ສະຖານທູດຫວຽດນາມສະຫລອງວັນຊາດ 2 ກັນຍາ ຄົບຮອບ 73 ປີ

- vietnam celebration666 - ສະຖານທູດຫວຽດນາມສະຫລອງວັນຊາດ 2 ກັນຍາ ຄົບຮອບ 73 ປີ
- kitchen vibe - ສະຖານທູດຫວຽດນາມສະຫລອງວັນຊາດ 2 ກັນຍາ ຄົບຮອບ 73 ປີ

ໃນວັນທີ 31 ສິງຫານີ້, ທ່ານ ຫງວຽນ ບ໋າ ຮູ່ງ ເອກອັກຄະລັດຖະທູດວິຊາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາລາວ ໄດ້ຈັດງານລ້ຽງສະຫລອງວັນຊາດ ສສ ຫວຽດນາມ ຄົບຮອບ 73 ປີ (2/9/1945-2/9/2018) ຂຶ້ນທີ່​ນະຄອນຫລວງ​ວຽງ​ຈັນ ໂດຍມີທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ​ຕ່າງໆ ພ້ອມ​ດ້ວຍທູຕານຸທູດຕ່າງປະ​ເທດ​ປະຈຳ​ລາວເຂົ້າຮ່ວມນຳ​ດ້ວຍ.

