ໄວໜຸ່ມນັກຮຽນສະໄໝນີ້ຕິດພັນກັບສິ່ງມືນເມົາ
ໂດຍ: ທິດກ່ຳ
ດັ່ງທີ່ຮູ້ກັນໃນວົງການ ສຶກສາບ້ານເຮົາຄືໃນວັນທີ 19 ແລະ ວັນທີ 20 ມິຖຸນາ, ເປັນວັນສອບເສັງ ຈົບຊັ້ນ ມ7 ໃນທົ່ວປະເທດ, ສ່ວນສະພາບ ຢູ່ຕ່າງແຂວງ ຈັກວ່າເປັນຄືຢູ່ ນະຄອນຫລວງວຽງຈັນເຮົາ ຫລື ບໍ່ນັ້ນ ທິດກ່ຳ ກໍບໍ່ໄດ້ໄປ ເຫັນຕົວຈິງ.
+ ປູກຈິດສຳນຶກຂັບຂີ່ປອດໃຫ້ໄວໜຸ່ມ
+ ເຜີຍແຜ່ປື້ມຄູ່ມືແຫ່ງຊາດ ການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ
ແຕ່ສະເພາະຢູ່ ນະຄອນ ຫລວງວຽງຈັນໃນຕອນແລງຂອງວັນທີ 20 ມິຖຸນາ ພາຍ ຫລັງອອກແຕ່ຫ້ອງເສັງແລ້ວ ເຫັນລູກຫລານນັກຮຽນຈຳ ນວນຫລວງຫລາຍພາກັນໂຫ່ເຂົ້າຮ້ານເຫລົ້າຮ້ານເບຍຈົນອັ່ງອໍເຕັມຮ້ານ, ຖືວ່າເປັນ ການສະຫລອງການສອບ ເສັງຈົບຊັ້ນ ມ7 ວ່າຊັ້ນ! ສ່ວນ ວ່າ ຜົນການສອບເສັງຈະ ເປັນແນວໃດ, ມີໃຜໄດ້, ໃຜ ຕົກແມ່ນເປັນອີກເລື່ອງໜຶ່ງ.
ພາບ ແລະ ສີສັນ ໃນ ຕອນຄ່ຳຢູ່ຫລາຍຮ້ານໃນນະຄອນຫລວງວຽງຈັນມື້ນັ້ນ ເກືອບເວົ້າໄດ້ວ່າເສື້ອຂາວ ຢຶດຮ້ານ, ຕໍ່ປາກົດການ ທີ່ໄດ້ ເຫັນ ໄວໜຸ່ມນັກຮຽນເຮົາ ສະໄໝນີ້ຕິດພັນກັບເຫລົ້າ ກັບຢາ ກໍພາໃຫ້ທິດກ່ຳຕ້ອງ ໄດ້ເກັບເອົາໄປຄິດ.
ໄວໜຸ່ມນັກຮຽນ- ນັກ ສຶກສາເຮົາສະໄໝນີ້ ມັນແຕກ ຕ່າງກັບສະໄໝລຸ້ນພໍ່ແມ່- ປູ່ ຍ່າຕານາຍ ເຮົາຫລາຍເຕີບ, ຍ້ອນວ່າໃນສະໄໝກ່ອນບໍ່ ວ່າເສັງໃນລະດັບຂັ້ນໃດຊັ້ນ ໃດກໍຕາມ ໂດຍສະເພາະຈົບ ຂັ້ນອຸດົມ ຫລື ຂັ້ນວິທະຍາໄລ ແລ້ວ ກໍພາກັນຂຸ້ນຂ້ຽວກັບ ບ້ານກັບເຮືອນເພື່ອເຮັດວຽກຊ່ວຍພໍ່ແມ່. ສ່ວນຜູ້ຢູ່ຊົນນະ ບົດກໍຟ້າວ ກັບຄືນເມືອທ້ອງ ຖິ່ນ ເພື່ອເຮັດໄຮ່ເຮັດນາຊ່ວຍ ຄອບຄົວ, ແຕ່ຕົກມາສະໄໝ ນີ້ ເບິ່ງແລ້ວມັນລະເຂີນກັນ ຫລາຍ, ໄວໜຸ່ມນັກຮຽນເຮົາ ຍຸກນີ້ເບິ່ງໄປແລ້ວການດຳລົງຊີວິດມັນຄືຕິດພັນກັບວັດຖຸຍຸກໃໝ່ມາເປັນສິ່ງແອບອ້າງ ແລະ ເຫີ່ກັນ, ເຊິ່ງມີບາງຢ່າງກໍເຫັນ ວ່າເກີນຄວາມເປັນຈິງ ແລະ ຍິ່ງໄປກວ່ານັ້ນໄດ້ຫອບອຸ້ມ ເອົາຊີວິດອັນສົດໃສຂອງຕົນຕິດພັນມົ້ວສຸມກັບເຫລົ້າກັບ ຢາ, ໃຊ້ວັດຖຸສິ່ງຂອງເງິນ ຄຳເກີນກວ່າລາຍຮັບຕົວຈິງຂອງພໍ່ແມ່, ໂດຍສະເພາະແມ່ນ ຜູ້ຢູ່ແຖວຊົນນະບົດຫ່າງໄກ ສອກຫລີກ.
