ມອບ-ຮັບຜົນສຳເລັດໂຄງການກໍ່ສ້າງຝາຍຫ້ວຍພັນຫລາ


ໃນອາທິດຜ່ານມານີ້, ໄດ້ມີພິທີມອບ-ຮັບຜົນສຳ ເລັດໂຄງການກໍ່ສ້າງຝາຍ ຫ້ວຍພັນຫລາຢູ່ທີ່ຫ້ອງ ປະຊຸມຫ້ອງການພະລັງ ງານ – ບໍ່ແຮ່ ເມືອງກາສີ ແຂວງ ວຽງຈັນ, ໂດຍການ ເປັນກຽດເຂົ້າຮ່ວມຂອງ ທ່ານ ແພງຄຳ ຈັນທະມຸງ ຄຸນນະ ປະຈຳພັກເມືອງ, ປະທານກວດກາພັກ- ລັດ ເມືອງກາສີທັງເປັນຫົວໜ້າ ຄະນະຊີ້ນຳຄຸ້ມຄອງກອງ ທຶນພັດທະນາຊຸມຊົນອຸດ ສາຫະກຳບໍ່ແຮ່ເມືອງ, ມີ ບັນດາຄະນະກຳມະການ ກອງທຶນພັດທະນາຊຸມ ຊົນອຸດສາຫະກຳບໍ່ແຮ່ ຂັ້ນເມືອງ, ມີພະນັກງານທີ່ ກ່ຽວຂ້ອງພ້ອມນາຍບ້ານໆ ຫ້ວຍພັນຫຼາ ແລະ ນາຍ ບ້ານໆປຸ່ງຫຼັກເຂົ້າຮ່ວມ ຢ່າງ ພ້ອມພຽງ.


+ ມອບ-ຮັບໜ້າທີ່ເຈົ້າແຂວງອຸດົມໄຊຜູ້ໃໝ່
+ ມອບ-ຮັບ ແລະ ເປີດນໍາໃຊ້ອາຄານຜູ້ໂດຍສານສະໜາມບິນສາກົນວັດໄຕ
ທ່ານ ວັນດີ ວົງພະຈັນ ຫົວໜ້າຫ້ອງການພະລັງ ງານ-ບໍ່ແຮ່ໄດ້ຂຶ້ນຜ່ານບົດ ລາຍງານການປະຕິບັດ ວຽກງານການກໍ່ສ້າງໂຄງ ການຝາຍຊົນລະປະທານ ຫ້ວຍພັນຫຼາ, ບ້ານຫ້ວຍ ພັນຫຼາ, ເມືອງກາສີ ແຂວງ ວຽງຈັນເຊີ່ງທ່ານໄດ້ກ່າວ ວ່າ: ການກໍ່ສ້າງໂຄງການ ຝາຍຊົນລະປະທານຫ້ວຍ ພັນຫຼາ ເປັນໂຄງການໜຶ່ງ ທີ່ນອນຢູ່ໃນແຜນພັດທະ ນາເສດຖະກິດສັງຄົມ 5 ປີ ຄັ້ງທີ II ຂອງເມືອງ, ເປັນ ຝາຍເປຕົງເສີມເຫຼັກຂະ ໜາດນ້ອຍ, ມີຄອງເໝືອງ ແມ່ຍາວ 350 ແມັດ, ສາ ມາດຫົດເນື້ອທີ່ນາໄດ້ປະ ມານ 45 – 50 ເຮັກຕາ.
