ກອງປະຊຸມສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018 ຂອງສະຫະພັນກຳມະບານ ແລະ ກອງທຶນ ກຊທ


ໃນວັນທີ 18 ກໍລະກົດ 2018 ທີ່ ຫ້ອງປະຊຸມຂອງ ທະນາຄານ ແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນ ນະເຂດ ໄດ້ເປີດກອງປະຊຸມ ສະຫລຸບວຽກງານ 6 ເດືອນ ຕົ້ນປີ ແລະ ວາງທິດທາງ ແຜນການ 6 ເດືອນທ້າຍ ປີ 2018 ແລະ ສະຫລຸບວຽກ ງານກອງທຶນຊ່ວຍເຫລືອ ເຊິ່ງກັນ ແລະ ກັນທານຸເຄາະ (ກຊທ) 6 ເດືອນ ຕົ້ນປີພ້ອມ ວາງທິດທາງແຜນການ 6 ເດືອນທ້າຍປີ 2018 ຂອງ ສະຫະພັນກຳມະບານ ແຂວງ ສະຫວັນນະເຂດ ເຊິ່ງເຂົ້າ ຮ່ວມເປັນປະທານ ໂດຍ ທ່ານ ວັນນະລາດ ຫົງສາ ທິລາດ ປະທານສະຫະພັນ ກຳມະບານ ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມຢ່າງພ້ອມພຽງ.


+ ກອງປະຊຸມເປີດກວ້າງຄັ້ງທີ 4 ສະໄໝທີ III ອົງຄະນະພັກສານປະຊາຊົນສູງສຸດ
+ ກອງປະຊຸມກາງສະໄໝຄັ້ງທີ VII ຂອງອົງຄະນະພັກແຂວງຫລວງນ້ຳ
ທ່ານ ຄຳຕັນ ສີໂພໄຊ ຮອງປະທານສະຫະພັນ ກຳມະບານ ແຂວງໄດ້ລາຍ ງານຕໍ່ກອງປະຊຸມວ່າ: ສະ ຫະພັນກຳມະບານ ແຂວງ ປະກອບມີ 15 ສະຫະພັນ ກຳມະບານເມືອງ ແລະ 4 ສະຫະພັນກຳມະບານພະ ແນກການ, ມີກຳມະບານ ຮາກຖານທີ່ຂຶ້ນກັບແຂວງ 79 ຮາກຖານ, ໃນຂົງເຂດ ເອກະຊົນມີ 31 ຮາກຖານ, ກຳມະບານເມືອງທີ່ຂຶ້ນກັບ 456 ຮາກຖານ, ມີ 1.532 ໜ່ວຍ ແລະ ມີສະມາຊິກ ກຳມະບານທັງໝົດ 19 ພັນ ກວ່າຄົນ, ໃນນັ້ນຍິງ 9 ພັນ ກວ່າຄົນ.
ສະມາຊິກກອງທຶນມີ ທັງໝົດ 1.067 ຄົນ, ຍິງ 491 ຄົນ, 6 ເດືອນຕົ້ນປີ 2018 ມີລາຍຮັບທັງໝົດ 5,6 ຕື້ກວ່າກີບ, ມອບເງິນ ໃຫ້ສະມາ ຊິກເຈັບເປັນທັງ ໝົດ 574 ຄົນ, ເປັນເງິນ 321 ລ້ານກວ່າກີບ, ມີສະ ມາຊິກເສຍຊີວິດທັງໝົດ 87 ສົບ, ເປັນຈຳນວນເງິນ 2,9 ຕື້ກີບ, ເອົາໃຈໃສ່ເກັບ ເງິນເຂົ້າງົບປະມານ ແລະ ມອບເງິນນະໂຍບາຍໃຫ້ ສະມາຊິກຜູ້ເຈັບເປັນ, ເກີດ ລູກ, ອັກຄີໄຟ, ເສຍຊີວິດ ເຫັນວ່າ ທ່ວງທັນຕາມໄລ ຍະເວລາທີ່ກຳນົດໄວ້./.

