ອະຫິວາໝູອາຟຣິກາໃນຈີນ ອາດລະບາດຂ້າມປະເທດ


ອົງການອາຫານ ແລະ ກະສິກຳແຫ່ງສະຫະປະຊາຊາດ ສະແດງຄວາມກັງວົນວ່າ: ສະຖານະການການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ໃນຈີນອາດຂ້າມຊາຍແດນສູ່ອີກຫລາຍປະເທດໃນອາຊີຕາເວັນອອກ ແລະ ອາຊີຕາເວັນອອກສຽງໃຕ້.


ສຳນັກຂ່າວຕ່າງປະເທດລາຍງານວ່າ: ອົງການອາຫານ ແລະ ກະສິກຳ ແຫ່ງສະຫະປະຊາຊາດ (FAO) ອອກລາຍງານໃນວັນທີ 28 ສິງຫາ ກ່ຽວກັບສະຖານະການການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ໃນຈີນໄລຍະເວລາ 1 ເດືອນຜ່ານມາວ່າ: ເປັນສາຍພັນດຽວກັບພົບໃນຣັດເຊຍໃນປີຜ່ານມາ ແລະ ປັດຈຸບັນ ພົບຢ່າງໜ້ອຍໃນ 4 ແຂວງຂອງຈີນ ໜຶ່ງໃນນັ້ນຄືແຂວງຫລຽວໜິງທີ່ຢູ່ທາງຕາເວັນອອກສຽງເໜືອ ສົ່ງຜົນໃຫ້ທາງການຈີນຕ້ອງຂ້າໝູໄປແລ້ວຫລາຍກວ່າ 24.000 ໂຕ ເພື່ອຄວບຄຸມສະຖານະການ.
Outbreak of African swine fever threatens to spread from China to other Asian countrieshttps://t.co/eUaEijJgWT #Africanswinefever pic.twitter.com/Uq1ne8GA00
— FAO Newsroom (@FAOnews) August 28, 2018
ເຖິງຢ່າງໃດກໍຕາມ, ການທີ່ເສັ້ນທາງການແຜ່ລະບາດຂອງເຊື້ອໄວຣັສ ເຊິ່ງກວດພົບໃນພື້ນທີ່ຫ່າງກັນຫລາຍກວ່າ 1.000 ກິໂລແມັດ ໃນຈີນ ໝາຍຄວາມວ່າມີຄວາມເປັນໄປໄດ້ທີ່ການແຜ່ລະບາດອາດຂ້າມຊາຍແດນໄປສູ່ປະເທດໜຶ່ງ “ໄດ້ທຸກເວລາ” ບົ່ງບອກຄວາມອັນຕະລາຍຂອງເຊື້ອພະຍາດດັ່ງກ່າວ ໂດຍ FAO ຕີລາຄາພື້ນທີ່ສ່ຽງຄືປະເທດທີ່ມີຊາຍແດນຕິດກັບຈີນ ເຊິ່ງລວມທັງແຫລມເກົາຫລີ ແລະ ຫລາຍປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້, ເຖິງວ່າ ASF ເປັນພະຍາດທີ່ບໍ່ມີຄວາມສ່ຽງຕໍ່ມະນຸດ ແຕ່ຈະສົ່ງຜົນກະທົບຢ່າງໜັກຕໍ່ອຸດສາຫະກຳຊີ້ນໝູໃນພາກພື້ນ, ຍິ່ງໄປກວ່ານັ້ນ ນັກວິທະຍາສາດຍັງບໍ່ປະສົບຜົນສຳເລັດໃນການພັດທະນາວັກແຊງປ້ອງກັນພະຍາດອະຫິວາໝູອາຟຣິການຳອີກ.
Some 20,000 pigs in China have been culled, to stop the spread of African swine fever. https://t.co/DgaWmiDmRq pic.twitter.com/4L4b3uprzM
— South China Morning Post (@SCMPNews) August 23, 2018
ທັງນີ້, ລາຍງານຂອງ FAO ລະບຸອີກວ່າ: ສຳນັກງານໃນອາຊີກຳລັງປະສານງານຢ່າງໃກ້ຊິດກັບລັດຖະບານຈີນ ແລະ ອີກຫລາຍປະເທດ ເພື່ອຮ່ວມກັນຫາທາງຄວບຄຸມການແຜ່ລະບາດຂອງພະຍາດ, ແຕ່ເຕືອນວ່າ: ການໃຊ້ “ມາດຕະການ” ຫ້າມການລຳລຽງໝູ ແລະ ຈຳກັດການຂົນສົ່ງຜະລິດຕະພັນຊີ້ນໝູ ອາດຍິ່ງກະຕຸ້ນການຂົນສົ່ງຜະລິດຕະພັນຢ່າງຜິດກົດໝາຍແທນ.