ລາວເນັ້ນປະຕິບັດນະໂຍບາຍອັດຕາແລກປ່ຽນເພື່ອຮັກສາສະຖຽນລະພາບເງິນຕາ

- lao money - ລາວເນັ້ນປະຕິບັດນະໂຍບາຍອັດຕາແລກປ່ຽນເພື່ອຮັກສາສະຖຽນລະພາບເງິນຕາ
- kitchen vibe - ລາວເນັ້ນປະຕິບັດນະໂຍບາຍອັດຕາແລກປ່ຽນເພື່ອຮັກສາສະຖຽນລະພາບເງິນຕາ

- lao money 300x247 - ລາວເນັ້ນປະຕິບັດນະໂຍບາຍອັດຕາແລກປ່ຽນເພື່ອຮັກສາສະຖຽນລະພາບເງິນຕາ   ທະນາຄານແຫ່ງ ສປປ ລາວ (ທຫລ) ໃຫ້ຮູ້ວ່າ: ການເໜັງຕີງຂອງລາຄາສີນຄ້າ ແລະ ອັດຕາແລກປ່ຽນ, ໄດ້ສົ່ງຜົນກະທົບໂດຍກົງຕໍ່ຄວາມເຊື່ອໝັ້ນຂອງສັງຄົມ, ໂດຍສະເພາະເຮັດໃຫ້ລາຄາສິນຄ້າພາຍໃນປະເທດເພີ່ມຂຶ້ນ, ເກີດບັນຫາເງິນເຟີ້, ທັງເຮັດໃຫ້ການລົງທຶນ ແລະ ການອອມເງິນຂອງສັງຄົມຫລຸດລົງ, ສຸດທ້າຍກໍສົ່ງຜົນສະທ້ອນໃນທາງລົບຕໍ່ການຂະຫຍາຍຕົວດ້ານເສດຖະກິດ. ສະນັ້ນຈຶ່ງມີຄວາມຈໍາເປັນໃນການປະຕິບັດນະໂຍບາຍອັດຕາແລກປ່ຽນ ເພື່ອຮັບປະກັນສະຖຽນລະພາບເງິນຕາແຫ່ງຊາດໃຫ້ໝັ້ນຄົງ.

ທຫລ ໃຫ້ຮູ້ວ່າ: ຈາກສະພາບຕົວຈິງຜ່ານມາ, ສາເຫດຂອງເງິນເຟີ້ຢູ່ປະເທດເຮົາເກີດຈາກປັດໄຈຕົ້ນທຶນເປັນຕົວຍູ້ດັນເປັນຕົ້ນຕໍ, ຍ້ອນມີການນຳເຂົ້າຫລາຍ ແລະ ນຳໃຊ້ຫລາຍສະກຸນເງິນ, ຈາກບັນຫາດັ່ງກ່າວ ທຫລ ຈຶ່ງເນັ້ນໃສ່ການປະຕິບັດນະໂຍບາຍອັດຕາແລກປ່ຽນເປັນຫລັກ ເພື່ອຮັກສາສະຖຽນລະພາບໃຫ້ມີຄວາມສະຫງົບ, ບໍ່ໃຫ້ມີຜົນກະທົບຕໍ່ລາຄາສິນຄ້ານຳເຂົ້າ, ບໍ່ໃຫ້ກະທົບຈາກສະພາບເງິນເຟີ້, ຊຶ່ງໄດ້ກຳນົດຂອບເຂດການເໜັງຕີງອັດຕາແລກປ່ຽນຢູ່ລະດັບບໍ່ໃຫ້ເກີນຕົວເລກດຽວ+/-5%, ກຳນົດອັດຕາແລກປ່ຽນອ້າງອີງກີບຕໍ່ໂດລາສະຫະລັດໃນປະຈຳວັນໃຫ້ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນປະຕິບັດໃນຂອບເຂດ +/-0,25% ສຳລັບເງິນກີບຕໍ່ໂດລາສະຫະລັດ, 0,75% ສຳລັບເງິນກີບທຽບເງິນບາດ (ສະກຸນເງິນໄທ) ແລະ 2% ສຳລັບສະກຸນເງິນອື່ນໆ, ພ້ອມ

