ລະວັງປ່ວຍໜັກຍ້ອນໃຊ້ຊີວິດເຕັມທີ່ເກີນໄປ

ໃຊ້ຊີວິດກຸ້ມຄ່າ, ຈັດໜັກ, ສ່ຽງເຈັບປ່ວຍບໍ່ຮູ້ໂຕ ເຊື່ອວ່າຍຸກນີ້ຫລາຍທ່ານຕ້ອງເຮັດວຽກໜັກບໍ່ໜ້ອຍ ເພື່ອຄວາມກ້າວໜ້າ ແລະ ໝັ້ນຄົງໃນຊີວິດຂອງໂຕເອງ, ແຕ່ຫລາຍຄົນນອກຈາກຈະເຮັດວຽກໜັກແລ້ວ ຍັງມີກິດຈະກຳກັບບັນດາໝູ່ເພື່ອນ ທ້າທາຍຄວາມມ່ວນກັນຕື່ມອີກ ຫລື ບາງຄົນທີ່ເບິ່ງແຍງຮູບຮ່າງຢູ່ເປັນປະຈຳກໍໝັ່ນໄປສູນອອກກຳລັງກາຍທັງກ່ອນ ແລະ ຫລັງເລີກວຽກທຸກມື້ ແຕ່ຮູ້ບໍ່ວ່າການທີ່ເຮົາດຸໝັ່ນເຮັດວຽກຈົນຫລັງຂົດຫລັງງໍ ຫລື ອອກກຳລັງກາຍຢ່າງໜັກໜ່ວງເກີນຂີດຈຳກັດຂອງໂຕເອງ ໂດຍບໍ່ປ່ອຍໂອກາດໃຫ້ຮ່າງກາຍໄດ້ພັກຜ່ອນເລີຍ ກໍຈະເຮັດໃຫ້ທ່ານສ່ຽງຕໍ່ການເປັນພະຍາດຮ້າຍໄດ້ຄືກັນ.
– ນັ່ງລ້າໆກໍອັນຕະລາຍກ່ວາທີ່ເຮົາຄິດ : ການນັ່ງເຮັດວຽກໝົດມື້ໂດຍບໍ່ໄດ້ເຄື່ອຍໄຫວຮ່າງກາຍຢ່າງພຽງພໍ ສົ່ງຜົນໃຫ້ເກີດການອັກເສບຂອງກ້າມຊີ້ນ ແລະ ເສັ້ນເອັນໄດ້ ທັງຍັງມີໂອກາດປວດເມື່ອຍຕາມອະໄວຍະວະຕ່າງໆ ເຊັ່ນ : ຫລັງ, ບ່າໄຫລ່, ແຂນ ຫລື ຂໍ້ມື. ສ່ວນບາງຄົນທີ່ມີອາການຂອງພະຍາດປະຈຳໂຕຢູ່ແລ້ວ ນັ່ງດົນເກີນໄປອາດສົ່ງຜົນໃຫ້ພະຍາດທີ່ເປັນຢູ່ຮຸນແຮງຂຶ້ນຕື່ມ. ນອກນັ້ນຍັງລວມໄປເຖິງຄົນທີ່ເຮັດວຽກແລ້ວມີຄວາມເຄັ່ງຄຽດຕໍ່ເນື່ອງອາດມີການອົດອາຫານເປັນໄລຍະ ຫລື ມີການອົດຫລັບອົດນອນເພື່ອເຮັດວຽກໃຫ້ແລ້ວໃນເວລາທີ່ຈຳກັດ ເຮັດໃຫ້ຮ່າງກາຍຕ້ອງແບບຮັບຄວາມເຄັ່ງຄຽດ ປາສະຈາກການຜ່ອນຄາຍ ກໍສົ່ງຜົນຕໍ່ການເກີດພະຍາດຕ່າງໆໄດ້ຄືກັນ.
