6 ເດືອນຕົ້ນປີ ເຈົ້າໜ້າທີ່ມ້າງຄະດີຢາເສບຕິດໄດ້ກວ່າ 1.300 ເລື່ອງ


ທ່ານພັນເອກ ຄໍາແພງ ໄຊຍະລາດ ຫົວໜ້າກົມຕໍາຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ (ກຕສ) ກົມໃຫຍ່ຕໍາຫລວດກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ຢາເສບຕິດຍັງແມ່ນສາເຫດຕົ້ນຕໍພາໃຫ້ເກີດປາກົດການຫຍໍ້ທໍ້ໃນສັງຄົມ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ບໍ່ເປັນລະບຽບຮຽບຮ້ອຍ ເຊັ່ນ: ປຸ້ນຈີ້-ຊີງຊັບ, ລັກຊັບ, ຄາດຕະກໍາ ແລະ ອາຊະຍາກໍາອື່ນໆ ແລະ ໃນ 6 ເດືອນຕົ້ນປີນີ້, ເຈົ້າໜ້າທີ່ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 1.379 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 1.944 ຄົນ (ຍິງ 240 ຄົນ) ໃນນີ້, ຕ່າງປະເທດ 32 ຄົນ (ຍິງ 5 ຄົນ) ຢຶດຂອງກາງຢາເສບຕິດປະເພດຕ່າງໆໄດ້ເປັນຈໍານວນຫລາຍເຊັ່ນ: ຢາບ້າ 1,7 ລ້ານກວ່າເມັດ, ຢາໄອສ໌ 100 ກວ່າກິໂລ, ເຮໂຣອິນ 70 ກວ່າກິໂລ, ຝິ່ນ 50 ກວ່າກິໂລ, ແປ້ງຝຸ່ນປະສົມຢາເສບຕິດເກືອບ 14 ກິໂລ. ນອກນັ້ນ, ຍັງສາມາດຢຶດລົດໃຫຍ່ໄດ້ 25 ຄັນ, ລົດຈັກ 200 ກວ່າຄັນ, ປືນ 22 ກະບອກ, ລູກປືນ 200 ກວ່າລູກ ແລະ ອື່ນໆ. ພ້ອມທັງພົບເຫັນ ແລະ ຈັບຜູ້ລັກລອບຂົນສົ່ງຢາເສບຕິດທາງໄປສະນີ ແລະ ທາງບໍລິສັດຮັບສົ່ງເຄື່ອງ DHL, EMS ມີທັງສົ່ງເຂົ້າ ແລະ ສົ່ງອອກໄປປະເທດທີສາມຈໍານວນ 15 ຄັ້ງ, ໄດ້ຜູ້ຖືກຫາ ແລະ ຢາເສບຕິດຈໍານວນໜຶ່ງ, ທຽບໃສ່ 6 ເດືອນຕົ້ນປີຂອງປີຜ່ານມາເຫັນວ່າຈໍານວນຄະດີແມ່ນຫລຸດລົງ. ໃນນີ້, ມີຄະດີພົ້ນເດັ່ນຄື: ໃນວັນທີ 4 ມັງກອນ 2018 ເຈົ້າໜ້າທີ່ສາມາດມ້າງຄະດີໄດ້ 1 ເລື່ອງ ຜູ້ຖືກຫາ 2 ຄົນ, ຢຶດເຮໂຣອິນນໍ້າໜັກ 12,6 ກິໂລ, ຢາໄອສ໌ 1 ກິໂລ, ຕໍ່ມາໃນວັນທີ 9 ມັງກອນ 2018 ເຈົ້າໜ້າທີ່ແຂວງບໍລິຄໍາໄຊສາມາດມ້າງໄດ້ 1 ເລື່ອງ, ມີຜູ້ຖືກຫາ 5 ຄົນ ແລະ ສາມາດຢຶດຢາໄອສ໌ນໍ້າໜັກ 