ລາວບັງຄັບໃຫ້ພີມຮູບພາບຄໍາເຕືອນອັນຕະລາຍ ໃສ່ຊອງຢາສູບມີຜົນແຕ່1ພຶດສະພາເປັນຕົ້ນໄປ

- kitchen vibe - ລາວບັງຄັບໃຫ້ພີມຮູບພາບຄໍາເຕືອນອັນຕະລາຍ ໃສ່ຊອງຢາສູບມີຜົນແຕ່1ພຶດສະພາເປັນຕົ້ນໄປ

​​   ຄະນະ​ກຳມະການ​ແຫ່ງ​ຊາດ​ເພື່ອ​ການ​ຄວບ​ຄຸມ​ຢາສູບ ​ໃຫ້​ຮູ້​ວ່າ: ສປປ ລາວ​ໄດ້​ເພີ່ມ​ຄວາມເຂັ້ມ​ງວດ​ໃນ​ການ​ຄວບຄຸມ​ການ​ໂຄສະນາ​ຜົນ​ຮ້າຍ​ຈາກ​ຜະລິດ​ຕະພັນ​ຢາ​ສູບຫລາຍ​ຂຶ້ນ, ຫລັງ​ຈາກ​ໄດ້​ບັງຄັບ​ໃຊ້ມາດ​ຕະການ​ຕ້ອງພີ​ມຮູບ​ພາບ​ຄໍາ​ເຕືອນ​ອັນຕະລາຍກວມ​ຫລາຍ​ກວ່າ 75% ຂອງ​ເນື້ອ​ທີ່ຊອງ ​ແລະ ຕຸ​ດຢາສູບທຸກ​ຍີ​ຫໍ້​ທີ່​ຜະລິດ​ຢູ່​ພາຍ​ໃນ ​ແລະ ນໍາ​​ເຂົ້າ​ຈາກ​ຕ່າງປະ​ເທດນັບ​​ແຕ່​ວັນ​ທີ 1 ພຶດສະພາ 2017 ​ເປັນ​ຕົ້ນ​ໄປ.

ທ່ານ ພັດ ​ເກິ່ງ​ຊາ​ເນ​ດ ຫົວໜ້າ​ກົມ​ອານາ​ໄມ ​ແລະ ສົ່ງ​ເສີມ​ສຸຂະພາບ​ກະຊວງ​ສາທາລະນະ​ສຸກ, ຫົວໜ້າ​ກອງ​ເລຂາ​ຄະນະ​ກໍາມະການ​ແຫ່ງ​ຊາດ​ເພື່ອ​ຄວບ​ຄຸມ​ຢາສູບ ກ່າວ​ວ່າ: ການ​ບັງ​ໃຊ້​ມາດ​ຕະການ​ດັ່ງກ່າວ​ແມ່ນປະຕິບັດ​​ພັນທະ​​ສົນ​ທິ​ສັນຍາ​ສາ​ກົນ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບທີ່ລາວ​ໄດ້​ເຂົ້າ​ເປັນ​ພາຄີ​ ​ແລະ ກົດໝາຍ​ວ່າ​ດ້ວຍການ​ຄວບ​ຄຸມ​ຢາສູບ, ​ເພື່ອ​ໃຫ້​ສັງຄົມ​ໄດ້ຮັບ​ຮູ້​ຂໍ້​ມູນ​ຂ່າວ​ສານຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ພິດ​ໄພ​,​ ຄວາມອັນຕະລາຍ​ຂອງ​ການ​ສູບຢາ ​ແລະ ການ​ໄດ້​ຮັບຄວັນ​ຢາສູບ​ຂອງ​ຜູ້​ອື່ນ, ​ສົ່ງ​ເສີມ​ວຽກ​ງານ​ປ້ອງ​ກັນ​ພະຍາດບໍ່​ຕິດ​ຕໍ່ ​ແລະ ທັງ​ເປັນ​ເຄື່ອງມື​ຊ່ວຍພາກ​ລັດໃນ​ການ​ກວດກາ​ ​ແລະ ສະກັດ​ກັ້ນຢາສູບ​ຜິດ​ກົດໝາຍອີກດ້ວຍ.

- Visit Laos Visit SALANA BOUTIQUE HOTEL - ລາວບັງຄັບໃຫ້ພີມຮູບພາບຄໍາເຕືອນອັນຕະລາຍ ໃສ່ຊອງຢາສູບມີຜົນແຕ່1ພຶດສະພາເປັນຕົ້ນໄປ

ທ່ານ​ຫົວໜ້າ​ກອງ​ເລຂາ​ດັ່ງກ່າວ ​​ໃຫ້​ຮູ້​ວ່າ: ກໍລະນີພົບ​ເຫັນມີ​ການລະ​ເມີດຕໍ່​​ຜົນ​ບັງຄັບ​ໃຊ້​ດັ່ງກ່າວ, ໃນ​ເບື້ອງ​ຕົ້ນຈະ​​ໄດ້ດໍາ​ເນີນ​ມາດ​ຕະການ​ຕັກ​ເຕືອນສຶກສາ​ອົບຮົມ, ຢຶດ, ປັບ​​ໄໝ ຫລື ​ໃຫ້​ໂຈະ​ການ​ດຳ​ເນີນ​ທຸລະ​ກິດ​ຊົ່ວຄາວ ຕາມ​ກໍລະນີ​ໜັກ​ເບົາ, ​ເຊິ່ງຄາດ​ວ່າອີກປະມານ 3 ​ເດືອນຕໍ່ໜ້າ​ຜະລິດ​ຕະພັນ​ຢາສູບ​ທີ່ບໍ່​ໄດ້​ພີ​ມຮູບ​ພາບ ​ແລະ ຄໍາ​ເຕືອນ​ອັນຕະລາຍ​ຈະ​ບໍ່​ມີຈຳ​ໜ່າຍ​​ໃນ​ທ້ອງ​ຕະຫລາດ​ໃນ​ທົ່ວ​ປະ​ເທດ​ອີກ​ຕໍ່​ໄປ.

- 3 - ລາວບັງຄັບໃຫ້ພີມຮູບພາບຄໍາເຕືອນອັນຕະລາຍ ໃສ່ຊອງຢາສູບມີຜົນແຕ່1ພຶດສະພາເປັນຕົ້ນໄປ
- 5 - ລາວບັງຄັບໃຫ້ພີມຮູບພາບຄໍາເຕືອນອັນຕະລາຍ ໃສ່ຊອງຢາສູບມີຜົນແຕ່1ພຶດສະພາເປັນຕົ້ນໄປ
- 4 - ລາວບັງຄັບໃຫ້ພີມຮູບພາບຄໍາເຕືອນອັນຕະລາຍ ໃສ່ຊອງຢາສູບມີຜົນແຕ່1ພຶດສະພາເປັນຕົ້ນໄປ