ພະຍາດຍ່ຽວໜູອັນຕະລາຍທີ່ມາກັບຍາມຝົນ ແລະ ນຳ້ຖ້ວມ


ຝົນຕົກ – ນຳ້ຖ້ວມ ນອກຈາກຈະເປັນສິ່ງທີ່ເຮົາຫລີກເວັ້ນບໍ່ໄດ້ແລ້ວ ຍັງນຳມາເຊິ່ງອັນຕະລາຍອື່ນທີ່ສາມາດຂ້າຊີວິດຜູ້ຄົນໄດ້ບໍ່ໜ້ອຍ ນັ້ນກໍແມ່ນ ພະຍາດຍ່ຽວໜູ.
ພະຍາດຍ່ຽວໜູ ຫລື ຊື່ເປັນທາງການແມ່ນພະຍາດເລັບໂຕສໄປໂຣຊິສ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍມີຕົ້ນເຫດມາ ຈາກເຊື້ອແບັກທີເຣຍຊື່ເລັບໂຕສໄປຣ່າ ທີ່ມັກອາໄສຢູ່ໃນອະໄວຍະວະຕ່າງໆຂອງສັດ ເຊັ່ນ : ໜູ, ໝາ, ງົວ, ຄວາຍ, ແບ້, ແກະ ແລະ ສັດລ້ຽງໃນເຮືອນອື່ນໆ ໂດຍສະເພາະຢູ່ໝາກໄຂ່ຫລັງ ຈຶ່ງເຮັດໃຫ້ເມື່ອສັດເຫລົ່ານີ້ຂັບຖ່າຍອາຈົມ ຫລື ຍ່ຽວອອກມາຕາມພື້ນຖະໜົນຫົນທາງສາທາລະນະ ປະປົນກັບນຳ້ຖ້ວມຂັງຫລັງຝົນຕົກ ເຮັດໃຫ້ເຊື້ອແບັກທີເຣຍເຫລົ່ານີ້ເຂົ້າສູ່ຮ່າງກາຍຂອງຄົນຜ່ານທາງບາດແຜຢູ່ຕີນ, ແຈເລັບ ແລະ ຂາ. ນອກຈາກໃນຍາມນຳ້ຖ້ວມຂັງຍາມຝົນແລ້ວ ຊາວນາ, ຊາວໄຮ່, ຊາວສວນ ແລະ ພໍ່ຄ້າແມ່ຄ້າໃນຕະຫລາດສົດທີ່ຕ້ອງຍ່າງຍໍ່າໃນພື້ນທີ່ນຳ້ຂັງຕະຫລອດ ມີໂອກາດໄດ້ຮັບເຊື້ອຈາກອາຈົມ ແລະ ຍ່ຽວສັດເທິງພື້ນດິນໄດ້ຄືກັນ.
ອາການຂອງພະຍາດຍ່ຽວໜູ ຫລັງຈາກຜູ້ປ່ວຍໄດ້ຮັບເຊື້ອເປັນເວລາ 5 – 14 ມື້ ຈຶ່ງຈະສາມາດສັງເກດເຫັນອາການໄດ້ ດັ່ງນີ້ :
- ໄລຍະເຊື້ອເຂົ້າກະແສເລືອດ : ຜູ້ປ່ວຍຈະມີອາການເຈັບຫົວ, ບໍລິເວນໜ້າຜາກ, ຫລັງຕາ ຫລື ອາດຈະປວດຂະໝັບທັງສອງເບື້ອງ, ປວດເກັງກ້າມຊີ້ນບໍລິເວນບີແຂ່ງ, ກົກຂາ ແລະ ມີໄຂ້. ໃນບາງຄົນອາດມີອາການເບື່ອອາຫານ, ວິນຫົວປວດຮາກ, ຖອກທ້ອງ ຫລື ຕາແດງ ເນື່ອງຈາກເສັ້ນເລືອດຂະຫຍາຍ ໂດຍບໍ່ມີອາການອັກເສບ.
