ລາວ​ເປີດ​ປື້ມຄູ່​ມືສະຖິຕິ​ພະລັງງານ​ແຫ່ງ​ຊາດ

ລາວ​ເປີດ​ປື້ມຄູ່​ມືສະຖິຕິ​ພະລັງງານ​ແຫ່ງ​ຊາດ - book - ລາວ​ເປີດ​ປື້ມຄູ່​ມືສະຖິຕິ​ພະລັງງານ​ແຫ່ງ​ຊາດ
ລາວ​ເປີດ​ປື້ມຄູ່​ມືສະຖິຕິ​ພະລັງງານ​ແຫ່ງ​ຊາດ - kitchen vibe - ລາວ​ເປີດ​ປື້ມຄູ່​ມືສະຖິຕິ​ພະລັງງານ​ແຫ່ງ​ຊາດ

​ເມື່ອ​ບໍ່ດົນ​ມາ ນີ້, ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ຮ່ວມ​ກັບ​ສະ​ຖາ​ບັນ​ຄົ້ນ­ຄວ້າ​ເສດ­ຖະ­ກິດ​ອາ​ຊຽນ ແລະ ອາ­ຊີ​ຕາ­ເວັນ​ອອກ ນຳ​ສະ­ເໜີ​ປຶ້ມ​ສະ­ຖິ­ຕິ​ພະລັງ­ງານ​ແຫ່ງ​ຊາດ 2018 ເຊິ່ງ​ເປັນ​ຫົວ​ທຳ​ອິດ ​ທີ່​ສະ­ເໜີ​ຂໍ້​ມູນ​ກ່ຽວ​ກັບ​ການ​ຊົມ­ໃຊ້​ຄວາມ​ຕ້ອງ­ການ ແລະ ການ​ສະ­ໜອງ​ພະ­ລັງ­ງານ​ຂອງ ສປປ ລາວ. ໂດຍ​ການ​ເຂົ້າຮ່ວມ​ຂອງທ່ານ ຄຳ​ມະ­ນີ ອິນ​ທິ​ລາດ ລັດ­ຖະ­ມົນ­ຕີ​ກະ­ຊວງ ພະລັງງານ ​ແລະ ບໍ່​ແຮ່, ທ່ານ ຮິ​ເດ​ໂຕ​ຊິ ນິ​ຊິ​ມູ­ລະ ປະ­ທານ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດ­ຖະ­ກິດ​ອາ​ຊຽນ ແລະ ອາ­ຊີ​ຕາ­ເວັນ​ອອກ.

ທ່ານ ລັດຖະມົນຕີ​ກະຊວງ ພະລັງງານ ​ແລະ ບໍ່​ແຮ່ ​ໃຫ້​ຮູ້​ວ່າ: ສະ​ຖາ​ບັນ​ຄົ້ນ­ຄວ້າ​ເສດ­ຖະ­ກິດ​ອາ​ຊຽນ ແລະ ອາ­ຊີ​ຕາ­ເວັນ​ອອກ ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ຫຼາຍ​ປະ­ເທດ​ໃນ​ອາ​ຊຽນ​ມາ​ແລ້ວ ລວມ​ທັງ ສປປ ລາວ ນັບ​ແຕ່​ເດືອນ​ມິ­ຖຸ­ນາ 2017 ສະ​ຖາ​ບັນ​ດັ່ງ­ກ່າວ ​ໄດ້​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ອັບ​ເດດ​ສະ­ຖິ­ຕິ​ຂະ­ແໜງ​ພະ­ລັງ­ງານ ໂດຍ​ການ​ເຝິກ​ໃຫ້​ພະ­ນັກ­ງານ​ກະ­ຊວງ ແລະ ບັນ­ດາ​ພາກ­ສ່ວນ​ກ່ຽວ­ຂ້ອງ​ຕໍ່​ຍອດ​ປະ­ສົບ​ການ​ຂອງ​ຕົນ ຜ່ານ​ການ​ລົງ​ເກັບ​ກຳ​ຂໍ້​ມູນ ແລກ­ປ່ຽນ​ຄຳ​ຄິດ​ເຫັນ ກະ­ກຽມ ແລະ ວິ­ເຄາະ​ຂໍ້​ມູນ​ຂອງ​ການ​ຊົມ­ໃຊ້​ພະ­ລັງ­ງານ​ໃນ​ແຕ່​ລະ​ຂະແໜງ­ການ​ສຳ­ຄັນ ຜົນ​ທີ່​ໄດ້​ຮັບ ກໍ່​ຄື​ບົດ​ລາຍ​ງານ​ສະ­ຖິ­ຕິ​ສະ­ບັບ​ນີ້ ແມ່ນ​ໄດ້​ມີ​ຮູບ​ແບບ​ຄ້າຍ­ຄື​ກັນ​ກັບ​ຮູບ​ແບບ​ບົດ​ລາຍ​ງານ​ຂອງ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ​ອື່ນໆ ເຊິ່ງ​ຄັ້ງ​ນີ້​ຍັງ​ໄດ້​ລົງ​ນາມ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ລະ­ຫວ່າງ ກະ­ຊວງ ພະລັງງານ ​ແລະ ບໍ່​ແຮ່ ກັບ​ສະ​ຖາ​ບັນ​ຄົ້ນ­ຄວ້າ​ເສດ­ຖະ­ກິດ​ສຳ​ຫຼັບ​ອາ​ຊຽນ ແລະ ອາ­ຊີ​ຕາ­ເວັນ​ອອກ ເພື່ອ​ສືບ­ຕໍ່​ຊ່ວຍ­ເຫຼືອ​ການ​ສ້າງ​ຂີດ​ຄວາມ​ສາ­ມາດ​ໃຫ້​ແກ່​ພະ­ນັກ­ງານ​ລັດ ເພື່ອ​ໃຫ້​ສາ­ມາດ​ເຜີຍ­ແຜ່​ແນວ­ທາງ​ຄັ້ງ​ທຳ​ອິດ​ດ້ານ​ພະ­ລັງ­ງານ​ຂອງ​ລາວ ເສີມ​ຂະ­ຫຍາຍ​ຄວາມ​ຮູ້-ຄວາມ​ສາ­ມາດ​ດ້ານ​ເສດ­ຖະ­ກິດ​ພະ­ລັງ­ງານ ແລະ ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ກະ­ກຽມ​ແຜນ​ງານ​ສຳ­ລັບ​ຍານ­ພາ­ຫະ­ນະ​ໄຟ­ຟ້າ.