ທັງມີການດັດສົມຕະຫລາດເງິນຕາຕ່າງປະເທດໂດຍໃຊ້ຄັງສຳຮອງເງິນຕາຕ່າງປະເທດເມື່ອເຫັນວ່າຈຳເປັນເພື່ອຮັບປະກັນອັດຕາແລກປ່ຽນຢູ່ໃນລະດັບທີ່ກຳນົດ. ຈາກການປະຕິບັດດັ່ງກ່າວໄດ້ເຮັດໃຫ້ອັດຕາແລກປ່ຽນເງິນກີບມີຄວາມສະຫງົບ ແລະ ເຄື່ອນໄຫວໃນຂອບເຂດກຳນົດໄວ້, ເງິນກີບອ່ອນຄ່າປະມານ 0,04% ທຽບໃສ່ເງິນໂດລາສະຫະລັດ ແລະ 0,27% ທຽບໃສ່ເງິນບາດ, ຂະນະດຽວກັນອັດຕາເງິນເຟີ້ຢູ່ໃນລະດັບຕໍ່າ 1,46% ໃນເດືອນມີນາ 2017, ອັນໄດ້ເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນສູງຂຶ້ນ, ທັງສາມາດຈຳກັດໄດ້ການຊຳລະເປັນເງິນຕາຕ່າງປະເທດໃນລະດັບດີສົມຄວນ.

ສໍາລັບບັນຫາທີ່ສັງຄົມມີຄວາມສົນໃຈຫລາຍວ່າ: ໃນສະພາບລາຄາສິນຄ້າມີການເໜັງຕີງສູງຂຶ້ນ ແລະ ການເໜັງຕີງຂອງອັດຕາແລກປ່ຽນເງິນກີບທຽບໃສ່ເງິນໂດລາສະຫະລັດ ແລະ ເງິນບາດ, ໂດຍສະເພາະປະຊາຊົນລຽບຕາມຊາຍແດນ ແລະ ພາກທຸລະກິດນຳເຂົ້າ-ສົ່ງອອກ, ທະນາຄານສາມາດຮັກສາສະຖຽນລະພາບການເງິນ-ເງິນຕາຄືແນວໃດ? ໂດຍທະນາຄານຊີ້ແຈງວ່າ: ເມື່ອສະພາບລາຄາສິນຄ້າ ແລະ ອັດຕາແລກປ່ຽນເງິນກີບທຽບໃສ່ເງິນຕາຕ່າງປະເທດມີການເໜັງຕີງເຮັດໃຫ້ອັດຕາແລກປ່ຽນທາງການ ແລະ ຕະຫລາດແລກປ່ຽນນອກລະບົບຫລຸດລື່ນຫລາຍນັ້ນ, ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນຂອງ ທຫລ ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດເຫັນວ່າແມ່ນບັນຫາໜຶ່ງທີ່ມີຄວາມຫຍຸ້ງຍາກ, ໂດຍສະເພາະໃນເງື່ອນໄຂລາຄານ້ຳມັນມີທ່າອ່ຽງເພີ່ມຂຶ້ນບວກກັບທ່າອ່ຽງເງິນໂດລາສະຫະລັດຢູ່ຕະຫລາດສາກົນແຂງຄ່າຂຶ້ນ, ແມ່ນຈະສົ່ງຜົນກະທົບຕໍ່ຄ່າເງິນໃນພາກພື້ນ ແລະ ສປປ ລາວ. ແຕ່ແນວໃດກໍຕາມ, ໃນສະພາບການຄືດັ່ງກ່າວ ທຫລ ຍັງຈະສູ້ຊົນຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນຂອງຕົນຕາມແຜນເງິນຕາປະຈໍາປີທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ມີຄວາມສະຫງົບທີ່ສຸດ, ໃນນັ້ນຈະສຸມໃສ່ແກ້ໄຂບັນຫາສ່ວນຕ່າງອັດຕາແລກປ່ຽນທາງການ ແລະ ຕະຫລາດນອກລະບົບໃຫ້ກັບເຂົ້າສູ່ສະພາບປົກກະຕິ, ສະໜອງເງິນຕາຕ່າງປະເທດໃຫ້ສັງຄົມໃນລະດັບເໝາະສົມຕາມລະບຽບກົດໝາຍ ແລະ  ປັດຈຸບັນ ທຫລ ພວມທົບທວນການຄຸ້ມຄອງເງິນຕາຕ່າງປະເທດ, ປັບປຸງກົນໄກການສະໜອງເງິນຕາຕ່າງປະເທດແກ່ສັງຄົມໃຫ້ເຂັ້ມງວດ, ຮັດກຸມ ແລະ ຈະດຳເນີນການປະມູນການຊື້-ຂາຍເງິນຕາຕ່າງປະເທດໃຫ້ມີປະສິດທິຜົນ.

- 3 - ລາວເນັ້ນປະຕິບັດນະໂຍບາຍອັດຕາແລກປ່ຽນເພື່ອຮັກສາສະຖຽນລະພາບເງິນຕາ
- 5 - ລາວເນັ້ນປະຕິບັດນະໂຍບາຍອັດຕາແລກປ່ຽນເພື່ອຮັກສາສະຖຽນລະພາບເງິນຕາ
- 4 - ລາວເນັ້ນປະຕິບັດນະໂຍບາຍອັດຕາແລກປ່ຽນເພື່ອຮັກສາສະຖຽນລະພາບເງິນຕາ