ເອກວາດໍປະກາດພາວະສຸກເສີນ ຮັບມືຜູ້ອົບພະຍົບຊາວເວເນຊູເອລາ


ເອກວາດໍປະກາດພາວະສຸກເສີນໃນ 3 ແຂວງ, ຂະນະທີ່ມີຊາວເວເນຊູເອລາອົບພະຍົບຂ້າມຊາຍແດນທາງຕອນເໜືອທີ່ຕິດກັບໂກລົມບີເຂົ້າມາເປັນຈຳນວນຫລາຍກວ່າປົກກະຕິ.
ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ແລະ ການຂາດເຂີນສິນຄ້າໃນເວເນຊູເອລາສົ່ງຜົນໃຫ້ມີປະຊາຊົນຈຳນວນຫລາຍພາກັນອົບພະຍົບອອກນອກປະເທດ ໂດຍໃຊ້ຊ່ອງທາງທາງບົກຜ່ານໂກລົມບີມຸ່ງໜ້າຕໍ່ໄປທາງໃຕ້ໄປເອກວາດໍ, ເປຣູ ແລະ ຊີເລ. ລັດຖະບານເອກວາດໍຈຶ່ງປະກາດພາວະສຸກເສີນໃນ 3 ແຂວງ ເພື່ອຮັບມືກັບບັນຫາໃນເລື່ອງນີ້. ກະຊວງຕ່າງປະເທດເອກວາດໍອອກຖະແຫລງການລະບຸວ່າ: ໃນອາທິດນີ້ມີຜູ້ອົບພະຍົບຊາວເວເນຊູເອລາເດີນທາງເຂົ້າມາວັນລະ 4.200 ຄົນ, ແຕ່ບໍ່ໄດ້ໃຫ້ລາຍລະອຽດ ແລະ ເຫດຜົນໃດໆ. ການປະກາດພາວະສຸກເສີນຈະດຳເນີນໄປໝົດເດືອນສິງຫານີ້ ເພື່ອເລັ່ງຈັດສົ່ງທີມແພດ ແລະ ນັກສັງຄົມສົງເຄາະໄປໃຫ້ການຊ່ວຍເຫລືອຜູ້ອົບພະຍົບ ແລະ ສົ່ງກຳລັງຕຳຫລວດໄປໃຫ້ການຊ່ວຍເຫລືອດ້ານການກວດຄົນເຂົ້າເມືອງ.