ຫລາຍປະເທດກຳລັງຜະເຊີນ ໄພພິບັດທາງທຳມະຊາດ


ປັດຈຸບັນຫລາຍປະເທດກຳລັງຜະເຊີນກັບໄພພິບັດທາງທຳມະຊາດຢ່າງໜັກ ທັງຝົນຕົກໜັກ, ນ້ຳຖ້ວມ ຫລື ໄຟໄໝ້ປ່າຮຸນແຮງ ທີ່ຍັງບໍ່ສາມາດຄວບຄຸມສະຖານະການໄດ້.


ໄຕ້ຝຸ່ນຊົງດາຣີກຳລັງພັດຖະຫລົ່ມເຂດຄິວຊູທາງຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນຫລັງພັດຂຶ້ນຝັ່ງຮອບສອງໃນແຂວງຟຸກຸໂອະໃນເຊົ້າວັນທີ 29 ກໍລະກົດ ແລະ ປັດຈຸບັນພາຍຸກຳລັງເຄື່ອນທີ່ລົງໄປທາງພາກໃຕ້ ເຮັດໃຫ້ຫລາຍພື້ນທີ່ມີຝົນຕົກໜັກຕໍ່ໄປຈົນເຖິງວັນທີ 31 ກໍລະກົດ. ທາງການມີຄຳເຕືອນໃຫ້ປະຊາຊົນກຽມພ້ອມຮັບມືກັບສະຖານະການດິນເຈື່ອນ, ນ້ຳລົ້ນຕາຝັ່ງ ແລະ ນ້ຳຖ້ວມໃນພື້ນທີ່ຕໍ່າ ລວມທັງກະແສຄື້ນລົມແຮງ ແລະ ຄື້ນສູງພັດແຄມຝັ່ງ, ຈາກນັ້ນຄາດວ່າພາຍຸຈະອ່ອນກຳລັງລົງ ແລະ ສະຫລາຍຕົວນອກຊາຍຝັ່ງເກາະຄິວຊູ.
ສ່ວນຢູ່ມຽນມາເວລານີ້ຫລາຍພື້ນທີ່ທົ່ວປະເທດມີຝົນຕົກໜັກຕິດຕໍ່ກັນຫລາຍວັນ ເຮັດໃຫ້ເກີດນ້ຳຖ້ວມເປັນບໍລິເວນກວ້າງ ແລະ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 10 ຄົນ. ໄພພິບັດໃນຄັ້ງນີ້ມີປະຊາຊົນໄດ້ຮັບຄວາມເດືອດຮ້ອນຫລາຍກວ່າ 54.000 ຄົນ ບາງຈຸດມີນ້ຳຖ້ວມສູງຈົນເຖິງຫລັງຄາເຮືອນ, ເນື້ອທີ່ກະສິກຳຕ້ອງຈົມຢູ່ໃຕ້ນ້ຳ, ທາງການໄດ້ເປີດສູນພັກຊົ່ວຄາວ 163 ແຫ່ງທົ່ວປະເທດ ເພື່ອໃຫ້ການຊ່ວຍເຫລືອຜູ້ປະສົບໄພ.


ຂະນະດຽວກັນຢູ່ລັດແຄລິຟໍເນຍຕອນເໜືອຂອງອາເມລິກາ ກຳລັງຜະເຊີນກັບສະຖານະການໄຟໄໝ້ປ່າຄັ້ງຮຸນແຮງ, ຫລ້າສຸດມີຜູ້ເສຍຊີວິດແລ້ວ 6 ຄົນ, ບ້ານເຮືອນຖືກໄຟໄໝ້ 500 ກວ່າຫລັງ, ຫລັງຈາກໄຟໄໝ້ປ່າໄດ້ເລີ່ມຂຶ້ນໃນວັນທີ 23 ກໍລະກົດ ມີເນື້ອທີ່ຖືກໄຟໄໝ້ແລ້ວຫລາຍກວ່າ 2 ແສນ 2 ໝື່ນໄລ່. ຈົນເຖິງປັດຈຸບັນຍັງບໍ່ສາມາດຄວບຄຸມໄຟໄໝ້ປ່າໄດ້, ປະທານາທິບໍດີ ໂດນັລ ທຣຳ ຕ້ອງປະກາດສະຖານະການສຸກເສີນ ເພື່ອໃຫ້ການຈັດສັນງົບປະມານເປັນໄປຢ່າງທ່ວງທັນ.
ສ່ວນເຫດໄຟໄໝ້ປ່າທີ່ເກີດຂຶ້ນບໍລິເວນພື້ນທີ່ແຄມຝ່ັ່ງເບື້ອງຕາເວັນອອກຂອງນະຄອນຫລວງເອເທນ ໄລຍະ 6 ວັນຜ່ານມາ ເພີ່ມຂຶ້ນເປັນ 91 ຄົນແລ້ວ, ສູນຫາຍອີກ 25 ຄົນ ຖືເປັນເຫດໄຟໄໝ້ປ່າຄັ້ງຮຸນແຮງທີ່ສຸດຂອງເກຣັກໃນຮອບ 100 ກວ່າປີ. ຂະນະທີ່ຜູ້ນຳເກຣັກລະບຸກ່ອນໜ້ານີ້ວ່າ: ໄຟໄໝ້ປ່າທີ່ເກີດຂຶ້ນເປັນການວາງໄຟ ແລະ ຈະຫາທາງປ້ອງກັນບໍ່ໃຫ້ເກີດເຫດຊ້ຳຮອຍຂຶ້ນອີກ.