ຈີນຕັ້ງເປົ້າແຊງໜ້ານາຊາໃນການ ພັດທະນາຈະຫລວດປະສິດທິພາບສູງ


ຜູ້ຊ່ຽວຊານດ້ານອະວະກາດຂອງຈີນເປີດເຜີຍໃນວັນທີ 2 ກໍລະກົດວ່າ: ຈີນກຳລັງພັດທະນາຈະຫລວດປະສິດທິພາບສູງທີ່ຈະສາມາດຂົນສົ່ງວັດຖຸຂຶ້ນສູ່ວົງໂຄຈອນຕໍ່າຂອງໂລກໄດ້ໂດຍວັດຖຸນັ້ນມີນ້ຳໜັກຫລາຍກວ່າທີ່ຈະຫລວດຂອງສຳນັກງານບໍລິຫານການບິນ ແລະ ອະວະກາດແຫ່ງຊາດ ຫລື ນາຊາ ຂອງອາເມລິກາ ຈະເຮັດໄດ້.
ສຳນັກຂ່າວຊິນຮົວ ຂອງທາງການຈີນລາຍງານອ້າງຄຳກ່າວຂອງທ່ານ ຫລົງ ເລີຫາວ ເຈົ້າໜ້າທີ່ລະດັບສູງຂອງສະຖາບັນວິສະວະກຳສາດຈີນ ທີ່ລະບຸວ່າ: ພາຍໃນປີ 2030 ຈະຫລວດລອງມາຣ-9 ເຊິ່ງກຳລັງຢູ່ໃນລະຫວ່າງການພັດທະນາ ຈະສາມາດບັນທຸກວັດຖຸນ້ຳໜັກ 140 ໂຕນ ຂຶ້ນສູ່ວົງໂຄຈອນຕໍ່າຂອງໂລກ ເຊິ່ງເປັນວົງໂຄຈອນຂອງດາວທຽມຕ່າງໆໃຊ້ຢູ່ໃນປັດຈຸບັນນີ້ ໂດຍປຽບທຽບກັບນ້ຳໜັກບັນທຸກຂອງຈະຫລວດອາຣີອານ 5 ຂອງເອີຣົບ ເຊິ່ງມີນ້ຳໜັກ 20 ໂຕນ ຫລື ຈະຫລອດຟໍຄອນ ເຮຟວີ ຂອງອີລອນ ມັສ ທີ່ບັນທຸກໄດ້ນ້ຳໜັກ 64 ໂຕນ. ນອກຈາກນັ້ນ ຂະໜາດນ້ຳໜັກບັນທຸກນີ້ຍັງຈະແຊງໜ້າສະເປຊ ລອນ ຊິສເຕັມ ຂອງນາຊາ ທີ່ມີນ້ຳໜັກ 130 ໂຕນ ເຊິ່ງມີກຳນົດຈະອອກໃຊ້ງານໃນປີ 2020. ນອກຈາກນັ້ນແລ້ວ ຈີນກຳລັງພັດທະນາຈະຫລວດທີ່ສາມາດນຳກັບມາໃຊ້ໄດ້ອີກ ເຊິ່ງຄາດວ່າຈະເລີ່ມໃຊ້ງານໄດ້ໃນປີ 2021. ຂະນະດຽວກັນ ຈີນທຸ້ມເງິນມະຫາສານໃນໂຄງການອະວະກາດ ໂດຍຫວັງວ່າຈະມີສະຖານີອະວະກາດທີ່ມີນັກບິນອະວະກາດປະຈຳຢູ່ພາຍໃນປີ 2022 ແລະ ສົ່ງມະນຸດໄປດວງຈັນໃນມໍ່ໆນີ້.