ສອງເກົາຫລີຫາລືການຮ່ວມມື ປັບປຸງທາງລົດໄຟ


ເຈົ້າໜ້າທີ່ກະຊວງລວມຊາດ ສ.ເກົາຫລີ ເປີດເຜີຍວ່າ: ເຈົ້າໜ້າທີ່ຂອງທາງການ ສ.ເກົາຫລີ ແລະ ສປປ ເກົາຫລີ ກຳລັງຫາລືກ່ຽວກັບການຮ່ວມມືໃນການປັບປຸງ ແລະ ເຊື່ອມທາງລົດໄຟຂ້າມຊາຍແດນລະຫວ່າງກັນ.
ກອງປະຊຸມມີຂຶ້ນທີ່ເມືອງປາຈູ ທາງຕອນໃຕ້ຂອງຊາຍແດນລະຫວ່າງສອງເກົາຫລີ ຖືເປັນກອງປະຊຸມຄັ້ງທີສອງນັບແຕ່ເລີ່ມມີກອງປະຊຸມຄະນະວິໄຈຮ່ວມ ໃນວັນທີ 24 ກໍລະກົດຜ່ານມາ ທີ່ເມືອງແກຊອງ ບໍລິເວນຊາຍແດນ ສປປ ເກົາຫລີ, ຫລັງຈາກສຳຫລວດສະພາບທາງລົດໄຟໃນສ່ວນຂອງ ສປປ ເກົາຫລີ ໃນການຫາລືຮອບສອງນີ້ ກອງປະຊຸມຈະຫາລືກ່ຽວກັບກຳນົດລາຍລະອຽດການສຳຫລວດພາກສະໜາມເພີ່ມອີກ ເຊິ່ງຄາດວ່າຈະເລີ່ມໃນທ້າຍເດືອນນີ້.
ຜູ້ນຳ ສ.ເກົາຫລີ ແລະ ສປປ ເກົາຫລີ ເຫັນພ້ອມໃນເດືອນເມສາຜ່ານມາວ່າ: ຈະຮ່ວມມືກັນປັບປຸງ ແລະ ເຊື່ອມທາງລົດໄຟບໍລິເວນຊາຍແດນລະຫວ່າງກັນ ໂດຍເປັນສ່ວນໜຶ່ງຂອງຄວາມພະຍາຍາມຮັດແໜ້ນການພົວພັນລະຫວ່າງກັນ.