ເດັກນ້ອຍທຸກຄົນຢູ່ແຂວງອຸດົມໄຊຈະໄດ້ເຂົ້າເຖິງການສຶກສາ 100%


ເດັກນ້ອຍທຸກຄົນ ຢູ່ ແຂວງອຸດົມໄຊຈະໄດ້ເຂົ້າ ເຖິງການສຶກສາ 100% ພາຍຫຼັງວັນທີ 18 ກໍລະກົດ ນີ້, ໄດ້ມີພິທີລົງນາມການ ໃຫ້ ທຶນສະໜັບສະໜູນໂຄງ ການສົ່ງເສີມການເຂົ້າເຖິງ ການສຶກສາສໍາລັບເດັກ ທຸກຄົນ ທີ່ເມືອງ ປາກແບ່ງ, ເມືອງຮຸນ ແລະ ເມືອງງາ ແຂວງອຸດົມໄຊ ລວມມີມູນ ຄ່າ 1,4 ຕື້ກວ່າກີບ. ລະ ຫວ່າງທ່ານ ນາງ ສີສຸກ ວົງ ວິຈິດ ຫົວໜ້າກົມສາມັນ ສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອີໄລ ແມັກຄະນິກ ຮອງຜູ້ອໍານວຍ ການອົງການແພລນສາກົນ ປະຈໍາລາວ, ມີທ່ານ ບົວລານ ສີລິປັນຍາ ຮອງລັດຖະມົນ ຕີກະຊວງສຶກສທິການ ແລະ ກິລາ ແລະ ຮອງເຈົ້າແຂວງ ອຸດົມໄຊເຂົ້າຮ່ວມນໍາດ້ວຍ.
+ ຍົກລະດັບຄວາມຮູ້ດ້ານໄອຊີທີໃຫ້ນັກສຶກສາລາວ
+ ສຶກສາຄວາມເປັນໄປໄດ້ການພັດທະນາພະລັງງານແສງຕາເວັນຢູ່ແຂວງບໍລິຄຳໄຊ
ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ເພື່ອປະ ກອບສ່ວນຊ່ວຍເຫຼືອການ ພັດທະນາການສຶກສາຂອງ ແຂວງອຸດົມໄຊ, ໂດຍສະ ເພາະແມ່ນ ເມືອງປາກແບ່ງ, ເມືອງງາ ແລະ ເມືອງ ຮຸນ ໂດຍການໃຫ້ທຶນຂອງກະ ຊວງການຕ່າງປະເທດຟິນ ແລນ, ອົງການແພລນສາ ກົນການາດາ ແລະ ອົງການ ແພລນສາກົນ ລວມມີມູນ ຄ່າປະມານ 1,4 ຕື້ກວ່າກີບ (1.821.507 ໂດລາສະຫະ ລັດ), ເຊິ່ງແມ່ນກົມສາມັນ ສຶກສາເປັນຜູ້ຄຸ້ມຄອງ, ຫ້ອງ ການສຶກສາທິການ ແລະ ກິລາຂອງ 3 ເມືອງ ສົມທົບ ກັບອົງການແພລນສາ ກົນປະຈໍາລາວ ເປັນຜູ້ຈັດ ຕັ້ງປະຕິບັດ.
ສ່ວນກິດຈະກຳຫຼັກຂອງ ໂຄງການ ແມ່ນເພີ່ມຄວາມ ສະເໝີພາບໃນການເຂົ້າ ເຖິງ ແລະ ການຮຽນຈົບ ຊັ້ນປະຖົມສຶກສາຂອງ ເດັກຢູ່ເມືອງປາກແບ່ງ; ສົ່ງເສີມເດັກຍິງໃຫ້ສືບຕໍ່ ຮຽນ ແລະ ຮຽນຈົນຈົບຊັ້ນ ມັດທະຍົມສຶກສາ, ຫຼຸດຜ່ອນ ການຖື ພາ ແລະ ແຕ່ງດອງ ກ່ອນ ໄວອັນຄວນຢູ່ເມືອງ ຮຸນ; ປັບປຸງການສຶກສາ ສຸຂະພາບ, ໂພສະນາການ ແລະ ຄວາມສາມາດຂອງ ຊຸມຊົນຢູ່ເມືອງງາ. ສ່ວນ ໄລຍະການຈັດຕັ້ງປະຕິ ບັດແມ່ນເລີ່ມແຕ່ມື້ໄດ້ຮັບ ການອະນຸມັດ ຈົນຮອດວັນ ທີ 31 ທັນວາ 2021.