ໃນໄລຍະທີ່ຕ້ອງດູແລໂຕເອງເປັນພິເສດ
July 13, 2018 - 2:37 PM


ແມ່ຍິງກັບປະຈຳເດືອນເບິ່ງຈະເປັນເລື່ອງຕິດພັນກັນທຸກເດືອນ ໃນໄລຍະນັ້ນຂອງເດືອນເປັນໄລຍະທີ່ຮ່າງກາຍອ່ອນເພຍລົງ ດັ່ງ ນັ້ນຈຶ່ງຕ້ອງຮູ້ຈັກເບິ່ງແຍງດູແລຕົນເອງເປັນພິເສດ.
ຄວນຊຳລະລ້າງຮ່າງກາຍໃຫ້ສະອາດ, ນຸ່ງໂສ້ງໃນທີ່ລະບາຍອາກາດໄດ້ດີ, ປ່ຽນຜ້າອະນາໄມຕະຫລອດ, ລ້າງອະໄວຍະວະເພດໃຫ້ສະອາດ, ຫລີກເວັ້ນການໃຊ້ຜະລິດຕະພັນເຮັດຄວາມສະອາດອະໄວຍະວະເພດໂດຍກົງ ຫລື ສວນລ້າງເຂົ້າໄປທາງໃນ.
– ຂໍ້ຄວນລະວັງໃນໄລຍະເປັນປະຈຳເດືອນມີດັ່ງນີ້ :
- ຢ່າສະຜົມທຸກມື້, ສະແລ້ວຄວນຟ້າວໄດ ຫລື ເປົ່າໃຫ້ແຫ້ງ.
- ເຮັດຮ່າງກາຍໃຫ້ອົບອຸ່ນ.
- ບໍ່ຄວນດື່ມນຳ້ເຢັນໆ ອາດເຮັດໃຫ້ປະຈຳເດືອນໄຫລບໍ່ສະດວກ ຫລື ເປັນກ້ອນເປັນຕ່ອນໄດ້.
- ເລືອກກິນອາຫານຫວານໃນປະລິມານທີ່ເໝາະສົມ ໄລຍະນີ້ອາດຮູ້ສຶກວ່າຕຸ້ຍ ຫລື ບວມງ່າຍ.
- ການເຮັດວຽກໜັກ ຫລື ອອກກຳລັງກາຍໜັກໃນໄລຍະນີ້ອາດເສຍເລືອດຫລາຍຂຶ້ນ ເຮັດໃຫ້ອ່ອນເພຍໄດ້ງ່າຍ.
- ໄລຍະນີ້ມັກຈະອາລົມບໍ່ປົກກະຕິ, ພະຍາຍາມລະງັບອາລົມ ແລະ ຢ່າເອົາມາເປັນຂໍ້ອ້າງໃນການຫງຸດຫງິດໃຈຮ້າຍໃສ່ຄົນອື່ນ.
- ການແຊ່ນຳ້ດົນ ອາດເປັນສາເຫດຂອງການຕິດເຊື້ອໄດ້.
- ເບິ່ງແຍງຄວາມສະອາດຜິວໜ້າ ໄລຍະເປັນປະຈຳເດືອນ ຮູຂຸມຂົນຈະຂະຫຍາຍ ອາດເປັນສາເຫດຂອງການເກີດສິວໄດ້ ແລະ ຄວນງົດການຜັດຖູຜິວໜ້າໄວ້ກ່ອນ.
- ຫລາຍຄົນອາດມີອາການເຈັບແອວ, ປວດຕາມຕົນໂຕ ລອງແຊ່ຕີນໃນນຳ້ອຸ່ນ ຈະເຮັດໃຫ້ລະບົບໝູນວຽນເລືອດດີຂຶ້ນ ອາການເຈັບປວດຈະຫລຸດຜ່ອນລົງ.
- ເບິ່ງແຍງຮັກສາຄວາມສະອາດຂອງອະໄວຍະວະເພດໃຫ້ດີເປັນພິເສດ.