ຮົວເຫວີຍເຂ່ຍແອັບເປິ້ນຕົກຈາກທີສອງ ຕະຫລາດສະມາດໂຟນໂລກ

- 1533095381705 800x0 - ຮົວເຫວີຍເຂ່ຍແອັບເປິ້ນຕົກຈາກທີສອງ ຕະຫລາດສະມາດໂຟນໂລກ
- kitchen vibe - ຮົວເຫວີຍເຂ່ຍແອັບເປິ້ນຕົກຈາກທີສອງ ຕະຫລາດສະມາດໂຟນໂລກ

​ໄອ​ດີ​ຊີ ບໍລິສັດ​ຂໍ້​ມູນ​ດ້ານ​ເຕັກ​ໂນ​ໂລ​ຊີ ​ແລະ ​ໂທລະ​ຄົມມະນາຄົມ ​ເປີດ​ເຜີຍ​ວ່າ: ​ໄຕ​ມາດ​ສອງ​ປີ​ນີ້ ຮົວ​ເຫວີຍ​ຂອງ​ຈີນ​ແຊງ​ໜ້າ​ແອັບ​ເປິ້ນຂອງ​ອາ​ເມ​ລິ​ກາ​ຂຶ້ນ​ເປັນອັນ​ດັບ​ສອງ​ໃນ​ຕະຫລາດ​ສະມາດ​ໂຟນ​ໂລກ, ສ່ວນ​ຊຳ​ຊຸງ​ຂອງ ສ.​ເກົາຫລີ ຍັງ​ຄອງ​ອັນ​ດັບ​ໜຶ່ງ.

​ໄອ​ດີ​ຊີ ​ເປີດ​ເຜີຍ​ວ່າ: ​ໄຕ​ມາດ​ສອງ​ຂອງ​ປີ​ນີ້ ຊຳ​ຊຸງ​ຄອງ​ສ່ວນ​ແບ່ງ​ຕະຫລາດ​ສະມາດ​ໂຟນ​ໂລກ 20,9% ຈຳໜ່າຍ​ໄດ້ 71,5 ລ້ານ​ໜ່ວຍ, ຮົວ​ເຫວີຍ​ຄອງ​ສ່ວນ​ແບ່ງ 15,8% ຈຳໜ່າຍ​ໄດ້ 54,2 ລ້ານ​ໜ່ວຍ, ​ແອັບ​ເປິ້ນຄອງ​ສ່ວນ​ແບ່ງ 12,1% ຈຳໜ່າຍ​ໄດ້ 41,3 ລ້ານ​ໜ່ວຍ ​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ຕົ້ນປີ 2010 ທີ່​ແອັບ​ເປິ້ນຫລຸດ​ຈາກ​ເຈົ້າຕະຫລາດ​ອັນ​ດັບ​ສອງ​ຂອງ​ໂລກ. ​ໄອ​ດີ​ຊີ ລະບຸ​ວ່າ: ຮົວ​ເຫວີຍ​ເຕີບ​ໃຫຍ່​ຕໍ່​ເນື່ອງ​ຢ່າງ​ໜ້າ​ປະ​ທັບ​ໃຈ ສາມາດ​ຂຶ້ນ​ເປັນອັນ​ດັບ​ສອງ​ຂອງ​ໂລກ​ທັງ​ທີ່​ບໍ່​ດົນ​ມາ​ນີ້​ຍັງ​ເປັນ​ຍີ່​ຫໍ້​ທີ່​ບໍ່​ມີ​ຄົນຮູ້​ຈັກ, ສ່ວນ​ແອັບ​ເປິ້ນຍັງ​ເຮັດ​ໄດ້​ດີ ​ໄອ​ໂຟນສິບ​ຂາຍ​ດີ​ໃນ​ຫລາຍ​ປະ​ເທດ ຄາດ​ວ່າ​ແອັບ​ເປິ້ນຈະ​ກັບ​ມາ​ຄອງ​ຕະຫລາດ​​ໄດ້​ອີກ​ເມື່ອ​ເປີດ​ຕົວ​​ໄອ​ໂຟນຮຸ່ນ​ໃໝ່​ໃນ​ລະດູ​ໃບ​ໄມ້​ຫລົ່ນ​ນີ້.

- Visit Laos Visit SALANA BOUTIQUE HOTEL - ຮົວເຫວີຍເຂ່ຍແອັບເປິ້ນຕົກຈາກທີສອງ ຕະຫລາດສະມາດໂຟນໂລກ
- Visit Laos Visit SALANA BOUTIQUE HOTEL - ຮົວເຫວີຍເຂ່ຍແອັບເປິ້ນຕົກຈາກທີສອງ ຕະຫລາດສະມາດໂຟນໂລກ

​ໄອ​ດີ​ຊີ ​ເປີດ​ເຜີຍ​ຕົວ​ເລກ​ເບື້ອງຕົ້ນວ່າ: ​ໄຕ​ມາດ​ສອງ​ຂອງ​ປີ​ນີ້​ຍອດ​ຈຳໜ່າຍ​ສະມາດ​ໂຟນ​ທົ່ວ​ໂລກ​ມີ 342 ລ້ານ​ໜ່ວຍ ຫລຸດ​ລົງ 1,8% ຈາກ​ໄຕ​ມາດ​ດຽວ​ກັນ​ປີ​ກ່ອນ ​ແລະ ຫລຸດ​ລົງ​ສາມ​ໄຕ​ມາດ​ຕິດ​ຕໍ່​ກັນ ​ເປັນ​ຍ້ອນ​ຕະຫລາດ​ອີ່ມ​ຕົວ ​ແລະ ລາຄາ​ຈຳໜ່າຍ​ສະມາດ​ໂຟນ​ໂດຍ​ສະ​ເລ່ຍປັບ​ຂຶ້ນ.

- 4 - ຮົວເຫວີຍເຂ່ຍແອັບເປິ້ນຕົກຈາກທີສອງ ຕະຫລາດສະມາດໂຟນໂລກ
- 3 - ຮົວເຫວີຍເຂ່ຍແອັບເປິ້ນຕົກຈາກທີສອງ ຕະຫລາດສະມາດໂຟນໂລກ
- 5 - ຮົວເຫວີຍເຂ່ຍແອັບເປິ້ນຕົກຈາກທີສອງ ຕະຫລາດສະມາດໂຟນໂລກ