– ໂຫມອອກກຳລັງກາຍໜັກເກີນໄປ : ກຸ່ມນີ້ມັກເຂົ້າສູນອອກກຳລັງກາຍເກືອບທຸກມື້ ເຊິ່ງອາດເຮັດໃຫ້ກ້າມຊີ້ນບາດເຈັບ, ມີອາການປວດເກີດຂຶ້ນມາໄດ້ ໂດຍສະເພາະການຫລິ້ນຟິດເນັດທີ່ມີການວອມຫລິ້ນ ຫລື ຢືດຢຽດກ້າມຊີ້ນຫລັງການຫລິ້ນ.
– ແລ້ວຈະອອກກຳລັງກາຍແນວໃດໃຫ້ໄກພະຍາດ ? ຄວາມຈິງແລ້ວມັນເປັນຍ້ອນທຳມະຊາດຂອງຮ່າງກາຍເຮົາເອງ ໃນທາງວິທະຍາສາດ ອາການເຈັບ ຫລື ປວດເມື່ອຍກ້າມຊີ້ນເກີດຂຶ້ນທັນທີຫລັງຈາກການອອກກຳລັງກາຍ ສ່ວນຫລາຍເກີດຈາກການມີຂອງເສຍ ຫລື ກົດແລັກຕິກສະສົມຢູ່ໃນກ້າມຊີ້ນໃນປະລິມານສູງ ກົດນີ້ເປັນຜົນທີ່ເກີດຂຶ້ນຈາກການເຜົາຜານພະລັງງານປະເພດຄາໂບໄຮເດຣດ ແລະ ເມື່ອມີກົດນີ້ສະສົມຢູ່ກ້າມຊີ້ນຫລາຍກໍຈະເຮັດໃຫ້ເກີດອາການເມື່ອຍລ້າ ແລະ ປວດກ້າມຊີ້ນໄດ້, ແຕ່ອາການນີ້ກໍຈະຄ່ອຍໆເຊົາໄປເອງ ເພາະມັນຖືກລະບາຍ ແລະ ກຳຈັດອອກໄປໃນລະບົບໄຫລວຽນເລືອດ ໂດຍບາງສ່ວນຈະຖືກເອົາໄປໃຊ້ເປັນພະລັງງານສຳລັບການອອກກຳລັງຕໍ່ໄປ.
– ໃຊ້ຊີວິດໃຫ້ດຸ່ນດ່ຽງ ບໍ່ຫັກໂຫມຈົນເກີນໄປ ຫ່າງໄກຈາກພະຍາດໄດ້ : ການເຮັດວຽກໜັກ ຫລື ການອອກກຳລັງກາຍໜັກເກີນໄປລ້ວນແຕ່ສ້າງຄວາມເຈັບປວດໃຫ້ກັບກ້າມຊີ້ນຂອງເຮົາໄດ້ໝົດ ແຕ່ຢ່າງໜ້ອຍກໍມີວິທີແກ້ໄຂ ແລະ ຫລຸດຜ່ອນໃຫ້ເຊົາໄດ້ ນັບທັງການຮັກສາຄວາມດຸ່ນດ່ຽງໃນການໃຊ້ຊີວິດ ແລະ ການເຮັດວຽກ, ບໍ່ນັ່ງຢູ່ແຕ່ໜ້າຈໍຄອມໝົດມື້ ຄວນລຸກຢືນ, ຍ່າງ ຫລື ປ່ຽນທ່າທຸກ 1 – 2 ຊົ່ວໂມງ, ອອກກກຳລັງສະໝໍ່າສະເໝີ ແຕ່ບໍ່ຫັກໂຫມຈົນເກີນໄປ, ຢ່າລືມໝັ່ນກວດສຸຂະພາບເປັນປະຈຳຢ່າງໜ້ອຍປີລະເທື່ອ ເພາະຫາກມີພະຍາດແຊກຊ້ອນ ຫລື ພະຍາດຮ້າຍແຮງເກີດຂຶ້ນກໍຈະໄດ້ປິ່ນປົວຢ່າງທັນເວລາ ກ່ອນທີ່ພະຍາດຈະ ລຸກລາມຈົນຮັບປິ່ນປົວຊ້າເກີນໄປ.