ກາແດງເຕືອນວິກິດຂາດເຂີນອາຫານ ໃນ ສປປ ເກົາຫລີ ເພາະພືດຕາຍຈາກໄພແລ້ງ

- 1533891685453 800x0 - ກາແດງເຕືອນວິກິດຂາດເຂີນອາຫານ ໃນ ສປປ ເກົາຫລີ ເພາະພືດຕາຍຈາກໄພແລ້ງ
- kitchen vibe - ກາແດງເຕືອນວິກິດຂາດເຂີນອາຫານ ໃນ ສປປ ເກົາຫລີ ເພາະພືດຕາຍຈາກໄພແລ້ງ

ສະຫະພັນ​ສະພາກາ​ແດງ ​ແລະ ສະພາ​ຊີກ​ວົງ​ເດືອນ​ແດງສາກົນ ຖະ​ແຫລ​ງ​ໃນ​ວັນ​ທີ 10 ສິງຫາ​ວ່າ: ຄື້ນຄວາມ​ຮ້ອນ​ແຜ່​ປົກ​ຄຸມ​ໃນ ສປປ ​ເກົາຫລີ ​ເຮັດ​ໃຫ້​ເຂົ້າ, ​ເຂົ້າສາລີ ​ແລະ ພືດ​ອາຫານ​ອື່ນໆ​ແຫ້ງ​ຕາຍ ຈົນ​ກາຍ​ເປັນ​ວິ​ກິດ​ດ້ານ​ອາຫານ​ຄັ້ງຮຸນ​ແຮງ.

ກາ​ແດງ​ຖະ​ແຫລ​ງ​ເຕືອນ​ເຖິງ​ຄວາມ​ສ່ຽງ​ສະພາບ​ຂາດ​ເຂີນ​ອາຫານ​ໃນ ສປປ ​ເກົາຫລີ ວ່າ: ຈະ​​ເຖິງ​ຂັ້ນກາຍ​ເປັນວິ​ກິດ​ຄວາມ​ໝັ້ນຄົງ​ທາ​ງອາຫານ​ເປັນ​ວົງ​ກວ້າງ​ໃນ ສປປ ​ເກົາຫລີ ​ເຊິ່ງກຳລັງ​ຜະ​ເຊີນ​ກັບ​ມາດ​ຕະການ​ຂວ້ຳບາດ​ຂອງ​ບັນດາ​ປະ​ເທດ. ຂະນະ​ທີ່​ປະຊາກອນ​ຢູ່​ໃນ​ລະດັບ​ສ່ຽງ​ຕໍ່ບັນຫາ​ໂພຊະ​ນາ​ການ​ຢູ່​ແລ້ວ ​ໂດຍ​ສະ​ເພາະ​ເດັກນ້ອຍ​ທີ່​ຈະ​ຕົກ​ຢູ່​ໃນ​ສະພາບ​ຮ້າຍ​ແຮງ​ຂຶ້ນອີກ. ກ່ອນ​ໜ້າ​ນີ້ ລັດຖະບານ ສປປ ​ເກົາຫລີ ຂໍ​ໃຫ້​ປະຊາຊົນ​ພະຍາຍາມ​ຮັບ​ມື​ກັບ​ຄື້ນຄວາມ​ຮ້ອນ​ຖື​ເປັນ​ປະຫວັດສາດ. ໜັງສືພິມ​ໂຣດົງ​ຊິນ​ມຸນ ລາຍ​ງານ​ວ່າ: ​ໄພ​ແລ້ງ​ໜັກ​ຄັ້ງນີ້​ຖື​ເປັນ​ໄພພິບັດ​ທາງ​ທຳ​ມະ​ຊາດ​ຄັ້ງຮຸນ​ແຮງ​​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ຈຶ່ງ​ຂໍ​ໃຫ້​ປະຊາຊົນ​ຊ່ວຍ​ກັນ​ຮັບ​ມື ​ໂດຍ​ການ​ສຳຮອງ​ອາຫານ​ໄວ້ ທ່າມກາງ​ອຸນຫະພູມ​ເພີ່ມ​ຂຶ້ນກວ່າ 40 ອົງສາ ​ໃນ​ບາງ​ພື້ນທີ່​ນັບ​ແຕ່​ທ້າຍ​ເດືອນ​ກໍລະກົດ ​ແລະ ມີ​ລາຍ​ງານ​ຜູ້​ເສຍ​ຊີວິດ​ຈາກ​ສະພາບ​ອາກາດ​ຮ້ອນ​ແຮງ.

- Visit Laos Visit SALANA BOUTIQUE HOTEL - ກາແດງເຕືອນວິກິດຂາດເຂີນອາຫານ ໃນ ສປປ ເກົາຫລີ ເພາະພືດຕາຍຈາກໄພແລ້ງ
- 4 - ກາແດງເຕືອນວິກິດຂາດເຂີນອາຫານ ໃນ ສປປ ເກົາຫລີ ເພາະພືດຕາຍຈາກໄພແລ້ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!