ນາດາລ-ໂນວັກ ເຂົ້າຮອບ 16 ໂຣເຈີ ຄັບ
ການແຂ່ງຂັນເທັນນິດເອທີພີ ທົວ ແລະ ດັບບລິວທີເອ ທົວ ລາຍການ ໂຣເຈີ ຄັບ ຝ່າຍຊາຍແຂ່ງທີ່ເມືອງໂຕຣອນໂຕ, ສ່ວນຝ່າຍຍິງແຂ່ງທີ່ມອນທຣີອອລ ປະເທດການາດາ ໃນວັນທີ 9 ສິງຫາ. ປະເພດຊາຍດ່ຽວ ຮອບ 32 ຄົນ ຣາຟາເອລ ນາດາລ ມື 1 ໂລກ ເອົາຊະນະ ເບີນົວ ແປ ຈາກຝຣັ່ງ ແບບບໍ່ຍາກ 6-2, 6-3 ເຂົ້າໄປພົບກັບ ສແຕນ ວາຣິນກາ ຈາກສະວິດ ທີ່ເອົາຊະນະ ມາຕອນ ຟຸກໂຊວິຊ ຈາກຮົງກາລີ 1-6, 7-6 (7-2), 7-6 (12-10).
ຄູ່ທີ່ໜ້າສົນໃຈ ໂນວັກ ຢໍໂຄວິຊ (ເຊີເບຍ, ມື 9) ຊະນະ ປີເຕີ ໂພລັນສກີ (ການາດາ) 6-3, 6-4; ຄາເຣນ ຄາຊານອຟ (ຣັດເຊຍ) ຊະນະ ປາໂບລ ຄາເຣໂນ ບຸສຕາ (ສະເປນ, ມື 12) 6-4, 7-6 (7-3); ຈອນ ອິສເນີ (ອາເມລິກາ, ມື 8) ຊະນະ ປິແອ ຮູເກສ ເຮີເບີດ 7-6 (7-3), 6-2); ສເຕຟານອສ ຊິດຊິປາສ (ເກຣັກ) ຊະນະ ໂດມິນິກ ທຽມ (ໂອຕຣິດ, ມື 7) 6-3, 7-6 (8/6); ອາເລັກຊານເດີ ຊາເວເຣຟ (ເຢຍລະມັນ, ມື 2) ຊະນະ ແບດລີ ຄລານ (ອາເມລິກາ) 6-4, 6-4.
ປະເພດຍິງດ່ຽວ ແອງເຈລິກ ແຄເບີ ເຈົ້າຂອງແຊ້ມວິມເບິລດັນ ແລະ ມື 4 ຂອງລາຍການ ເສຍໃຫ້ ອາລິເຊ ຄໍເນ ຈາກຝຣັ່ງ 4-6, 1-6 ຕົກຮອບໄປແບບພິກຄວາມຄາດໝາຍ.