ບັງກະລາເທດຫ້າມຄົນຂັບລົດຈັກ ບໍ່ໃສ່ໝວກກັນກະທົບໃສ່ນ້ຳມັນ
ເຈົ້າໜ້າທີ່ຕຳຫລວດບັງກະລາເທດເປີດເຜີຍໃນວັນທີ 5 ກັນຍາວ່າ: ຄົນຂັບລົດຈັກທີ່ບໍ່ໃສ່ໝວກກັນກະທົບຈະບໍ່ໄດ້ຮັບອະນຸຍາດໃຫ້ໃສ່ນ້ຳມັນໃນນະຄອນຫລວງທາກາ ເມືອງຫລວງຂອງບັງກະລາເທດ.
ຜູ້ບັນຊາການຕຳຫລວດຂອງນະຄອນຫລວງທາກາ ກ່າວວ່າ: ເຈົ້າໜ້າທີ່ໄດ້ແຈ້ງໄປຫາເຈົ້າຂອງປ້ຳນ້ຳມັນແລ້ວວ່າ: ບໍ່ໃຫ້ຈຳໜ່າຍນ້ຳມັນໃຫ້ຄົນຂັບຂີ່ລົດຈັກທີ່ບໍ່ໃສ່ໝວກກັນກະທົບ. ນອກຈາກນັ້ນ ລົດຈັກຈະອະນຸຍາດໃຫ້ມີຄົນຊ້ອນໄດ້ພຽງ 1 ຄົນເທົ່ານັ້ນ ແລະ ຈະຕ້ອງໃສ່ໝວກກັນກະທົບນຳ. ຄຳສັ່ງດັ່ງກ່າວເກີດຂຶ້ນຫລັງຈາກເກີດເຫດປະທ້ວງທົ່ວນະຄອນຫລວງທາກາ ແລະ ເມືອງອື່ນໆທົ່ວປະເທດ ໃນເດືອນສິງຫາຜ່ານມາ ໂດຍນັກຮຽນຫລາຍພັນຄົນໄດ້ເດີນຂະບວນຕາມຖະໜົນຮຽກຮ້ອງໃຫ້ທາງການຈັດລະບຽບຄວາມປອດໄພໃນທ້ອງຖະໜົນໃຫ້ເຂັ້ມງວດຍິ່ງຂຶ້ນ, ຫລັງຈາກເກີດເຫດລົດເມທີ່ຂັບດ້ວຍຄວາມໄວສູງຕຳໄວລຸ້ນທີ່ຍ່າງຢູ່ແຄມທາງຈົນເສຍຊີວິດ. ໃນຂະນະດຽວກັນ, ນາຍົກລັດຖະມົນຕີ ຊີກ ຮາສິນາ ແລະ ຄະນະລັດຖະບານ ໃຫ້ເຫັນພ້ອມກົດໝາຍຂົນສົ່ງສະບັບໃໝ່ທີ່ມີບົດລົງໂທດຜູ້ກະທຳຄວາມຜິດໜັກກວ່າເກົ່າ.