດ : ບໍ່ແມ່ນໄຂມັນທຸກຢ່າງຈະມີແຕ່ຜົນຮ້າຍ ໃນຄວາມຈິງແລ້ວທ່ານຈຳເປັນຕ້ອງກິນໄຂມັນຊະນິດດີຫາກບໍ່ຢາກເຖົ້າໄວ. Franci Cohen ນັກໂພຊະນາການ ແລະ ຜູ້ຊ່ຽວຊານດ້ານການອອກກຳລັງກາຍ ໄດ້ບອກວ່າ : ກົດໄຂມັນໂອເມກ້າ 3 ທີ່ພົບໃນນ້ຳມັນປາ ເຊັ່ນ : ປາແຊວມັອນ ຫລື ປາແມັກເຄີເຣວ ຫລື ຖົ່ວບາງຊະນິດ ເຊັ່ນ : ຖົ່ວວອນນັດ ຊ່ວຍໃຫ້ຜິວໜັງສຸຂະພາບດີໄດ້, ບໍ່ມີຮອຍຫ່ຽວ ທັງຍັງມີຜົນດີຕໍ່ສະໝອງ ແລະ ຫົວໃຈນຳອີກ.
  2. ທ່ານເອົາໃຈໃສ່ການທາຄຣີມກັນແດດສະເພາະຍາມອອກແດດເທົ່ານັ້ນ : ເພາະໜຶ່ງໃນເຫດຜົນຕົ້ນຕໍຂອງການມີຮອຍຫ່ຽວນັ້ນແມ່ນການໄດ້ຮັບລັງສີອັລຕຣ້າໄວໂອເລັດ ໂດຍສະເພາະແສງຢູວີທີ່ຢູ່ໃນຮົ່ມ ຫລື ຝົນຕົກ ແລະ ຄຣີມກັນແດດທີ່ມີຄ່າ SPF 30 – 50 ເໝາະສົມໃຊ້ເປັນປະຈຳທຸກມື້.
  3. ທ່ານເຮັດວຽກຫລາຍຢ່າງເກີນໄປ : ຫລາຍຄົນເຊື່ອວ່າການ ເຮັດວຽກຫລາຍຢ່າງພ້ອມກັນນັ້ນ ເປັນສິ່ງທີ່ດີ ແຕ່ການເຮັດວຽກ ຫລາຍແລ້ວບໍ່ສຳເລັດ ຈະເຮັດໃຫ້ ເກີດຄວາມເຄັ່ງຄຽດ ເຊິ່ງເປັນໂຕ ເລັ່ງໃຫ້ເຖົ້າໄວຂຶ້ນ ທັງຄວາມເຄັ່ງ ຄຽດຊຳ້ເຮື້ອກໍຍັງສາມາດເຮັດໃຫ້ ເກີດການເປີດໂຕຂອງອະນຸມູນອິດ ສະລະ ໂມເລກຸນທີ່ທຳລາຍແຊນ.
  4. ທ່ານມັກກິນເຂົ້າໜົມຫວານ : ນຳ້ຕານບໍ່ພຽງແຕ່ເຮັດໃຫ້ນຳ້ໜັກໂຕເພີ່ມຂຶ້ນ ແຕ່ຍັງເຮັດໃຫ້ເບິ່ງເຖົ້າກ່ວາອາຍຸຫລາຍຂຶ້ນນຳ. Dr Susan Stuart ແພດຜິວໜັງອົດສະຕຣາລີ ບອກວ່າ : ໂມເລກຸນຂອງນຳ້ຕານຈະຕິດກັບໄຟເບີໂປຣຕິນ ເປັນເຫດໃຫ້ຜິວເສື່ອມສະພາບ ເກີດຮອຍຫ່ຽວ ແລະ ຂູຂຸມຂົນທີ່ກ້ວາງ ສະນັ້ນຖ້າບໍ່ຢາກເຖົ້າໄວ ບໍ່ຄວນກິນເຂົ້າໜົມຫວານຫລາຍ.
  5. ເບິ່ງໂທລະພາບແບບມາລາທອນ : ທຸກຊົ່ວໂມງສຳລັບຜູ້ໃຫຍ່ນັ່ງເບິ່ງໂທລະພາບຈະເຮັດໃຫ້ເຖົ້າຂຶ້ນ 22 ນາທີ. British Journal of Sports Medicine ເຮັດການວິໄຈຈາກກຸ່ມໂຕຢ່າງອາຍຸ 25 ປີ ຂຶ້ນໄປ ຄົນອົດສະຕຣາລີ 11.000 ຄົນ ພົບວ່າ : ຄົນທີ່ເບິ່ງໂທລະພາບ ມື້ລະ 6 ຊົ່ວໂມງຕໍ່ເນື່ອງກັນມາຫລາຍປີແລ້ວນັ້ນຈະເບິ່ງເຖົ້າກ່ວາຄົນທີ່ບໍ່ໄດ້ເບິ່ງເລື້ອຍໆປະມານ 5 ປີ.
  6. ທ່ານນັ່ງໝົດມື້ : ການໃຊ້ຊີວິດປະຈຳວັນໂດຍການນັ່ງຢູ່ແຕ່ບ່ອນເກົ່າສົ່ງຜົນໃຫ້ເກີດພະຍາດຮ້າຍໄດ້ຫລາຍຢ່າງ ເຊັ່ນ : ພະ ຍາດຫົວໃຈ, ພະຍາດມະເຮັງ, ຕຸ້ຍ ແລະອື່ນໆ ຫາກທ່ານບໍ່ສາມາດຫລີກເວັ້ນການນັ່ງຢູ່ບ່ອນເກົ່າໄດ້ ຍ້ອນເປັນການເຮັດວຽກ ກໍໃຫ້ຫາເວລາເລີກວຽກອອກກຳລັງກາຍຈະຊ່ວຍໄດ້ ເພາະການອອກກຳລັງກາຍ 150 ນາທີຕໍ່ອາທິດ ຈະຊ່ວຍຍືດອາຍຸຂອງທ່ານໃຫ້ຍືນຂຶ້ນໄດ້ເຖິງ 13 ປີ.
  7. ແຕ່ງໜ້າເຂັ້ມ : ການແຕ່ງໜ້າຫລາຍເກີນໄປ ບໍ່ປ່ອຍໃຫ້ໃບໜ້າປາສະຈາກເຄື່ອງສຳອາງແດ່ ຍ່ອມສົ່ງຜົນບໍ່ດີຕໍ່ສະພາບຜິວໃນໄລຍະຍາວ.
  8. ຫລັງກົ່ງ : ທ່ານນັ່ງ ຫລື ຍ່າງຫລັງກົ່ງເປັນປະຈຳ ຈະເຮັດໃຫ້ກະດູກສັນຫລັງຂົດງໍ, ຜິດຮູບ, ຫາກບໍ່ຢາກເປັນຜູ້ເຖົ້າຫລັງກົ່ງກ່ອນເວລາອັນຄວນ ທ່ານຈະຕ້ອງໝັ່ນສັງເກດທ່າທາງໃນການນັ່ງ, ຢືນ, ຍ່າງ, ນອນຂອງໂຕເອງ, ຫລີກເວັ້ນທ່າທາງທີ່ບໍ່ຖືກຕ້ອງ.
ທ່ານຄວນຢຸດຫາກບໍ່ຢາກເບິ່ງເຖົ້າກ່ອນອາຍຸ - 4 - ທ່ານຄວນຢຸດຫາກບໍ່ຢາກເບິ່ງເຖົ້າກ່ອນອາຍຸ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!