ເມືອງຫົງສາສັກຢາ-ຢອດຢາກັນພະຍາດໃຫ້ເດັກກຸ່ມເປົ້າໝາຍ


ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2018 ນີ້, ຄະ ນະກໍາມະການເພື່ອແມ່ ແລະ ເດັກຂັ້ນເມືອງ ຮ່ວມກັບ ຫ້ອງ ການສາທາລະນະສຸກ ເມືອງ ຫົງສາ ແຂວງໄຊຍະບູລີໄດ້ ສຶບຕໍ່ລົງເຄື່ອນໄຫວສັກຢາ- ຢອດຢາກັນພະຍາດໃຫ້ ເດັກກຸ່ມເປົ້າໝາຍລຸ່ມ 5 ປີ, ຈົນ ເຖິງປັດຈຸບັນ ໃນ 3 ບ້ານ ເຂດຫ່າງໄກຄື: ບ້ານປາກ ງື່ມ, ບ້ານຫ້ວຍໄລ່ ແລະ ບ້ານ ນາປຸ່ງ ມີເດັກກຸ່ມເປົ້າໝາຍ ຈຳນວນ 61 ຄົນ, ຍິງ 50 ຄົນ ເຊິ່ງສາມາດສັກຢາ- ຢອດຢາໄດ້ເກືອບ 100%. ເພື່ອສະກັດກັ້ນ ແລະ ຕອບ ໂຕ້ພະຍາດຕ່າງໆ ທີ່ອາດ ເກີດຂຶ້ນ.
+ ເດັກອາຍຸຕ່ຳກວ່າ 5 ປີຫລາຍກວ່າ 5 ພັນຄົນ ຢູ່ເມືອງປາກກະດິງຈະໄດ້ຮັບວັກຊິນໂປລີໂອ
+ ເປີດຂະບວນການສັກຢາກັນພະຍາດທົ່ວປະເທດ
ທ່ານ ນາງ ບຸນເສີດ ພັນທະວົງ ຫົວໜ້າຂະແໜງ ສັກຢາກັນພະຍາດຂັ້ນເມືອງ ໂຮງໝໍເມືອງ ຫົງສາກ່າວ ວ່າ: ທີມງານແພດໝໍສະ ເພາະກິດ ໄດ້ດຳເນີນງານ ຢ່າງຈິງຈັງ ໃນການລົງ ເຄື່ອນໄຫວສືບຕໍ່ສັກຢາ- ຢອດຢາກັນພະຍາດ ເພີ່ມ ເຕີມຫລາຍຮອບ. ສ່ວນ ວັກແຊັງທີ່ນຳມາໃຊ້ແມ່ນ ສາມາດປ້ອງກັນໄດ້ 11 ພະ ຍາດຄື: ພະຍາດອັກເສບຕັບ ບີ, ພະຍາດໄອໄກ່, ພະຍາດ ຄໍຕີບ, ພະຍາດວັນນະໂລກ, ພະຍາດບາດທະຍັກ, ພະ ຍາດອັກເສບປອດ, ພະຍາດ ໂປລີໂອ, ພະຍາດໝາກ ແດງນ້ອຍ-ໝາກແດງ ໃຫຍ່ ແລະ ພະຍາດໄຂ້ອັກ ເສບສະໝອງຍີ່ປຸນ. ພ້ອມ ນັ້ນ, ຍັງໄດ້ຂະຫຍາຍການ ໂຄສະນາສຸຂະສຶກສາສູ່ ຊຸມຊົນເພື່ອໃຫ້ຄວາມຮູ້ ກ່ຽວກັບ ພະຍາດຕ່າງໆ ທີ່ ອາດຈະເກີດຂຶ້ນ ແລະ ການ ເຝົ້າລະວັງຕື່ມອີກ.

