ໂປລິໂອກັບມາລະບາດໃນປາປົວນິວກິນີ ຫລັງບໍ່ພົບການລະບາດ 18 ປີ


ອົງການອະນາໄມໂລກ ແລະ ລັດຖະບານປາປົວນິວກິນີ ຢືນຢັນວ່າ: ພະຍາດໂປລິໂອກັບມາລະບາດຢູ່ປາປົວນິວກິນີແລ້ວ ຫລັງຈາກປະກາດວ່າປອດພະຍາດນີ້ນັບແຕ່ 18 ປີກ່ອນ.
ອົງການອະນາໄມໂລກ ເປີດເຜີຍວ່າ: ເດັກຜູ້ຊາຍອາຍຸ 6 ປີໃນແຂວງທາງຕອນເໜືອຂອງປາປົວນິວກິນີໄດ້ຮັບການຢືນຢັນວ່າເປັນໂປລິໂອ, ເດັກມີອາການຂາອ່ອນແຮງ ກວດພົບພະຍາດໃນທ້າຍເດືອນເມສາ ແລະ ໄດ້ຮັບການຢືນຢັນວ່າເກີດຈາກເຊື້ອໄວຣັສໃນເດືອນພຶດສະພາ. ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງອາເມລິກາຖະແຫລງວ່າ: ພົບເຊື້ອໄວຣັສຊະນິດດຽວກັນນີ້ໃນຕົວຢ່າງອຸຈາລະຂອງເດັກສຸຂະພາບແຂງແຮງ 2 ຄົນໃນທ້ອງຖິ່ນດຽວກັນ ບົ່ງບອກວ່າພະຍາດໂປລິໂອກຳລັງລະບາດ. ຫລ້າສຸດລັດຖະມົນຕີສາທາລະນະສຸກປາປົວນິວກິນີຖະແຫລງໃນວັນທີ 25 ມິຖຸນາວ່າ: ທາງການກັງວົນຢ່າງຍິ່ງທີ່ພົບຜູ້ປ່ວຍໂປລິໂອ ແລະ ຮູ້ວ່າເຊື້ອກຳລັງລະບາດ. ນະໂຍບາຍຮີບດ່ວນຄືຕ້ອງປ້ອງກັນບໍ່ໃຫ້ມີເດັກຕິດເຊື້ອເພີ່ມ ໂດຍການປຸກລະດົມຢອດວັກຊິນ ແລະ ເພີ່ມການເຝົ້າລະວັງ ເພື່ອໃຫ້ສາມາດກວດພົບໄດ້ລ່ວງໜ້າ.
ປາປົວນິວກິນີບໍ່ພົບຜູ້ປ່ວຍໂປລິໂອແຕ່ປີ 1996 ແລະ ໄດ້ຮັບການຮັບຮອງຈາກອົງການອະນາໄມໂລກ ພ້ອມກັບປະເທດອື່ນໆໃນປາຊີຟິກຕາເວັນຕົກວ່າປອດໂປລິໂອໃນປີ 2000. ອົງການອະນາໄມໂລກລະບຸວ່າ: ແຂວງໂມໂຣເບທີ່ພົບຜູ້ປ່ວຍຫລ້າສຸດນີ້ມີອັດຕາການຢອດວັກຊິນປ້ອງກັນໂປລິໂອຕໍ່າ, ມີເດັກພຽງ 61% ເທົ່ານັ້ນທີ່ຢອດຄົບ 3 ຄັ້ງຕາມອົງການອະນາໄມໂລກແນະນຳ. ນອກຈາກນີ້ ຍັງມີບັນຫາເລື່ອງບໍ່ມີສຸຂະອະນາໄມ.
ໂປລິໂອມັກເກີດຂຶ້ນກັບເດັກອາຍຸຕໍ່າກວ່າ 5 ປີ ເປັນພະຍາດທີ່ບໍ່ມີທາງປິ່ນປົວ ເຮັດໄດ້ພຽງຢອດວັກຊິນປ້ອງກັນເທົ່ານັ້ນ. ຂໍ້ມູນຂອງອົງການອະນາໄມໂລກລະບຸວ່າ: ທົ່ວໂລກມີຜູ້ປ່ວຍໂປລິໂອຫລຸດລົງຈາກ 350.000 ຄົນໃນປີ 1988 ເຫລືອພຽງ 22 ຄົນໃນປີກ່ອນ ຫລື ຫລຸດລົງຫລາຍກວ່າ 99% ປັດຈຸບັນມີພຽງອັບການິດສະຖານ, ນີເຊຣີ ແລະ ປາກິດສະຖານ ທີ່ອົງການອະນາໄມໂລກລະບຸໃນເດືອນມີນາວ່າ: ຍັງມີໂປລິໂອລະບາດຢູ່.