50 ກິໂລ ແລະ ໃນວັນທີ 30 ຂອງເດືອນດຽວກັນ, ເຈົ້າໜ້າທີ່ສາມາດມ້າງໄດ້ 1 ເລື່ອງ, ມີຜູ້ຖືກຫາ 3 ຄົນ (ຕ່າງປະເທດ 2 ຄົນ) ພ້ອມຂອງກາງເຮໂຣອິນນໍ້າໜັກ 1 ກິໂລ. ມາໃນວັນທີ 1 ກຸມພາ 2018 ເຈົ້າໜ້າທີ່ແຂວງບໍ່ແກ້ວ ສາມາດມ້າງໄດ້ 1 ເລື່ອງ, ມີຜູ້ຖືກຫາ 1 ຄົນ ຢຶດຢາບ້າ 3 ແສນເມັດ. ນອກນີ້, ໃນເດືອນມີນາ 2018 ຄື: ໃນວັນທີ 2 ເຈົ້າໜ້າທີ່ແຂວງບໍລິຄໍາໄຊ ມ້າງໄດ້ 1 ເລື່ອງ, ມີຜູ້ຖືກຫາ 2 ຄົນ ພ້ອມຂອງກາງຢາບ້າ 84 ພັນເມັດ, ຕໍ່ມາໃນວັນທີ 8 ເຈົ້າໜ້າທີ່ແຂວງອຸດົມໄຊ ສາມາດມ້າງໄດ້ 1 ເລື່ອງ, ມີຜູ້ຖືກຫາ 2 ຄົນ, ພ້ອມຂອງກາງຢາບ້າ 72 ພັນເມັດ, ໃນວັນທີ 12 ເຈົ້າໜ້າທີ່ແຂວງຫລວງນໍ້າທາສາມາດມ້າງໄດ້ 1 ເລື່ອງ, ມີຜູ້ຖືຫາ 1 ຄົນ, ພ້ອມຂອງກາງຢາບ້າ 1 ແສນເມັດ ແລະ ໃນວັນທີ 13 ເຈົ້າໜ້າທີ່ແຂວງຜົ້ງສາລີ ສາມາດມ້າງໄດ້ 1 ເລື່ອງມີຜູ້ຖືກຫາ 3 ຄົນ, ພ້ອມຂອງກາງຢາບ້າ 30 ພັນເມັດ ແລະ ເຮໂຣອິນ 22 ກິໂລ ແລະ ເຈົ້າໜ້າທີ່ແຂວງອຸດົມໄຊມ້າງໄດ້ 1 ເລື່ອງ, ຢຶດຂອງກາງຝິ່ນ 23 ກິໂລ, ໃນວັນທີ 19 ມີນາ 2018 ເຈົ້າໜ້າທີ່ແຂວງສາລະວັນມ້າງໄດ້ 1 ເລື່ອງ, ມີຜູ້ຖືກຫາ 5 ຄົນ, ພ້ອມຂອງກາງຢາບ້າ 50 ພັນເມັດ ແລະ ຢາໄອສ໌ 1 ກິໂລ, ຕົກມາໃນວັນທີ 9 ເມສາ 2018 ເຈົ້າໜ້າທີ່ສາມາດມ້າງໄດ້ອີກ 1 ເລື່ອງ, ມີຜູ້ຖືຫາ 1 ຄົນພ້ອມຂອງກາງຢາບ້າ 1 ແສນເມັດ.
ຕໍ່ມາໃນວັນທີ 2 ເມສາ 2018 ເຈົ້າໜ້າທີ່ແຂວງຫົວພັນ ສາມາດມ້າງໄດ້ 1 ເລື່ອງ, ມີຜູ້ຖືກຫາ 1 ຄົນ, ຢຶດຂອງກາງຢາບ້າ 78 ພັນເມັດ, ຢາໄອສ໌ 40 ກິໂລ ແລະ ເຮໂຣອິນ 700 ກຣາມ ແລະ ໃນວັນທີ 25 ເມສາ 2018 ເຈົ້າໜ້າທີ່ແຂວງດັ່ງກ່າວກໍສາມາດມ້າງໄດ້ອີກ 1 ເລື່ອງ, ມີຜູ້ຖືກຫາ 2 ຄົນ, ພ້ອມຂອງກາງຢາເຮໂຮອິນ 23 ກວ່າກິໂລ. ນອກນີ້, ໃນວັນທີ 3 ມິຖຸນາ ເຈົ້າໜ້າທີ່ແຂວງຫົວພັນ ກໍສາມາດມ້າງໄດ້ຕື່ມອີກ 1 ເລື່ອງ ມີຜູ້ຖືກຫາ 1 ຄົນ, ພ້ອມຂອງກາງຝິ່ນ 11 ກິໂລ.