ສິ້ນສິງຫາພ້ອມກັນຫັນໜ້າສູ່ການຮຽນ


ໂດຍ: ທິດກ່ຳ
ຍັງອີກບໍ່ພໍເທົ່າໃດມື້, ກໍ ຈະຮອດວັນທີ 1 ກັນຍາ 2018, ດັ່ງພວກເຮົາ ຮູ້ນຳກັນ ແລ້ວວ່າ: ໂດຍປົກກະຕິແລ້ວ ວັນທີ 1 ກັນຍາ ເປັນມື້ເປີດ ສົກຮຽນໃໝ່ຂອງໂຮງຮຽນ ຂັ້ນປະຖົມ, ມັດທະຍົມ ແລະ ຕໍ່ໆ ໄປຈົນຮອດເດືອນຕຸລາ ກໍສືບຕໍ່ເປີດຂັ້ນວິທະຍາ ໄລ, ມະຫາວິທະຍາໄລຂອງ ທຸກໆປີ.
+ ໄຂສົກຮຽນໃໝ່ 2018-2019 ຢູ່ເມືອງສະໜາມໄຊສະເພາະ ມ4 ແລະ ມ7
+ ນັກສຶກສາລາວ 31 ຄົນ ສຳເລັດຫລັກສູດການກຽມຄວາມພ້ອມກ້າວເຂົ້າສູ່ການເຮັດວຽກຕົວຈິງ
ສຳລັບສົກຮຽນປີ 2018-2019 ທິດກ່ຳຍັງ ບໍ່ທັນສາມາດນຳເອົາຈຳ ນວນໂຮງຮຽນ, ນັກຮຽນ ໃນແຕ່ລະຊັ້ນ, ແຕ່ລະຂັ້ນ ມາອ້າງເປັນຕົວເລກຕົວຜາ ຢ່າງຈະແຈ້ງ ແລະ ຊັດເຈນ, ພຽງແຕ່ຮູ້ແຫລ່ງຂ່າວຂໍ້ມູນ ບາງບ່ອນວ່າປີນີ້ມີນັກສອບ ເສັງເຂົ້າຮຽນມະຫາວິທະຍາໄລແຫ່ງຊາດຫລາຍກວ່າ 14 ພັນຄົນ, ແຕ່ຈະຮັບຕາມແຜນ ພຽງ 7 ພັນກວ່າຄົນເທົ່ານັ້ນ, ສ່ວນບັນດາມະຫາວິທະຍາ ໄລຕ່າງໆ ທີ່ມີຢູ່ຕ່າງແຂວງ ນັ້ນ ກໍຍັງບໍ່ທັນຮູ້ລາຍລະ ອຽດວ່າມີຈຳນວນໜ້ອຍ ຫລາຍປານໃດ.
ແນວໃດກໍຕາມ, ຜ່ານ ການຕິດຕາມບັນຍາກາດ ຂອງການກະກຽມເປີດສົກ ຮຽນໃໝ່ປີນີ້, ເຫັນວ່າຢູ່ ແຕ່ລະສະຖາບັນນັບແຕ່ຂັ້ນ ປະຖົມ, ມັດທະຍົມຂຶ້ນໄປ ບໍ່ວ່າ ພາກລັດ ແລະ ເອກະ ຊົນຕ່າງ ກໍມີການກະກຽມ ເປັນຢ່າງດີເຊັ່ນ: ນັບແຕ່ການ ອານາໄມສະພາບແວດລ້ອມ ໂຮງຮຽນ, ຫ້ອງຮຽນ, ກະ ກຽມປຶ້ມຕຳລາ, ໂຄງການ ສິດສອນ, ບົດສອນ, ຕະ ຫລອດເຖິງອຸປະກອນການ ຮຽນໂດຍເລັ່ງໃສ່ຮັບປະກັນ ດ້ານຄຸນນະພາບເປັນຫລັກ.