ເມື່ອຕັ້ງໂຈດກັນວ່າ ການ ທີ່ໄວໜຸ່ມນັກຮຽນເຮົາຕິດພັນກັບສິ່ງມືນເມົາຜົນເສຍມີຫຍັງແດ່? ຄຳຕອບກໍຄື: ພາໃຫ້ເສຍ ຄົນ, ສະໝອງປຶກ, ຂີ້ຄ້ານ, ເກີດພະຍາດບາດເຍົາຕາມມາ ແລະ ກາຍເປັນຄົນເສຍທາດ ຂາດຄຸນ, ເປັນຄົນບໍ່ມີຄຸນນະ ພາບຂາດມາດຕະຖານຂອງຊີວິດທີ່ພວມກ້າວເຂົ້າໄວຮຽນ, ສຸດທ້າຍມາກໍຈະກາຍເປັນ ໜໍ່ແໜງຂອງການກໍ່ອາດ ຊະຍາກຳ, ຄ້າມະນຸດ, ສໍ້ລາດ ບັງຫລວງ ແລະ ເກີດປາະກົດ ການຫຍໍ້ທໍ້ອື່ນໆຕາມມາ.
ໃນຄວາມເປັນຈິງແລ້ວ, ສະພາບຜ່ານມາ ກໍຄືປັດຈຸບັນ ແລະ ອາດຈະຕໍ່ໆໄປໃນອະ ນາຄົດ ຖ້າພວກເຮົາບໍ່ພາກັນ ໃສ່ໃຈຄົ້ນຄິດ ແລະ ຫາວິທີ ທາງອອກແຕ່ຫົວທີ ອາດຈະ ເຮັດໃຫ້ອະນາຄົດຂອງຄົນ ຍຸກໃໝ່ຕ້ອງຕົກຢູ່ໃນສະພາ ວະການຄອບງຳຂອງທາດ ມືນເມົາ ກາຍເປັນສິ່ງໜຶ່ງ ທີ່ກົດໜ່ວງຄວາມຈະເລີນ ແລະ ຄວາມສີວິໄລຂອງຊາດ.
ຫວ່າງປີຫລັງໆມານີ້, ໄດ້ ຍິນກະແສຂ່າວຢ່າງຈິງຈັງ ກ່ຽວກັບກົດໝາຍທາດເຫລົ້າ ແລະ ບໍ່ອະນຸຍາດໃຫ້ຮ້ານ ກິນດື່ມໄປຕັ້ງໄກ້ສະຖາບັນ ການສຶກສາ ແຕ່ກໍຍັງເຫັນ ເຂົາຂາຍຢູ່ຄັບທີບ, ມາຮອດ ປັດຈຸບັນ ຄວາມເດັດຂາດກັບ ກົດໝາຍຍັງອືດອາດ ແລະ ມິດຫາຍໄປຕາມການເວລາ.
ແນວໃນກໍຕາມ, ທິດກ່ຳ ວ່າ ກອງປະຊຸມສະໄໝສາມັນ ເທື່ອທີ V ຂອງສະພາແຫ່ງ ຊາດຊຸດທີ VIII ກໍຈະປິດລົງໃນ ວັນທີ 28 ນີ້, ຖ້າບໍ່ທັນຊຸດນີ້ ກໍຂໍຝາກຄວາມຫວັງ ທັງຕັ້ງ ໂຈດໄວ້ກັບຜູ້ແທນວ່າຕໍ່ບັນ ຫາທີ່ທິດກ່ຳໄດ້ຍົກມາຂ້າງ ເທິງນັ້ນ ຈະພາກັນແກ້ແນວ ໃດ. ກົງກັນຂ້າມ, ຖ້າພວກ ເຮົາພາກັນເມີນເສີຍເຮັດຄື ໂສ້ບໍ່ເຄັ່ງອະນາຄົດຂອງລູກ ຫລານໃນພາຍຊ້ອຍຈະຕົກຢູ່ໃນຊາຕາກຳການຄອບງຳ ຂອງສິ່ງມືນເມົາ ແລ້ວລູກ ຫລານເຮົາກໍຈະ “ໂອລະນໍ” ດັ່ງໝໍລຳເຂົາວ່າ.