ເປແອສເຊ ພ້ອມຂາຍ ເນມາ


ມຸນໂດ້ ເດປໍຕິໂບ ສື່ຂອງສະເປນ ລາຍງານວ່າ: ປາຣີສ ແຊງແຊກແມງ ພ້ອມຂາຍ ເນມາ ອອກຈາກທີມແລ້ວ ໂດຍຄົນດຽວທີ່ ເປແອສເຊ ບໍ່ຄິດຈະປ່ອຍອອກໄປຄື ຄີລຽນ ເອັມບັບເປ້.
ເນມາ ຫາກໍຍ້າຍຈາກ ບາເຊໂລນາ ມາຢູ່ກັບ ປາຣີສ ແຊງແຊກແມງ ໃນລະດູການກ່ອນ ດ້ວຍຄ່າຕົວສູງເປັນສະຖິຕິໂລກ 222 ລ້ານຢູໂຣ ເຊິ່ງລາວເຮັດຜົນງານໄດ້ໜ້າປະທັບໃຈນັບແຕ່ລະດູການທຳອິດກັບທີມ ດ້ວຍການຍິງໄປ 28 ປະຕູຈາກການລົງຫລິ້ນ 30 ນັດ ກ່ອນຈະໄດ້ຮັບບາດເຈັບບໍລິເວນຕີນຂວາ ໃນເດືອນກຸມພາຜ່ານມາ ຈົນຕ້ອງອົດຊ່ວຍຕົ້ນສັງກັດໃນທຸກນັດທີ່ເຫລືອຂອງລະດູການ.
ທັງນີ້ ຕະຫລອດເວລາຜ່ານມາມີກະແສຂ່າວວ່າ: ຣີລ ມາດຣິດ ຕ້ອງການ ເນມາ ໄປເສີມທີມ ຫລັງຈາກເຊື່ອວ່າດາວເຕະທີມຊາດບຣາຊິລຈະເພີ່ມຄວາມອັນຕະລາຍໃຫ້ກັບແນວລຸກຂອງພວກເຂົາໄດ້ ແຕ່ຕິດບັນຫາທີ່ ປາຣີສ ແຊງແຊກແມງ ສະແດງທ່າທີວ່າບໍ່ຄິດຈະປ່ອຍນັກເຕະອາຍຸ 26 ປີອອກໄປ.
ເຖິງຢ່າງໃດກໍຕາມ, ຫລ້າສຸດ ມຸນໂດ້ ເດປໍຕິໂບ ລາຍງານວ່າ: ປາຣີສ ແຊງແຊກແມງ ພ້ອມຈະຂາຍ ເນມາ ແລ້ວ, ຫລັງຈາກມີທ່າອ່ຽງວ່າພວກເຂົາຈະໄດ້ເງິນຈຳນວນຫລາຍຈາກການປ່ອຍ ເນມາ ແລະ ຈະເຮັດໃຫ້ ໂທມັສ ທູເຄິລ ຜູ້ຈັດການທີມຄົນໃໝ່ ສາມາດເອົາເງິນຈຳນວນດັ່ງກ່າວໄປເສີມທີມໄດ້ຫລາຍຕຳແໜ່ງ.
ສື່ຍັງລາຍງານວ່າ: ຟໍເຣນຕິໂນ ເປເຣຊ ປະທານ ຣີລ ມາດຣິດ ໃຫ້ຄວາມສຳຄັນກັບການລ່າ ເນມາ ຫລາຍກວ່າທຸກເລື່ອງ ເຖິງວ່າ ຣີລ ມາດຣິດ ຈະເຄີຍຖະແຫລງວ່າບໍ່ໄດ້ສົນໃຈອະດີດນັກເຕະ ບາເຊໂລນາ ກໍຕາມ ໂດຍ ມຸນໂດ້ ເດປໍຕິໂບ ລາຍງນອີກວ່າ: ນັກເຕະພຽງຄົນດຽວທີ່ ປາຣີສ ແຊງແຊກແມງ ບໍ່ຄິດຈະປ່ອຍອອກຈາກທີມຄື ຄີລຽນ ເອັມບັບເປ້ ກອງໜ້າດາວຮຸ່ງຊາວຝຣັ່ງ.