ສິ່ງທີ່ໜ້າຊົມເຊີຍສຳ ລັບວົງການສຶກສາໃນສອງ ສາມປີຜ່ານມາ ກໍຄືໃນປັດຈຸ ບັນການສອບເສັງຂຶ້ນຫ້ອງ ແລະ ຈົບຊັ້ນແມ່ນບໍ່ໄດ້ຍິນ ເຂົາຊ່າກັນວ່າຂໍ້ສອບຮົ່ວ, ການເສັງເຂົ້າຮຽນ ໃນໂຮງ ຮຽນວິຊາຊີບ, ວິທະຍາໄລ, ມະຫາວິທະຍາໄລພວກເຮົາ ໄດ້ຈຳກັດໃນການຊື້ຈ້າງເຂົ້າຮຽນຢ່າງເຄັ່ງຄັດ ອັນເປັນ ການຕ້ານ ແລະ ສະກັດກັ້ນ ບັນດາປະກົດການຫຍໍ້ທໍ້ໃນ ວົງການສຶກສາຢ່າງສຸດຂັ້ນ ສຸດຂີດ.
ສິ່ງທີ່ໜ້າຊົມເຊີຍຍົກ ຍ້ອງອີກອັນໜຶ່ງກໍແມ່ນລະ ບົບການສຶກສາຢູ່ບ້ານເຮົາໃນປັດຈຸບັນແມ່ນຄຸນນະພາບ ການຮຽນການສອນນັບມື້ມີ ການປັບປຸງໃຫ້ດີຂຶ້ນເລື່ອຍໆ. ສະແດງອອກ ໃນເວລານັກ ຮຽນ-ນັກສຶກສາເຮົາໄປ ສອບເສັງຫລື ແຂ່ງຂັນໃນລະ ດັບພາກພື້ນ ແລະ ສາກົນ ກໍສາມາດຕິດອັນດັບນຳ ເຂົາ ແລະ ນຳເອົາລາງວັນ ອັນຊົງກຽດມາໃຫ້ຕົນເອງ, ຜູ້ປົກຄອງ ແລະ ປະເທດ ຊາດໄດ້ເປັນ ຢ່າງດີກໍຫວັງ ຢ່າງຍິ່ງວ່າໃນ ອານາຄົດອັນ ຍາວນານບັນດາລູກຫລານ ທີ່ພວມເກີດໃໝ່ໃຫຍ່ລຸນ ຈະກາຍເປັນຊັບພະຍາກອນ ມະນຸດຂອງຊາດຜູ້ທີ່ດີ, ມີ ຄຸນນະພາບຢ່າງແນ່ນອນ.
ໃນເງື່ອນໄຂການ ເຊື່ອມ ໂຍງຂອງພາກພື້ນ, ເວົ້າເຖິງ ລະບົບການສຶກສາ ກໍຄືການ ສ້າງຊັບພະຍາກອນມະນຸດ ໃນລະດັບກຸ່ມອາຊຽນເຮົາ ຕ້ອງຍົກໃຫ້ປະເທດສິງກະ ໂປເປັນຫຍັງຈຶ່ງວ່າແນວ ນັ້ນ? ຍ້ອນວ່າບັນດານັກ ຮຽນ-ນັກສຶກສາ ທີ່ຈົບປະ ລິນຍາໃນແຕ່ລະຂັ້ນເຊັ່ນ: ປະ ລິນຕີ, ປະລິນຍາໂທ ແລະ ປະລິນຍາເອກ ໃນແຕ່ລະ ສາຂາວິຊາໄປສະໝັກວຽກ ຢູ່ບ່ອນໃດສ່ວນຫລາຍໃຜ ກໍໃຫ້ການຕອບຮັບ. ດ້ວຍ ເຫດຜົນທີ່ວ່າລະບົບການ ສຶກສາຢູ່ບ້ານພວກເພິ່ນໄດ້ ກ້າວຂຶ້ນໃນລະດັບສາກົນ ແລ້ວ, ເວົ້າແຈ້ງລະບົບການ ສຶກສາໃນແຕ່ລະຂັ້ນແມ່ນ ຢູ່ໃນຂັ້ນມາດຕະຖານສາກົນຍອມຮັບ ຈຶ່ງບໍ່ມີຫຍັງແປກ ປະຫລາດເມື່ອຮຽນຈົບໄປ ແລ້ວຕະຫລາດແຮງງານກໍ ຕ້ອງການຄົນຜູ້ທີ່ມີຄວາມ ຮູ້ ແລະ ມີຄວາມສາມາດທີ່ ໄດ້ມາດຕະຖານ.
