ປາຂ່ານໍ້າຈືດໃນພາກໃຕ້ລາວຍັງເຫລືອໄວ້ພຽງ 4 ໂຕເທົ່ານັ້ນ

- 31301817 2215075255176908 5963682650227998720 o - ປາຂ່ານໍ້າຈືດໃນພາກໃຕ້ລາວຍັງເຫລືອໄວ້ພຽງ 4 ໂຕເທົ່ານັ້ນ
- kitchen vibe - ປາຂ່ານໍ້າຈືດໃນພາກໃຕ້ລາວຍັງເຫລືອໄວ້ພຽງ 4 ໂຕເທົ່ານັ້ນ

ຕາມການສໍາຫລວດເຫັນວ່າ: ປາຂ່ານໍ້າຈືດໃນເຂດພາກໃຕ້ລາວ, ໂດຍສະເພາະເຂດສະຫງວນບ້ານຫາງສະດໍາ ເມືອງໂຂງແຂວງຈໍາປາສັກ ຍັງເຫລືອພຽງ 4 ໂຕເທົ່ານັ້ນ, ໂດຍເຫັນໄດ້ຄວາມບອບບາງຂອງສັດນໍ້າຫາຍາກ ແລະ ໃກ້ຈະສູນພັນດັ່ງກ່າວ ທາງອໍານາດການປົກຄອງທ້ອງຖິ່ນ ຈຶ່ງໄດ້ເພີ່ມທະວີການຄຸ້ມຄອງ ແລະ ປົກປັກຮັກສາປາຂ່າທີ່ຍັງເຫລືອນີ້ ໃຫ້ພວກມັນມີຄວາມອາດສາມາດແຜ່ພັນໄດ້ດ້ວຍການຂະຫຍາຍເຂດວັງສະຫງວນປາຂ່າຈາກ 21 ເຮັກຕາໃນເມື່ອກ່ອນມາເປັນ 150 ເຮັກຕາ, ພ້ອມເພີ່ມທະວີການກວດກາເວນຍາມຢ່າງເປັນປົກກະຕິຂອງກໍາລັງເຈົ້າໜ້າທີ່ ແລະ ໜ່ວຍງານປະມົງຂອງທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ, ສາມາດສະກັດກັ້ນການບຸກລຸກຂອງພວກບໍ່ຫວັງດີໃຫ້ໝົດໄປ ທັງນີ້ບໍ່ພຽງແຕ່ອະນຸລັກປາຂ່າເທົ່ານັ້ນ ຍັງຊ່ວຍປັກປັກຮັກສາສັດນໍ້າໃນເຂດດັ່ງກ່າວໃຫ້ນັບມື້ໄດ້ຂະຫຍາຍຕົວຫລາຍຂຶ້ນ ແລະ ຍືນຍົງ.

- 5 - ປາຂ່ານໍ້າຈືດໃນພາກໃຕ້ລາວຍັງເຫລືອໄວ້ພຽງ 4 ໂຕເທົ່ານັ້ນ
- Visit Laos Visit SALANA BOUTIQUE HOTEL - ປາຂ່ານໍ້າຈືດໃນພາກໃຕ້ລາວຍັງເຫລືອໄວ້ພຽງ 4 ໂຕເທົ່ານັ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!