ເປແອສເຊ ເປີດຕົວເບີ 7 ຄົນໃໝ່ແທນ ລູກັສ
July 26, 2018 - 6:03 PM


ເປແອສເຊ ເປີດຕົວນັກເຕະທີ່ຈະໄດ້ໃສ່ເບີ 7 ຄົນໃໝ່ ແທນ ລູກັສ ມູຣ່າ ປີກຊາວບຣາຊິລ ທີ່ຍ້າຍໄປຢູ່ກັບ ສະເປີ ແຕ່ຕົ້ນປີຜ່ານມາ.
ປາຣີສ ແຊງແຊກແມງ ສະໂມສອນມະຫາເສດຖີແຫ່ງ ລີກເອິງຝຣັ່ງ ປະກາດຢືນຢັນຢ່າງເປັນທາງການໃນວັນທີ 26 ກໍລະກົດວ່າ: ຄີລຽນ ເອັມບັບເປ້ ກອງໜ້າດາວຮຸ່ງຈະໄດ້ໃສ່ເສື້ອໝາຍເລກ 7 ລົງຫລິ້ນໃນລະດູການ 2018/19.
ເບີ 7 ເກົ່າຂອງ ເປແອສເຊ ເປັນຂອງ ລູກັລ ມູຣ່າ ກ່ອນຈະວ່າງລົງຫລັງຈາກປີກທີມຊາດບຣາຊິລຍ້າຍໄປຢູ່ກັບ ທ໊ອດແນມ ຮ໊ອດສະເປີ ໃນເດືອນມັງກອນຜ່ານມາ ເຮັດໃຫ້ ເອັມບັບເປ້ ເລືອກປ່ຽນຈາກເບີ 29 ມາໃຊ້ໝາຍນີ້ແທນ.
ທັງນີ້ ດາວຍິງອາຍຸ 19 ປີ ຫາກໍສ້າງຜົນງານໄດ້ຢ່າງດີຫລາຍຊ່ວຍໃຫ້ທີມຊາດຝຣັ່ງ ຄວ້າແຊ້ມບານໂລກ 2018 ໂດຍຍິງໄປ 4 ປະຕູ.