6 ວິທີເຮັດໃຫ້ຮອຍສັກຂອງທ່ານຕິດທົນສີງາມດົນກ່ວາເກົ່າ

ການອອກແບບຮອຍສັກອາດຈະແຕກຕ່າງກັນໄປຕາມສັນຍະລັກລາຍລະອຽດເລັກນ້ອຍທີ່ເກີດຈາກການອອກແບບ ຫລື ຮູບຕ່າງໆທີ່ເລືອກໄວ້ກ່ອນສັກ, ແຕ່ຫລັງຈາກທີ່ສັກຮຽບຮ້ອຍແລ້ວ ທ່ານອາດຈະຕ້ອງໃຫ້ຄວາມສຳຄັນກັບຈຸດນ້ອຍໆບາງຢ່າງທີ່ຈະເຮັດໃຫ້ຮອຍສັກຂອງທ່ານຄົງຢູ່ເປັນເວລາດົນ. ສຳລັບເລື່ອງນີ້ເຮົາໄດ້ໄປສອບຖາມສິລະປິນນັກສັກ ແລະ ເຈົ້າຂອງຮ້ານສັກເພື່ອຂໍໍເຄັດລັບບາງຢ່າງທີ່ຈະຊ່ວຍເຮັດໃຫ້ຮອຍສັກຂອງທ່ານສີງາມຕິດທົນໄດ້ດົນຢູ່ສະເໝີ ດັ່ງຕໍ່ໄປນີ້ :
– ສິ່ງທີ່ຄວນຫລີກເວັ້ນໃນໄລຍະ 7 ມື້ທຳອິດຫລັງການສັກ : ການອອກກຳລັງກາຍຢູ່ສູນອອກກຳລັງກາຍ ແລະ ການລອຍນຳ້ ຄວນງົດເວັ້ນໄວ້ກ່ອນ. ນອກຈາກນີ້ ຄວນຫລີກເວັ້ນແສງແດດ ແລະ ອານກໍຮໍເປັນເວລາ 3 – 4 ມື້ ເນື່ອງຈາກອານກໍຮໍສາມາດເຈືອຈາງເລືອດຂອງທ່ານ ອາດຈະເຮັດໃຫ້ເກີດອາການຕົກເລືອດ ແລະ ສົ່ງຜົນໃຫ້ເກີດການສູນເສຍສີໄດ້.
– ຫລັງຈາກ 7 ມື້ໄປແລ້ວ ຮອຍສັກຈະເລີ່ມເຫັນແຈ້ງຂຶ້ນ : ສາມາດຖອດພາກສ່ວນທີ່ຫໍ່ຫຸ້ມໄວ້ໄດ້ ແລະ ເພີ່ມຄວາມຊຸ່ມຊື່ນໃຫ້ ແກ່ຜິວໜັງບໍລິເວນຮອຍສັກດ້ວຍຄຣີມທີ່ເອີ້ນວ່າ : Tat Wax ຫລື ເປັນຄຣີມທີ່ມີໄວ້ສຳລັບທາຮອຍສັກໂດຍສະເພາະນັ້ນເອງ.
– ຄວນຫລີກເວັ້ນແສງແດດໃນທຸກສະຖານະການ : ເນື່ອງຈາກຫລັງຈາກການສັກ ຜິວໜັງຂອງທ່ານຈະມີຄວາມບອບບາງຫລາຍເປັນພິເສດ ຫາກມີຄວາມຈຳເປັນຕ້ອງອອກໄປທາງນອກ ຄວນທາຄຣີມກັນແດດຢູ່ບໍລິເວນທີ່ມີການສັກໂດຍເລືອກໃຊ້ຄຣີມກັນແດດທີ່ມີຄ່າ SPF 50 ຫລື 100 ຂຶ້ນໄປ.
– ການດູແລຂັ້ນພື້ນຖານຫລັງຈາກການສັກເປັນສິ່ງທີ່ສຳຄັນທີ່ສຸດ : ສິ່ງທີ່ຄວນຈື່ໄວ້ເປັນສິ່ງທຳອິດແມ່ນການຮັກສາຄວາມສະ ອາດ ແລະ ຄວາມຊຸ່ມຊື່ນໄວ້ຕະຫລອດເວລາ ຄວນເລືອກໃຊ້ມອຍເຈີໄຣເຊີທີ່ບໍ່ມີສີ ແລະ ບໍ່ມີກິ່ນບໍລິເວນທີ່ສັກເປັນປະຈຳ.
– ດວງຕາເວັນເປັນສັດຕູຮ້າຍສຳລັບຮອຍສັກຂອງທ່ານ : ລັງສີຢູວີເອ ແລະ ຢູວີບີຈາກດວງຕາເວັນເປັນທີ່ຮູ້ຈັກກັນດີວ່າ ສາມາດທຳລາຍຜິວຊັ້ນປົກປິດຂອງທ່ານໄດ້ ເຊິ່ງກໍສາມາດສ້າງຄວາມເສຍຫາຍໃຫ້ກັບຜິວບໍລິເວນທີ່ມີຮອຍສັກໄດ້ຄືກັນ ເຖິງວ່ານຳ້ໝຶກທີ່ໃຊ້ສັກໃນປະຈຸບັນຈະມີຄວາມພິເສດ ແລະ ມີສະຖຽນລະພາບຫລາຍຂຶ້ນແລ້ວເມື່ອປຽບທຽບກັບເມື່ອກ່ອນ ແນວໃດກໍຕາມແສງລັງສີຢູວີເອ ແລະ ຢູວີບີກໍຍັງສົ່ງຜົນກະທົບຕໍ່ຮອຍສັກໄດ້ຢູ່ດີ.
– ເລືອກເຄື່ອງນຸ່ງຫລົມ ບໍ່ຄັບແໜ້ນຈົນເກີນໄປ : ເພາະເຄື່ອງນຸ່ງທີ່ແໜ້ນເກີນໄປອາດຈະຮຸກຖູຮອຍສັກຈົນເຮັດໃຫ້ມັນຈາງຫາຍໄປໄດ້ ໂດຍສະເພາະຮອຍສັກທີ່ຫາກໍສັກມາໃໝ່ ອາດຈະມີອາການລະຄາຍເຄືອງຫລາຍກ່ວາປົກກະຕິ.