ສະ​ຖາ​ບັນ​ຄົ້ນ­ຄວ້າ​ເສດ­ຖະ­ກິດ​ອາ​ຊຽນ ແລະ ອາ­ຊີ​ຕາ­ເວັນ​ອອກ ຮ່ວມ​ກັບ​ກົມ​ນະ­ໂຍ­ບາຍ​ພະ­ລັງ­ງານ ແລະ ແຜນ­ການ ໄດ້​ສ້າງ­ຕັ້ງ​ໜ່ວຍ​ງານ​ສະ­ເພາະ​ຂຶ້ນ​ເພື່ອ​ເກັບ​ກຳ​ຂໍ້​ມູນ ແລະ ສຳ​ຫຼວດ​ການ​ຊົມ­ໃຊ້​ພະ­ລັງ­ງານ​ທີ່​ຖືກ​ໃຊ້​ເຂົ້າ​ໃນ​ຂະ­ແໜງ­ການ​ຂົນ­ສົ່ງ ອຸດ­ສາ­ຫະ­ກຳ-ການ​ຄ້າ ແລະ ທີ່​ພັກ​ອາ­ໄສ ໃນ​ນີ້​ໜຶ່ງ​ໃນ​ຂໍ້​ມູນ​ທີ່​ຫາ​ຍາກ​ທີ່​ສຸດ​ແມ່ນ​ຂະ­ແໜງ­ການ​ຂົນ­ສົ່ງ​ເຊັ່ນ: ຂໍ້​ມູນ​ການ​ໃຊ້​ນ້ຳ­ມັນ​ເຊື້ອ​ໄຟ ໄລຍະ​ທາງ​ຂອງ​ລົດ​ແຕ່​ລະ​ປະ­ເພດ ລວມ​ເຖິງ​ປະ­ລິ­ມານ​ການ​ຊົມ­ໃຊ້​ພະ­ລັງ­ງານ​ຕາມ​ຄົວ​ເຮືອນ ຫຼື ທີ່​ພັກ​ອາ­ໄສ.

ທ່ານ ຮິ​ເດ​ໂຕ​ຊິ ນິ​ຊິ​ມູ­ຣະ ກ່າວ​ວ່າ: ພວກ​ເຮົາ​ເຊື່ອ​ວ່າ­ການ​ອັບ​ເດດ​ຂໍ້​ມູນ ແລະ ສະ­ຖິ­ຕິ​ດ້ານ​ພະ­ລັງ­ງານ​ຂອງ ສປປ ລາວ ບໍ່​ພຽງ​ແຕ່​ຈະ​ສາ­ມາດ​ຮັບ​ໃຊ້​ເຂົ້າ​ໃນ​ການ​ວາງ​ນະ­ໂຍ­ບາຍ ແຕ່​ຍັງ​ຈະ​ຊ່ວຍ​ຮັດ​ແໜ້ນ​ການ​ຮ່ວມ​ມື​ດ້ານ​ພະ­ລັງງານ​ກັບ​ປະ­ເທດ​ອື່ນ​ໃນ​ຂົງ­ເຂດ​ອາ​ຊຽນ ຂົງ­ເຂດ​ພາກ​ພື້ນ​ອື່ນໆ ແລະ ສາ­ກົນ​ອີກ​ດ້ວຍ​ເຊັ່ນ: ສູນ​ອາ​ຊຽນ​ດ້ານ​ພະ­ລັງ­ງານ (ACE) ແລະ ອົງ­ການ​ພະ­ລັງ­ງານ​ສາກົນ (IEA) ທີ່​ຕ້ອງ­ການ​ຂໍ້​ມູນ​ໃນ​ບາງ​ຄັ້ງ​ຄາວ ເພື່ອ​ຮ່າງ​ນະ­ໂຍ­ບາຍ ແລະ ການ​ວິ­ເຄາະ​ຕ່າງໆ.

ລາວ​ເປີດ​ປື້ມຄູ່​ມືສະຖິຕິ​ພະລັງງານ​ແຫ່ງ​ຊາດ - 4 - ລາວ​ເປີດ​ປື້ມຄູ່​ມືສະຖິຕິ​ພະລັງງານ​ແຫ່ງ​ຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!