ມາເລເຊຍໂຈະໂຄງການລົດໄຟກັບຈີນ


ລັດຖະບານມາເລເຊຍປະກາດໂຈະໂຄງການກໍ່ສ້າງເສັ້ນທາງລົດໄຟ ເພາະແພງເກີນຈິງ ພຽງ 1 ວັນຫລັງສານຂັ້ນຕົ້ນດຳເນີນຄະດີສໍ້ລາດບັງຫລວງກັບອະດີດນາຍົກລັດຖະມົນຕີ ນາຈິບ ຣາຊັກ ເຊິ່ງເປັນຜູ້ເຈລະຈາໂຄງການນີ້.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດ ໄຊນາ ຄອມມູນິດເຄເຊິນ ຄອນສະຕັກຊັນ ຈຳກັດ (CCCC) ເຊິ່ງເປັນຜູ້ຖືສຳປະທານເມກະໂປຣເຈັກກໍ່ສ້າງເສັ້ນທາງລົດໄຟເບື້ອງຕາເວັນອອກ (ECRL) ໃນມາເລເຊຍ ອອກຖະແຫລງການໃນວັນທີ 4 ກໍລະກົດວ່າ: ເສຍໃຈເປັນຢ່າງຍິ່ງ ຫລັງໄດ້ຮັບແຈ້ງຈາກລັດຖະບານກົວລາລຳເປີ ເລື່ອງການໂຈະໂຄງການດັ່ງກ່າວແບບບໍ່ມີກຳນົດ. ເຖິງຢ່າງໃດກໍຕາມ, CCCC ຂໍຮຽກຮ້ອງໃຫ້ລັດຖະບານມາເລເຊຍຊຸດປັດຈຸບັນປະຕິບັດຕາມຂໍ້ຕົກລົງທີ່ເປັນຜົນຈາກການເຈລະຈາ ແລະ ລົງນາມຮ່ວມກັນໂດຍລັດຖະບານຊຸດຜ່ານມາ ເພື່ອຜົນປະໂຫຍດຮ່ວມກັນຂອງສອງຝ່າຍ.
ທັງນີ້, ໂຄງການ ECRL ໃຊ້ງົບປະມານ 55.000 ລ້ານຣິງກິດ ຖືວ່າແພງທີ່ສຸດໃນປະຫວັດສາດຂອງມາເລເຊຍ ເປັນສ່ວນໜຶ່ງຂອງແຜນຍຸດທະສາດໜຶ່ງແລວໜຶ່ງເສັ້ນທາງ ຫລື ເສັ້ນທາງສາຍໄໝສະຕະວັດທີ 21 ເລີ່ມດຳເນີນການກໍ່ສ້າງໃນປີຜ່ານມາ ຫລັງມີການລົງນາມໃນເດືອນມີນາ 2017 ເຊິ່ງເມື່ອສຳເລັດສົມບູນຕາມກຳນົດໃນປີ 2031 ເສັ້ນທາງລົດໄຟຈະມີຄວາມຍາວທັງໝົດ 688 ກິໂລແມັດ ເຊື່ອມຕໍ່ລະຫວ່າງລັດປະຫັງກັບຊາຍແດນໄທໃກ້ກັບທະເລຈີນໃຕ້ ແລະ ຊ່ອງແຄບມະລະກາທີ່ຢູ່ທາງຕາເວັນຕົກ ເຊິ່ງຖືເປັນໜຶ່ງໃນເສັ້ນທາງແລ່ນເຮືອສາຍສຳຄັນຂອງໂລກ.
ການເຄື່ອນໄຫວດັ່ງກ່າວຂອງລັດຖະບານມາເລເຊຍເປັນໄປຕາມຄວາມຄາດໝາຍ, ຫລັງທ່ານ ມະຫາເທ ໂມຮຳໝັດ ນາຍົກລັດຖະມົນຕີ ປະກາດໃນທ້າຍເດືອນພຶດສະພາ ຍົກເລີກໂຄງການລົດໄຟຄວາມໄວສູງກັບສິງກະໂປ. ໃນອີກດ້ານໜຶ່ງ ສານຊັ້ນຕົ້ນຂອງມາເລເຊຍຕັ້ງຂໍ້ຫາອະດີດນາຍົກລັດຖະມົນຕີ ນາຈິບ ຣາຊັກ 4 ຂໍ້ຫາ ຈາກການໃຊ້ອຳນາດບໍ່ຍຸຕິທຳ ແລະ ສໍ້ລາດບັງຫລວງໃນການບໍລິຫານກອງທຶນພັດທະນາແຫ່ງຊາດ ເຊິ່ງເປັນສ່ວນຮ່ວມກັບເມກະໂປຣເຈັກເຫລົ່ານີ້.