ທ່ານ ຫງວຽນ ບ໋າ ຮູ່ງ ກ່າວວ່າ: 73 ປີທີ່ຜ່ານມາ, ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມໄດ້ຜ່ານຜ່າຄວາມຫຍຸ້ງຍາກ ​ແລະ ສິ່ງທ້າທາຍນາໆປະການ ແລະ ສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງ, ມີຄວາມໝາຍປະວັດສາດ, ຍາດ​ເອົາເອກະລາດແຫ່ງຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ປົກປັກຮັກສາປະເທດຊາດ, ລິເລີ່ມ ແລະ ພວມປະຕິບັດພາລະກິດປ່ຽນແປງໃໝ່. ພິ​ເສດ,ປີ 2017 ເປັນຄັ້ງທໍາອິດພາຍຫລັງຫລາຍປີ, ຫວຽດນາມ ໄດ້ປະຕິບັດສໍາເລັດຢ່າງຮອບດ້ານ ແລະ ລື່ນ 13 ຄາດໝາຍ ​ໃນ​ການພັດທະນາເສດຖະກິດ-ສັງຄົມທີ່​ສະພາ​ແຫ່ງ​ຊາດໄດ້ວາງອອກ. ເສດຖະກິດມະຫາພາກໝັ້ນທ່ຽງ,   ສາມາດຄວບ​ຄຸມ​ໄພເງິນເຟີ້​ໄວ້ໄດ້, ການເກັບ​ລາຍ​ຮັບ ແລະ ​​ການ​ດຸ່ນ​ດຽງ​ໃຫຍ່​ຂອງການ​ພັດທະນາ​ພື້ນ​ຖານ​ເສດ​ຖະ​ກິດ​ລ້ວນ​ແຕ່​ບັນ​ລຸ​ຕາມ​ຄ​າດ​ໝາຍ​ທີ່​ໄດ້​ວາງ​ອອກ,    ການ​ເຕີບ​ໂຕ​ຂອງ GDP ບັນລຸ 6,81%, ຍອດ​ມູນ​ຄ່າ​​ຂາ​ອອກ-ຂາເຂົ້າບັນ​ລຸ 425 ຕື້ໂດ​ລາ​ສະ​ຫະ​ລັດ ຊຶ່ງ​​ເປັນ​ລະດັບສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອ​ດ​ປັດ​ຈຸ​ບັນ; ການດຶງ​ດູດ​​ກາ​ນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ບັນ​ລຸ​ເຖິງ 33 ຕື້ໂດ​ລາ​ສະ​ຫະ​ລັດ. ລັດຖະບານ​ຫວຽດນາມ​ຍາມ​ໃດ​ກໍ​ເອົາການພັດ​ທະ​ນາ​ເສດ​ຖະ​ກິດ​ຕິດ​ພັນ​ກັບ​ການ​ແກ້​ໄຂບັນ​ດາ​ບັນ​ຫາ​ສັງ​ຄົມ ເປັນ​ຕົ້​ນ​ແມ່ນການ​ລຶບ​ລ້າງ​ຄວາມ​ອຶດ​ຫິວ, ຫລຸດ​ຜ່ອນຄ​ວາມ​ທຸກ​ຍາກ, ການ​ເບິ່ງ​ແຍງດູ​ແລ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ ​ແລະ ​ບັນລຸ​ໄດ້​ບັນດາໝາກຜົນ​ທີ່​ສຳຄັນ. ໄປຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ, ພວກ​ເຮົ​າ​ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ມີ​ຄວາມ​ເອກ​ອ້າງ​ທະ​ນົງໃຈ​ທີ່​ເຫັນ​ວ່າ​ໃນຊຸມ​ປີຜ່ານ​ມາ, ສາຍ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ ຫວຽດ​ນາມ-ລາວ ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ, ກຳລັງ​ເຂົ້າ​ສູ່ລວງ​ເລິກ ​ແລະ ​ມີ​ປະສິດທິ​ຜົນ​ກວ່າ​ເກົ່າ. ການ​ພົວ​ພັນ​ດ້ານ​ການ​ເມືອງ, ການຕ່າງ​ປະ​ເທດ​ນັບ​ມື້​ນັບ​ໃກ້ສິດຕິດແທດ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈນັບມື້ນັບ​ໄດ້​ປັບ​ປຸງ ແລະ ​ເພີ່ມ​ທະວີ. ໃນ​ປີ 2017 ສອງ​ຝ່າ​ຍ​ໄດ້​ປະ​ສານ​ສົມ​ທົບກັນ​ຈັດ​ຕັ້ງ​ສຳ​ເລັດຜົນ​ເປັນ​ຢ່າງ​ດີ​ທີ່​ສຸດ ​ຄືປີ​ສາ​ມັກ​ຄີ​ມິດ​ຕະ​ພາບ​​ໄດ້​ຈັດຕັ້ງການ​ສະ​ເຫລີມ​ສະຫລອງວັນ​ສ້າງ​ຕັ້ງ​ ສາຍ​ພົວ​ພັນ​ການ​ທູດ​ຄົບ​ຮອບ 55 ປີ ແລະ ​ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ​ການ​ຮ່​ວມ​ມື ຫວຽດນາມ-ລາວ ​ຄົບ​ຮອບ 40 ປີ ດ້ວຍຫລາຍ​ຮ້ອຍກິດ​ຈະ​ກຳ​ ​ແລະ ຫລາຍ​ຮູບ​ການທີ່​ອຸດົມສົ​ມບູນ. ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ມີບາດກ້າວ​ຂະຫຍາຍຕົວ​ໃໝ່, ຫວຽດ​ນາມ​ສືບ​ຕໍ່​ເປັນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ດ້ານ​ການ​ລົງ​ທຶ​ນ ແລະ ການຄ້າ​ລາຍໃຫ​ຍ່ທີ່​ສຸດ​ຂອງ​ລາວ. ການ​ເຊື່ອມ​ຈອດ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ ເປັນ​ຕົ້​ນ​ແມ່ນການເຊື່ອມ​ຈອດ​ທາງ​ດ້ານ​ຄົມ​ມະ​ນາ​ຄົມ​ກຳລັງ ​ໄດ້ຮັບ​ການ​ຊຸກຍູ້​ຢ່າງ​ແຂງແຮງ, ຂ້າ​ພະ​ເຈົ້​າ​ເຊື່ອ​ໝັ້ນ​ວ່າ​ ໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້, ​ໂດຍ​ມີ​ການ​ຮ່ວມ​ມື​ຂອງ​ຫວຽດນາມ ​ແລະ​ ບັນດາ​ປະ​ເທດ​ອື່ນໆ​ຢູ່​ໃນ​ພາກ​ພື້ນ, ປະ​ເທດ​ລາວ​ຈະ​ກາຍ​ເປັນ​ສູນ​ການ​ເຊື່ອມ​ຈອດ ​ແລະ​ ຜ່ານ​ແດນທີ່​ສໍາ​ຄັນຂອງ​ພາກ​ພື້ນ. ການ​ຮ່ວມ​ມື​​ດ້ານ​ສຶກ​ສາ​ພັດທະ​ນາ​ແຫລ່ງຊັບພະຍາກອນ​ມະນຸດສືບ​ຕໍ່​ເພີ່ມຂຶ້​ນ​ທັງ​ດ້ານຈຳ​ນວນ ແລະ ຄຸນ​ນະພາ​ບ. ການ​ຮ່ວມ​ມື​ດ້ານການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຕ່າງ​ປະ​ເທດນັບ​ມື້​ນັບ​ແໜ້ນ​ແຟ້ນ ອັນ​ໄດ້ປະ​ກອບ​ສ່ວນສຳຄັນເຂົ້າ​ໃນ​ການ​​ຮັກ​ສາສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍໃນ​ສັງ​ຄົມຂອງ​ແຕ່​ລະ​ປະ​ເທດ, ໄດ້ຍົກ​ສູງ​​ອິດ​ທິ​ພົນ​ຂອງ​ຫວຽດ​ນາມ ແລະ ​ລາວ​ ໃນ​ພ​າກ​ພື້ນ ແລະ ​ເວ​ທີ​ສາ​ກົນ. ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ໃນ​ໝູ່ປະ​ຊາ​ຊົນ ໂດຍ​ສະ​ເພາະ​ແມ່ນ​ຄົນ​ຮຸ່ນ​ໜຸ່ມຂອງ​ສອງ​ປະ​ເທດ​ກ່ຽວ​ກັບ​ມູ​ນ​ເຊື້ອ ແລະ​ ຄວາມ​ສຳ​ຄັນ​ພິ​ເສດ​ຂອງ​ສາຍ​ພົ​ວ​ພັນ ​ຫວຽດ​ນາມ-ລາວ ​ໄດ້​ຮັບ​ການ​ດຳ​ເນີນ​ຢ່າງ​ປົ​ກ​ກະ​ຕິ.

- Visit Laos Visit SALANA BOUTIQUE HOTEL - ສະຖານທູດຫວຽດນາມສະຫລອງວັນຊາດ 2 ກັນຍາ ຄົບຮອບ 73 ປີ
- 5 - ສະຖານທູດຫວຽດນາມສະຫລອງວັນຊາດ 2 ກັນຍາ ຄົບຮອບ 73 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!