ສະພາອີຣານຊັກຖາມປະທານາທິບໍດີ ເລື່ອງນະໂຍບາຍເສດຖະກິດ


ປະທານາທິບໍດີ ຮຳຊັນ ໂຣຮານີ ກ່າວວ່າ: ທິດສະດີສົມຄົບຄິດຂອງອາເມລິກາ” ເປັນສາເຫດຂອງສະຖານະການວຸ້ນວາຍທາງເສດຖະກິດໃນປະເທດ, ແຕ່ຍັງຖືເປັນຄຳຕອບທີ່ບໍ່ໜ້າພໍໃຈສຳລັບກອງປະຊຸມສະພາ.


ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ຮຳຊັນ ໂຣຮານີ ຕອບຄຳຊັກຖາມສົດຈາກກອງປະຊຸມສະພາຜູ້ແທນລາຊະດອນ ໃນນະຄອນຫລວງເຕຮາລານ ວັນທີ 28 ສິງຫານີ້ ໂດຍຄຳຖາມສ່ວນຫລາຍຈາກສະມາຊິກ ທັງຝ່າຍລັດຖະບານ ແລະ ຝ່າຍຄ້ານມຸ່ງເປົ້າໃສ່ນະໂຍບາຍເສດຖະກິດຂອງປະເທດ ເຊິ່ງສະຖານະການກຳລັງເຄັ່ງຕຶງ ແລະ ກົດດັນຢ່າງໜັກຈາກການທີ່ອາເມລິກາຮື້ຟື້ນມາດຕະການຂວ້ຳບາດ “ຊຸດໃຫຍ່” ຕໍ່ອີຣານ ເປັນເທື່ອທຳອິດໃນຮອບ 3 ປີ ໃນຕົ້ນເດືອນນີ້ ຫລັງຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍສະບັບປີ 2015 ໃນເດືອນພຶດສະພາຜ່ານມາ.
ທັງນີ້, ທ່ານ ໂຣຮານີ ກ່າວວ່າ: ບັນຍາກາດຮ້າຍແຮງທາງເສດຖະກິດເປັນຜົນຈາກການວາງແຜນໂດຍ “ກຸ່ມຕໍ່ຕ້ານອີຣານ” ເຊິ່ງນັ່ງຢູ່ໃນທຳນຽບຂາວຄອຍຄິດຄົ້ນທິດສະດີສົມຄົບຄິດເພື່ອທຳລາຍໂຄງສ້າງການບໍລິຫານຂອງລັດຖະບານເຕຮາລານ, ແຕ່ຖ້າທຸກຝ່າຍໃນປະເທດມີຄວາມສາມັກຄີກັນຫລາຍກວ່ານີ້ ຈະສາມາດຜ່ານຜ່າສະຖານະການທີ່ເກີດຂຶ້ນໄດ້ “ເຊິ່ງຍັງບໍ່ແມ່ນວິກິດ”.
ເຖິງຢ່າງໃດກໍຕາມ, ກອງປະຊຸມສະພາມີມະຕິສຽງສ່ວນຫລາຍສະແດງຄວາມບໍ່ພໍໃຈຕໍ່ຄຳຕອບທີ່ບໍ່ຈະແຈ້ງຂອງທ່ານ ໂຣຮານີ ໂດຍຖືເປັນເທື່ອທຳອິດນັບແຕ່ເຂົ້າມາບໍລິຫານປະເທດ ໃນເດືອນສິງຫາ 2013 ທີ່ຝ່າຍນິຕິບັນຍັດຕ້ອງຊັກຖາມປະທານາທິບໍດີຄົນປັດຈຸບັນກ່ຽວກັບນະໂຍບາຍບໍລິຫານປະເທດ ແລະ ເປັນເທື່ອທຳອິດໃນຮອບ 7 ປີ ທີ່ສະພາຕໍ່າຂອງອີຣານຈັດການອະພິປາຍລັກສະນະນີ້ ນັບແຕ່ການຕັ້ງກະທູ້ຖາມສົດໃນປີ 2011 ຕໍ່ລັດຖະບານຂອງປະທານາທິບໍດີ ມາມຸດ ອາມາດິເນຈັດ ກ່ຽວກັບມາດຕະການຂວ້ຳບາດຂອງອາເມລິກາໃນເວລານັ້ນ.