ກິນເຂົ້າຄາບເດິກແນວໃດບໍ່ໃຫ້ຕຸ້ຍ


ໃຜທີ່ຢູ່ລະຫວ່າງການຫລຸດຄວາມຕຸ້ຍ ຫລື ກຳລັງຄວບຄຸມນຳ້ໜັກໂຕ ຕ້ອງລະມັດລະວັງຢ່າເຜີໂຕເຜີໃຈກິນຫຍັງໃນຕອນກາງຄືນເດັດຂາດ ເພາະຜົນການສຶກສາຫລ້າສຸດພົບວ່າ : ການກິນອາຫານທີ່ຜິດເວລາໄປຈາກເກົ່າ ເຮັດໃຫ້ນຳ້ໜັກໂຕເພີ່ມຂຶ້ນໄດ້ ທັງຍັງສົ່ງຜົນໃຫ້ອາຍຸສັ້ນລົງນຳອີກ.
ໂດຍທີມວິໄຈຈາກມະຫາວິທະຍາໄລ University of Texas Southwestern Medical Center ລະບຸວ່າ : ເວລາທີ່ບໍລິໂພກອາຫານທີ່ມີຄວາມສຳຄັນຍິ່ງກ່ວາປະລິມານກາລໍຣີທີ່ບໍລິໂພກເຂົ້າໄປ ຫລັງການສຶກສາຈາກໜູທົດລອງແລ້ວພົບວ່າ : ກຸ່ມໜູທີ່ຖືກຫລຸດປະລິມານອາຫານ ແລະ ໄດ້ຮັບອາຫານຕາມເວລາປົກກະຕິ ລວມເຖິງມີການເຄື່ອນໄຫວຮ່າງກາຍຕາມປົກກະຕິ ເປັນກຸ່ມດຽວທີ່ມີນຳ້ໜັກຫລຸດລົງ ເຖິງວ່າຈະໄດ້ຮັບອາຫານໃນປະລິມານເທົ່າກັບອີກກຸ່ມທີ່ໄດ້ກິນອາຫານໃນຕອນ ກາງຄືນກໍຕາມ.
ຂະນະທີ່ໜູອີກສອງກຸ່ມ ເຊິ່ງໄດ້ຮັບອາຫານໃນຕອນກາງຄືນຕ່າງກັນບ່ອນວ່າ ກຸ່ມໜຶ່ງໄດ້ຮັບອາຫານໃນປະລິມານກາລໍຣີທີ່ໜ້ອຍລົງ 30%. ສ່ວນອີກກຸ່ມທີ່ໄດ້ຮັບອາຫານໂດຍບໍ່ຈຳກັດປະລິມານຊຳ້ພັດພົບວ່າ : ໄດ້ຜົນບໍ່ຕ່າງກັນໃນເລື່ອງຂອງນຳ້ໜັກໂຕທີ່ເພີ່ມຂຶ້ນ ເຖິງວ່າຈະກິນອາຫານໃນປະລິມານທີ່ຕ່າງກັນກໍຕາມ.
ດຣ. ໂຈເຊບ ທາກາຮາຊິ ສາດສະດາຈານ ນັກປະສາດວິທະຍາມະຫາວິທະຍາໄລ University of Texas Southwestern Medical Center ອະທິບາຍເຖິງຜົນການສຶກສານີ້ວ່າ : ການຄວບຄຸມອາຫານຈະໄດ້ຜົນດີທ່ີສຸດກໍຕໍ່ເມື່ອກິນອາຫານໃນຕອນກາງເວັນເທົ່ານັ້ນ ເພາະເປັນເວລາທີ່ເຮົາຍັງຕື່ນຢູ່ ແລະ ຮ່າງກາຍມີການເຄື່ອນໄຫວ ເຊິ່ງໝາຍຄວາມວ່າ ເວລາໃນການກິນສຳຄັນກ່ວາປະລິມານອາຫານ ເພາະມີຜົນຕໍ່ ໂມງຊີວະພາບໃນຮ່າງກາຍ.