ຈາກສະພາບທີ່ກ່າວ ມານັ້ນ, ເມື່ອມາສົມທຽບໃສ່ ບ້ານເຮົາກໍຕ້ອງໄດ້ບຸກບືນໃຫ້ ທຽບຖານກັບໝູ່, ເຊິ່ງໃນຊຸມ ປີຜ່ານມາ ນັບແຕ່ພວກເຮົາ ໄດ້ປັບປຸງລະບົບການສຶກສາຈາກປະລິມານກ້າວສູ່ຄຸນ ນະພາບ ກໍເຫັນວ່າໄດ້ມີປັດໄຈ ອັນໃໝ່ເກີດຂຶ້ນຢ່າງຈະແຈ້ງ. ອີກປະການໜຶ່ງໃນສະພາບ ປັດຈຸບັນ, ເວົ້າເຖິງການສຶກ ສາຮ່ຳຮຽນຂອງລູກຫລານ ທີ່ຈົບຂັ້ນມັດທະຍົມສົມບູນ (ມ7) ໄປແລ້ວ ສ່ວນຫລາຍ ໃຜກໍເຫີ່ໄປຮຽນແຕ່ຂະແໜງການເສດຖະກິດ ເຊັ່ນ: ການ ເງິນ-ການບັນຊີ, ທະນາຄານ ຫລື ບໍລິຫານທຸລະກິດ, ເວົ້າ ລວມແລ້ວໃຜກໍໄຝຝັນຮຽນ ຢາກເປັນເຈົ້າເປັນນາຍນັ່ງສະ ບາຍຢູ່ໃນຫ້ອງແອ. ແຕ່ການ ໄປຮຽນໃນສາຍວິຊາຊີບ ອັນ ຈະເຮັດໃຫ້ເຮົາກຸ້ມປາກກຸ້ມ ທ້ອງໄວໆນັ້ນ ໃຜກໍອືດປານ ດຶງຂາເຕົ່າ, ດ້ວຍສາເຫດ ນີ້ລະຢູ່ບ້ານເຮົາຈຶ່ງມີອັນ ຈຳກັດທາງດ້ານການຜະ ລິດບໍ່ທັນແຜ່ຂະຫຍາຍຢ່າງ ກວ້າງຂວາງ.
ກ່ອນອື່ນພວກເຮົາຕ້ອງ ເຂົ້າໃຈວ່າການຮຽນວິຊາ ຊີບບໍ່ວ່າຂະແໜງການໃດ ລ້ວນແລ້ວແຕ່ເປັນຮາກ ເຫງົ້າຂອງການຜະລິດ, ເປັນ ບໍ່ ເກີດຂອງຄວາມມັ່ງຄັ່ງຮັ່ງ ມີແກ່ຕົນເອງ, ປະເທດຊາດ ແລະ ທັງເປັນເສັ້ນທາງລົບ ລ້າງອອກຈາກຄວາມທຸກ ຍາກໄດ້ໄວ. ເວົ້າມາຮອດ ບ່ອນນີ້, ທິດກ່ຳ ຍັງເປັນຫວ່ງ ຢູ່ບ່ອນວ່າບາດຕົ້ນເດືອນ ກັນຍາແທ້ໆ ແມ່ນຈະສາມາດ ເປີດສົກຮຽນໃໝ່ໄດ້ໝົດ ທຸກບ່ອນຫລືບໍ່ ເພາະວ່າແຖວ ລ່ອງງື່ມ, ລ່ອງຂອງ, ລ່ອງເຊ ຫລາຍແຫ່ງ ນັບແຕ່ພາກກາງ ໄປຫາພາກໃຕ້ ໂຮງຮຽນຍັງ ຟູມນ້ຳ, ມີໝູ່ມັດສາລອຍ ຄັບທີບເຫັນເຂົາພາກັນໃສ່ ມອງຢູ່ເດີ່ນໂຮງຮຽນມາ ແລ້ວຫລາຍບ່ອນ./.

