ອຸຍນີເຊັບ ຊົມເຊີຍຕໍ່ຜົນສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2

ອຸຍນີເຊັບ ຊົມເຊີຍຕໍ່ຜົນສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2 - 222 2 - ອຸຍນີເຊັບ ຊົມເຊີຍຕໍ່ຜົນສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2
ອຸຍນີເຊັບ ຊົມເຊີຍຕໍ່ຜົນສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2 - kitchen vibe - ອຸຍນີເຊັບ ຊົມເຊີຍຕໍ່ຜົນສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2

ອົງການອຸຍນີເຊັບປະຈຳລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ລັດຖະບານລາວທີ່ໄດ້ສຸມທຸກຄວາມພະຍາຍາມໃນການປະຕິບັດການສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2 ແລະ ໄດ້ປະກາດການນຳໃຊ້ຢ່າງເປັນທາງການໃນວັນທີ 27 ມິຖຸນາ 2018.

ທ່ານ ດຣ ໂອກຕາວຽນ ບີໂວລ ຫົວໜ້າອົງການອຸຍນີເຊັບປະຈຳລາວ ກ່າວໃນກອງປະຊຸມລະດັບຊາດ ເນື່ອງໃນໂອກາດວັນສະຖິຕິແຫ່ງຊາດ ໃນວັນທີ 27 ມິຖຸນານີ້ວ່າ: ການສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2 ແມ່ນຄວາມພະຍາຍາມອັນຍິ່ງໃຫຍ່ ເພື່ອວັດແທກຄວາມຄືບໜ້າກ່ຽວກັບການພັດທະນາດ້ານສັງຄົມຂອງປະເທດ, ມັນໄດ້ສະແດງໃຫ້ເຫັນຄວາມຄືບໜ້າໃນຂະແໜງການສຳຄັນເຊັ່ນ: ອັດຕາການເສຍຊີວິດຂອງເດັກກ່ອນໄວຮຽນໃນລາວໄດ້ຫລຸດລົງຫລາຍພໍສົມຄວນ ເຊິ່ງອັດຕາການຕາຍຂອງເດັກລຸ່ມ 5 ປີໄດ້ຫລຸດລົງຈາກ 79 ຕໍ່ 1.000 ຄົນຂອງການເກີດມີຊີວິດໃນປີ 2011 ມາເປັນ 46 ຕໍ່ 1.000 ຄົນ, ການຂາດສານອາຫານຊໍ້າເຮື້ອ (ຂາດສານອາຫານແບບເຕ້ຍ) ຫລຸດລົງຈາກ 44% ມາເປັນ 33%, ການເຂົ້າເຖິງສຸຂາພິບານທີ່ໄດ້ຮັບການປັບປຸງແມ່ນສູງເຖິງ 74%, ເດັກຈໍານວນຫລາຍແມ່ນໄດ້ເຂົ້າເຖິງການສຶກສາກ່ອນໄວຮຽນ ຊຶ່ງອັດຕາສ່ວນຂອງເດັກອາຍຸ 36-59 ເດືອນ ທີ່ເຂົ້າເຖິງການສຶກສາກ່ອນໄວຮຽນເພີ່ມຂຶ້ນຈາກ 23% ເປັນ 32%.

ອຸຍນີເຊັບ ຊົມເຊີຍຕໍ່ຜົນສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2 - Visit Laos Visit SALANA BOUTIQUE HOTEL - ອຸຍນີເຊັບ ຊົມເຊີຍຕໍ່ຜົນສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2
ອຸຍນີເຊັບ ຊົມເຊີຍຕໍ່ຜົນສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2 - Visit Laos Visit SALANA BOUTIQUE HOTEL - ອຸຍນີເຊັບ ຊົມເຊີຍຕໍ່ຜົນສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2

ສ່ວນການໃຊ້ຄວາມຮຸນແຮງຕໍ່ເດັກໃນໄລຍະ 5 ປີຜ່ານມາເຫັນວ່າຫລຸດລົງ ໂດຍອັດຕາສ່ວນຂອງເດັກອາຍຸ 2-14 ປີທີ່ຖືກລົງໂທດຮ່າງກາຍຫລຸດລົງຈາກ 77% ມາເປັນ 70% ແລະ ອັດຕາສ່ວນຂອງແມ່ຍິງແຕ່ງງານກ່ອນອາຍຸ 18 ປີຫລຸດລົງຈາກ 37% ມາເປັນ 32,7%. ເຖິງຢ່າງໃດກໍຕາມ, ຍັງມີຫລາຍບັນຫາທ້າທາຍທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ເຊັ່ນ: ການສັກຢາກັນພະຍາດຍັງຕ່ຳກວ່າເປົ້າໝາຍ, ຄຸນນະພາບຂອງນ້ຳພາຍໃນຄົວເຮືອນຍັງເປັນບັນຫາ ເກືອບ 24% ຂອງປະຊາກອນຍັງຖ່າຍຊະຊາຍ, 2 ໃນ 3 ຂອງເດັກລຸ່ມ 5 ປີຍັງບໍ່ໄດ້ເຂົ້າເຖິງການສຶກສາກ່ອນໄວຮຽນ ແລະ ການຂຶ້ນທະບຽນການເກີດສຳລັບເດັກອາຍຸລຸ່ມ 5 ປີແມ່ນຫລຸດລົງ 2%.

ຕໍ່ບັນຫາດັ່ງກ່າວ, ທ່ານ ດຣ ໂອກຕາວຽນ ບີໂວລ ເນັ້ນວ່າ: ອົງການອຸຍນີເຊັບປະຈຳລາວ ຈະສືບຕໍ່ເຮັດວຽກຮ່ວມກັບລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອຮັບປະກັນວ່າເດັກທຸກຄົນຢູ່ລອດເຕີບໃຫຍ່ບົນພື້ນຖານການນຳໃຊ້ຂໍ້ມູນເພື່ອສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນງານໂຄງການທີ່ມີຄວາມເທົ່າທຽມກັນ.

ການສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2 ໄດ້ຮັບການສະໜັບສະໜູນຈາກອົງການອຸຍນີເຊັບ, ສະຫະພັນເອີຣົບ, ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ, ອົງການພັດທະນາສາກົນຂອງສະຫະລັດອາເມລິກາ, ອົງການພັດທະນາ ແລະ ຮ່ວມມືຂອງສະວິດ, ລັດຖະບານລຸກຊຳບວກ, ອົງການອາຫານໂລກ, ອົງການສະຫະປະຊາຊາດເພື່ອການພັດທະນາ, ອົງການອະນາໄມໂລກ ແລະ ອົງການຮ່ວມມືສາກົນຂອງຍີ່ປຸ່ນ.

ອຸຍນີເຊັບ ຊົມເຊີຍຕໍ່ຜົນສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2 - 4 - ອຸຍນີເຊັບ ຊົມເຊີຍຕໍ່ຜົນສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2
ອຸຍນີເຊັບ ຊົມເຊີຍຕໍ່ຜົນສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2 - 3 - ອຸຍນີເຊັບ ຊົມເຊີຍຕໍ່ຜົນສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2
ອຸຍນີເຊັບ ຊົມເຊີຍຕໍ່ຜົນສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2 - 5 - ອຸຍນີເຊັບ ຊົມເຊີຍຕໍ່ຜົນສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 2