ແຟນບານຊາວອາຊີໃຕ້ກວ່າ 348 ລ້ານຄົນ ກຽມຊົມ ລາລີກ້າ ຟຣີ 3 ລະດູການ ຜ່ານ Facebook

- 39165942 301524607283005 4458933466435682304 n - ແຟນບານຊາວອາຊີໃຕ້ກວ່າ 348 ລ້ານຄົນ ກຽມຊົມ ລາລີກ້າ ຟຣີ 3 ລະດູການ ຜ່ານ Facebook
- kitchen vibe - ແຟນບານຊາວອາຊີໃຕ້ກວ່າ 348 ລ້ານຄົນ ກຽມຊົມ ລາລີກ້າ ຟຣີ 3 ລະດູການ ຜ່ານ Facebook

Facebook ເດີນຫນ້າສ້າງການຕະຫລາດຕໍ່ເນື່ອງ, ຫລ້າສຸດຈະຖ່າຍທອດສົດການແຂ່ງຂັນບານ​ເຕະ ລາລີກ້າສະເປນ ຜ່ານ Facebook ໃຫ້ແຟນບານຊາວອາຊີໃຕ້ກວ່າ 348 ລ້ານຄົນໄດ້ຊົມ 3 ລະດູການຄົບທຸກນັດ.

ບໍລິສັດ Sony Pictures Network ຜູ້ໃຫ້ບໍລິການທາງອິນເຕີເນັດຊື່ດັງຂອງໂລກ ໄດ້ຮ່ວມກັບ Facebook ນຳລິຂະສິດການຖ່າຍທອດສົດການແຂ່ງຂັນບານ​ເຕະ ລາລີກ້າ ສະເປນ ມາສົ່ງຕໍ່ໃຫ້ແຟນບານຊາວອາຊີໃຕ້ໄດ້ຊົມແບບສົດໆຜ່ານທາງ Facebook ໃນສັນຍາ 3 ລະດູການ (2018-2019, 2019-2020 ແລະ 2020-2021) ໂດຍບໍ່ເປີດເຜີຍມູນຄ່າ, ກາຍເປັນຄັ້ງທີ 2 ທີ່ແຟນບານຊາວອາຊີໃຕ້ຈະໄດ້ຊົມການຖ່າຍທອດສົດບານ​ເຕະລາລີກ້າ ສະເປນ ຕໍ່ຈາກປີ 2014 ຊຶ່ງຄັ້ງນັ້ນມູນຄ່າ 32 ລ້ານໂດລາສະຫະລັດ.

ການຖ່າຍທອດສົດຄັ້ງນີ້ ຕີກອບການຮັບໄດ້ພຽງເຂດອາຊີໃຕ້ລວມ 8 ປະເທດຄື: ອິນເດຍ, ອັບການິດສະຖານ, ບັງກະລາເດັດ, ພູຖານ, ເນປານ, ເມົາດິຟ, ສີລັງກາ ແລະ ປາເລັສຕິນ ຊຶ່ງໃນເຂດນີ້ມີຜູ້ໃຊ້ Facebook ປະມານ 348 ລ້ານກວ່າຄົນ.

- 4 - ແຟນບານຊາວອາຊີໃຕ້ກວ່າ 348 ລ້ານຄົນ ກຽມຊົມ ລາລີກ້າ ຟຣີ 3 ລະດູການ ຜ່ານ Facebook
- 5 - ແຟນບານຊາວອາຊີໃຕ້ກວ່າ 348 ລ້ານຄົນ ກຽມຊົມ ລາລີກ້າ ຟຣີ 3 ລະດູການ ຜ່ານ Facebook
- 3 - ແຟນບານຊາວອາຊີໃຕ້ກວ່າ 348 ລ້ານຄົນ ກຽມຊົມ ລາລີກ້າ ຟຣີ 3 ລະດູການ ຜ່ານ Facebook