ແຕ່ເນື້ອທີ່ນາເຟືອງທີ່ ປະຊາຊົນທຳການຜະລິດ ປັດຈຸບັນມີ 28 ເຮັກຕາ, ກວມ 31 ຄອບຄົວ, ບ້ານ ປຸ່ງຫຼັກ 4 ຄອບຄົວ, ມີເນື້ອ ທີ່ສາມາດບຸກເບີກໄດ້ ຕື່ມ 20 ກວ່າເຮັກຕາ, ໂຄງ ການດັ່ງກ່າວເປັນໂຄງ ການມູນຄ່າບໍ່ສູງແຕ່ສາ ມາດຕອບສະໜອງຜົນ ປະໂຫຍດໃຫ້ປະຊາຊົນ ສູງສົມຄວນ, ເຊິ່ງສາມາດ ທົດແທນຝາຍພື້ນເມືອງ ຂອງປະຊາຊົນຈຳນວນ 28 ຄອບຄົວທີ່ໄດ້ເຮັດ ນຳກັນຢູ່ 3 ແຫ່ງ ແລະ ສ້ອມແປງແຕ່ລະປີບໍ່ຫຼຸດ 10 ຄັ້ງຕໍ່ລະດູການ.
ໂຄງການກໍ່ສ້າງຝາຍ ດັ່ງກ່າວ ໄດ້ຮັບທຶນຈາກ ກອງທຶນພັດທະນາຊຸມ ຊົນອຸດສາຫະກຳບໍ່ແຮ່ ແຂວງວຽງຈັນ, ເລີ່ມ ລົງມືກໍ່ສ້າງມາແຕ່ວັນ ທີ 25 ພຶດສະພາ ຫາ ວັນ ທີ 2 ສິງຫາຈຶ່ງສຳເລັດ ລວມມູນຄ່າການກໍ່ສ້າງ ທັງໝົດ240.000.000 ກີບ (ສອງຮ້ອຍສີ່ສິບ ລ້ານກີບ).
ໃນໂອກາດດັ່ງກ່າວ ທ່ານ ແພງຄຳ ຈັນທະ ມຸງຄຸນ ກໍໄດ້ໃຫ້ກຽດຂຶ້ນມອບໂຄງ ການ ແລະ ຂຶ້ນ ຮັບໂດຍ ທ່ານ ນາຍບ້ານໆ 2 ບ້ານ ພ້ອມ ດ້ວຍຄະນະກຳມະການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າ ຮ່ວມເປັນສັກຂີພິຍານ.
ພ້ອມນັ້ນ ທ່ານກໍໄດ້ໃຫ້ ກຽດຂຶ້ນໂອ້ລົມ ແລະ ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະ ນະຮັບຜິດ ຊອບການກໍ່ສ້າງ ຝາຍທຸກຂັ້ນຕະຫຼອດຮອດ ພໍ່ ແມ່ປະຊາຊົນທັງ 2 ບ້ານ ທີ່ໄດ້ເອົາໃຈໃສ່ປະສານສົບ ທົບຊ່ວຍເຫຼືອກໍ່ສ້າງຝາຍ ຈົນສຳເລັດສາມາດສະ ໜອງນ້ຳເຂົ້າສູ່ເນື້ອທີ່ທຳ ການຜະລິດໄດ້ຢ່າງສະດວກ ສະບາຍເຮັດໃຫ້ປະຊາຊົນ ໄດ້ນຳໃຊ້ນ້ຳເຂົ້າໃນການຜະ ລິດທັງສອງລະດູ ໄດ້ຢ່າງ ພຽງພໍພ້ອມດຽວກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງມາ ຍັງປະຊາຊົນທັງ 2 ບ້ານ ພ້ອມກັນ ເປັນເຈົ້າການ ບົວ ລະບັດຮັກສາ ແລະ ອານາ ໄມທຸກໆ ລະດູການເພື່ອເຮັດ ໃຫ້ນຳໃຊ້ໄດ້ຍາວນານ, ພ້ອມ ທັງແຕ່ງຕັ້ງຄະນະຮັບຜິດ ຊອບຄຸມຄອງໃນ ການຊົມໃຊ້ ແລະ ກໍ່ສ້າງກອງທຶນເພື່ອ ບູລະນະຮັກສາໃນຕໍ່ໜ້າ./.

