ອະດີດມື 1 ຂອງໂລກ ແອນດີ້ ເມີເຣ້ ກັບມາແຂ່ງຂັນອີກຄັ້ງໃນຮອບ 1 ປີເຄິ່ງ

- 38121352 286702492098550 3174656619078221824 n - ອະດີດມື 1 ຂອງໂລກ ແອນດີ້ ເມີເຣ້ ກັບມາແຂ່ງຂັນອີກຄັ້ງໃນຮອບ 1 ປີເຄິ່ງ
- kitchen vibe - ອະດີດມື 1 ຂອງໂລກ ແອນດີ້ ເມີເຣ້ ກັບມາແຂ່ງຂັນອີກຄັ້ງໃນຮອບ 1 ປີເຄິ່ງ

ແອນດີ້ ເມີເລ້ (Andy Murray) ອະດີດນັກເທັນນິສ ມື 1 ຂອງໂລກຊາວສະຫະຣາຊອານາຈັກ ໄວ 31 ປີ ກັບມາແຂ່ງຂັນໃນຮອບ 1 ປີເຄິ່ງ ຫຼັງພັກຮັກສາອາການບາດເຈັບແອວໃນທ້າຍປີຜ່ານມາ. ລົງແຂ່ງຂັນນັດທຳອິດປີນີ້ລາຍການ ຊີຕີ້ ໂອເພັນ 2018 (City Open 2018) ທີ່ນະຄອນຫລວງວໍຊິງຕັນ ດີຊີ້ ສະຫະລັດອາເມລິກາ ໃນອາທິດນີ້ ຮອບທີໜຶ່ງ ແອນດີ້ ເມີເລ້ ເອົາຊະນະ ມິດເຊວ ເມັກໂດໂນ້ (Michael McDonald) ມື 77 ຂອງໂລກຈາກເຈົ້າພາບ 2-1 ເຊດ: 3-6; 6-4 ແລະ 7-5. ເມີເຣ້ ເຂົ້າສູ່ຮອບສອງໄປພົບກັບ ຄາຍ ເອັດມຸນ (Kyle Edmund) ມື 4 ຂອງລາຍການເພື່ອນຮ່ວມຊາດ ທີ່ໄດ້ ຢືນລໍຖ້າຮອບ 2. ໃນປັດຈຸບັນ ແອນດີ້ ເມີເລ້ ຕົກໄປຢູ່ອັນດັບ 832 ຂອງໂລກ ເນື່ອງຈາກບໍ່ໄດ້ລົງແຂ່ງຂັນເຖິງ 1 ປີເຄິ່ງ.

- 3 - ອະດີດມື 1 ຂອງໂລກ ແອນດີ້ ເມີເຣ້ ກັບມາແຂ່ງຂັນອີກຄັ້ງໃນຮອບ 1 ປີເຄິ່ງ
- Visit Laos Visit SALANA BOUTIQUE HOTEL - ອະດີດມື 1 ຂອງໂລກ ແອນດີ້ ເມີເຣ້ ກັບມາແຂ່ງຂັນອີກຄັ້ງໃນຮອບ 1 ປີເຄິ່ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!