ເມືອງຮ້ຽມ ແຂວງຫົວພັນໄດ້ຮັບເຄື່ອງຊ່ວຍເຫລືອ

ເມື່ອບໍ່ດົນມານີ້, ທ່ານ ສົມອົກ ກິ່ງສະດາ ຮອງປະ ທານສູນກາງແນວລາວ ສ້າງຊາດພ້ອມຄະນະໄດ້ ນຳເອົາເຂົ້າສານອາຫານ ແຫ້ງ, ເຄື່ອງນຸ່ງ, ຢາປົວ ພະຍາດລວມມູນຄ່າ 83 ລ້ານກວ່າກີບ, ມາມອບ ໃຫ້ ປະຊາຊົນທີ່ປະສົບໄພນ້ຳ ຖ້ວມຢູ່ເມືອງຮ້ຽມແຂວງ ຫົວພັນ ກ່າວຮັບໂດຍທ່ານ ອານຸເດດ ສີຄຳໄຊ ເຈົ້າ ເມືອງໆຮ້ຽມ ເພື່ອໄປມອບ ຕໍ່ໃຫ້ປະຊາຊົນ ຢ່າງທົ່ວເຖິງ.
+ ມອບເຄື່ອງຊ່ວຍເຫລືອບ້ານຈຸດສຸມນ້ຳສຽມ
+ ມອບເຄື່ອງຊ່ວຍເຫລືອໃຫ້ແກ່ປະຊາຊົນເມືອງບົວລະພາຜູ້ໄດ້ຮັບຜົນກະທົບຈາກໄພທຳມະຊາດ
ໂອກາດນີ້, ທ່ານ ເຈົ້າ ເມືອງໆຮ້ຽມ ໄດ້ກ່າວສະ ແດງຄວາມຂອບອົກຂອບ ໃຈມາຍັງ ທ່ານ ຮອງປະ ທານ ສູນກາງແນວລາວ ສ້າງຊາດ ກໍຄືພະນັກງານ ພາຍໃນສູນກາງແນວລາວ ສ້າງຊາດ ທີ່ໄດ້ມີຄວາມເປັນ ຫ່ວງເປັນໄຍ ແລະ ໃຫ້ການ ຊ່ວຍເຫລືອແກ່ ປະຊາຊົນ ທີ່ ໄດ້ຮັບຜົນກະທົບຈາກໄພ ນ້ຳຖ້ວມ ແລະ ຈະນຳເອົາ ເຄື່ອງຊ່ວຍເຫລືອດັ່ງກ່າວ ໄປແຈກຢາຍໃຫ້ແກ່ປະຊາ ຊົນຢ່າງທົ່ວເຖິງ.
ພ້ອມກັນນີ້, ທ່ານ ສົມ ອົກ ກິ່ງສະດາ ຍັງໄດ້ມອບ ເງິນສົດຈຳນວນ 10 ລ້ານ ກີບໃຫ້ເມືອງຮ້ຽມເພື່ອ ເປັນການປະກອບສ່ວນໂມ ທະນາສ້າງກຸດຕິສົງ ບ້ານ ທາດຮ້ຽມຕື່ມອີກ.