- ໄລຍະຮ່າງກາຍສ້າງພູມຕ້ານທານ : ຫລັງຈາກມີໄຂ້ເປັນໄລຍະເວລາ 7 ມື້ ໄຂ້ຈະຫລຸດລົງ 1 – 2 ມື້ ແລະ ຈະກັບມາມີໄຂ້ສູງອີກຄັ້ງ, ເຈັບຫົວ, ສັບສົນ, ເຊື່ອງຊຶງ, ເບື່ອອາຫານ, ເຍື່ອຫຸ້ມສະໝອງອັກເສບ, ເຍື່ອຕາອັກເສບ, ມີຕຸ່ມແດງ ແລະ ການເຮັດວຽກຂອງຕັບ ແລະ ໝາກໄຂ່ຫລັງຜິດປົກກະຕິ. ນອກຈາກນີ້ ຍັງມີອາການອື່ນໆທີ່ສົ່ງຜົນກະທົບໄປທົ່ວຮ່າງກາຍອີກຫລວງຫລາຍ ເຊັ່ນ : ໂຕເຫລືອງ (ຂີ້ໝາກເຫລືອງ), ມ້າມໃຫຍ່, ເກັດເລືອດຕໍ່າ ແລະ ອື່ນໆ.
– ວິທີປິ່ນປົວຜູ້ປ່ວຍພະຍາດຍ່ຽວໜູ : ພົບແພດຢ່າງໄວທີ່ສຸດ ເມື່ອຮູ້ໂຕວ່າເຄີຍລຸຍນຳ້ຖ້ວມຂັງໃນໄລຍະ 1 – 3 ອາທິດທີ່ຜ່ານມາ ແພດຈະດຳເນີນການປິ່ນປົວໂດຍໃຫ້ຢາປົວພະຍາດເພື່ອຂ້າເຊື້ອຕາມອາການ ແລະ ຄວາມຮຸນແຮງຂອງພະຍາດ ຍິ່ງພົບແພດໄວ ຍິ່ງມີໂອກາດເຊົາໄວ ໂດຍສ່ວນຫລາຍຜູ້ປ່ວຍທີ່ເສຍຊີວິດແມ່ນຍ້ອນໄປພົບແພດຊ້າເກີນໄປ.
– ວິທີປ້ອງກັນຈາກພະຍາດຍ່ຽວໜູ :
- ໃສ່ເກີບໂບກຍາວທຸກເທື່ອເມື່ອຕ້ອງລຸຍນຳ້ຂັງ ຫາກບໍ່ມີໂອກາດໄດ້ໃສ່ເກີບໂບກ ເມື່ອລຸຍນຳ້ຂັງມາແລ້ວໃຫ້ຟ້າວລ້າງຕີນດ້ວຍຜະລິດຕະພັນຂ້າເຊື້ອພະຍາດໂດຍໄວ.
- ຫລີກເວັ້ນການຍ່າງ ຫລື ສຳຜັດນຳ້ຂັງໃນພື້ນທີ່ສາທາລະນະຕ່າງໆ.
- ໝັ່ນເຮັດຄວາມສະອາດບໍລິເວນໃນເຮືອນ ແລະ ນອກເຮືອນ ຫາກລ້ຽງສັດໄວ້ໃນເຮືອນ ຫລື ບໍລິເວນເຮືອນ ໝັ່ນເຮັດຄວາມສະອາດ, ກຳຈັດອາຈົມ ແລະ ຍ່ຽວຂອງສັດຢູ່ເປັນປະຈຳ.
- ລ້າງມືລ້າງຕີນໃຫ້ສະອາດທຸກເທື່ອ ຫາກມີຄວາມຈຳເປັນຕ້ອງສຳຜັດ ຫລື ຈັບພາຊະນະບັນຈຸອາຈົມ ຫລື ຍ່ຽວຂອງສັດ.
- ພະຍາຍາມຢ່າຕັດເລັບຕີນສັ້ນເກີນໄປຈົນເກີດບາດແຜ ຕີນເປັນຕຳແໜ່ງທີ່ເຊື້ອພະຍາດຈາກບ່ອນຕ່າງໆສາມາດເຂົ້າສູ່ຮ່າງ ກາຍໄດ້ງ່າຍ.