ສິງກະໂປຈະເລີ່ມທົດລອງລະບົບ ສະແກນຕາຢູ່ຈຸດກວດຄົນເຂົ້າເມືອງ

- 1533530066086 800x0 - ສິງກະໂປຈະເລີ່ມທົດລອງລະບົບ ສະແກນຕາຢູ່ຈຸດກວດຄົນເຂົ້າເມືອງ
- kitchen vibe - ສິງກະໂປຈະເລີ່ມທົດລອງລະບົບ ສະແກນຕາຢູ່ຈຸດກວດຄົນເຂົ້າເມືອງ

ໜັງສືພິມ​ເດິ​ສ​ເຕຣດທາມ​ຂອງ​ສິງກະ​ໂປ ລາຍ​ງານ​ໃນ​ວັນ​ທີ 6 ສິງຫາ​ວ່າ: ສິງກະ​ໂປ​ຈະ​ເລີ່​ມທົດ​ລອງ​ລະ​ບົບສະ​ແກນ​ຕາ​ຢູ່​ຈຸດ​ກວດ​ຄົນ​ເຂົ້າ​ເມືອງ​ບາງ​ຈຸດ ​ໂດຍ​ໃນ​ອະນາຄົດ​ອາດ​ນຳ​ມາ​ໃຊ້​ແທນ​ລະບົບ​ກວດ​ສອບ​ລາຍ​ນິ້ວມື.

ຜູ້​ຊ່ຽວຊານ​ກ່າວ​ວ່າ: ປັດຈຸບັນ​ລະບົບ​ສະ​ແກນ​ຕາ​ມີ​ໃຊ້​ກັນ​ຢູ່​ໃນ​ຫລາຍ​ປະ​ເທດ​ເຊັ່ນ: ອາ​ເມ​ລິ​ກາ ​ແລະ ສະຫະຣາຊະ​ອານາຈັກ ​ໂດຍ​ມີຄ່າ​ໃຊ້​ຈ່າຍ​ສູງ​ກວ່າ​ລະບົບ​ກວດ​ສອບ​ລາຍ​ນິ້ວມື​ທີ່​ໃຊ້​ກັນ​ຢູ່​ໃນ​ປັດຈຸບັນ​ເຖິງ 5 ​ເທົ່າ. ​ໂຄສົກ​ສຳນັກງານ​ກວດ​ຄົນ​ເຂົ້າ​ເມືອງ​ສິງກະ​ໂປ ກ່າວ​ວ່າ: ການ​ທົດ​ລອງ​ລະບົບ​ດັ່ງກ່າວ​ຈະ​ຊ່ວຍ​ໃນ​ການ​ພິຈາລະນາ​ວ່າ​ຄວນ​ຈະ​ນຳ​ເຕັກ​ໂນ​ໂລ​ຊີ​ດັ່ງກ່າວ​ມາ​ໃຊ້ ຫລື ບໍ່ ​ໂດຍ​ຈຸດ​ກວດ​ຄົນ​ເຂົ້າ​ເມືອງ​ທີ່​ຈະ​ມີ​ການ​ທົດ​ລອງ​ລະບົບ​ໄດ້​ແກ່ ຈຸດ​ກວດ 2 ​ແຫ່ງ​ທີ່​ຊາຍ​ແດນ​ຕອນ​ເໜືອ​ຕິດ​ກັບ​ມາ​ເລ​ເຊຍ ​ແລະ ອີກ 1 ຈຸດ​ຢູ່​ບໍລິ​ເວນ​ເຮືອ​ຂ້າມ​ຝາກ​ໄປ​ເກາະ​ຂອງ​ອິນ​ໂດ​ເນ​ເຊຍ​ ​ແລະ ຈະ​ເປັນ​ການ​ທົດ​ລອງ​ກັບ​ປະຊາຊົນ​ຂອງ​ສິງກະ​ໂປ​ເທົ່າ​ນັ້ນ ລວມທັງ​ຜູ້​ຢູ່​ອາ​ໄສ​ຖາວອນ. ສຳນັກງານ​ກວດ​ຄົນ​ເຂົ້າ​ເມືອງ​ສິງກະ​ໂປ​ເລີ່​ມ​ເກັບ​ຂໍ້​ມູນ​​ຕາ​ນັບ​ແຕ່​ເດືອນ​ມັງກອນ​ປີຜ່ານມາ ​ເມື່ອ​ປະຊາຊົນ​ມາ​ຍື່ນ​ຂໍ​ເຮັດ​ບັດປະຈຳຕົວ ຫລື ໜັງສື​ເດີນທາງ.

- Visit Laos Visit SALANA BOUTIQUE HOTEL - ສິງກະໂປຈະເລີ່ມທົດລອງລະບົບ ສະແກນຕາຢູ່ຈຸດກວດຄົນເຂົ້າເມືອງ

ຂະນະ​ດຽວ​ກັນ, ຢູ່​ສະໜາມ​ບິນ​ຊາງ​ງີຂອງ​ສິງກະ​ໂປກຳ​ລັງ​ພິຈາລະນາ​ຈະ​ນຳ​​ເອົາລະ​ບົບຈົດ​ຈຳ​ໃບ​ໜ້າ​ມາ​ໃຊ້​ໃນ​ການ​ຕາມ​ຫາ​ຜູ້​ໂດຍສານ​ທີ່​ຊັກ​ຊ້າ. ລັດຖະບານ​ສິງກະ​ໂປ​ລະບຸ​ວ່າ: ມາດ​ຕະການ​ເຫລົ່ານີ້​ລ້ວນ​ເປັນ​ແນວທາງ​ປະຕິບັດ​ໃນ​ການ​ປັບປຸງ​ການ​ດຳລົງ​ຊີວິດ ​ແລະ ຄວາມ​ປອດ​ໄພ​ຂອງ​ປະຊາຊົນ, ພ້ອມ​ຮັບປາກ​ຈະ​ໃຫ້​ຄວາມ​ສຳຄັນ​ຕໍ່​ນະ​ໂຍບາຍ​ການ​ເປັນ​ສ່ວນ​ຕົວ.

- 5 - ສິງກະໂປຈະເລີ່ມທົດລອງລະບົບ ສະແກນຕາຢູ່ຈຸດກວດຄົນເຂົ້າເມືອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!