ພຽງ 6 ​ເດືອນ ມູນ​ຄ່າການ​ຄ້າ ລະຫວ່າງ ລາວ-​ໄທ ​ເພີ່ມ​ຂຶ້ນ 17%

- Thai Trading - ພຽງ 6 ​ເດືອນ ມູນ​ຄ່າການ​ຄ້າ ລະຫວ່າງ ລາວ-​ໄທ ​ເພີ່ມ​ຂຶ້ນ 17%
- kitchen vibe - ພຽງ 6 ​ເດືອນ ມູນ​ຄ່າການ​ຄ້າ ລະຫວ່າງ ລາວ-​ໄທ ​ເພີ່ມ​ຂຶ້ນ 17%

​ໃນ​ໂອກາດ​​ເຂົ້າ​ຮ່ວມ​ງານ​ວາງສະ​ແດງໄທສິນຄ້າ 5 ​ແຂວງ ພາກ​ໃຕ້​ຂອງ​ໄທ ຊຶ່ງ​ຈັດ​ຂຶ້ນ ​ເມື່ອ​ບໍ່ດົນ​ມານີ້ ຢູ່ ສູນ​ການ​ຄ້າວຽງຈັນ​ເຊັນ​ເຕີ ນະຄອນຫລວງ​ວຽງຈັນ, ທ່ານ ນາງ ລັດຕະນາ ​ເທີຍ​ວິ​ສີດ​ສະກຸນ ຜູ້​ກວດກາ​ກະຊວງ ພານິດ (ປະ​ເທດ​ໄທ) ​ໃຫ້​ສຳພາດ​ຕໍ່ສື່​ມວນ​ຊົນ​ວ່າ: ປະ​ເທດ​ໄທ ​ເປັນອັນ​ດັບທີ 2 ຂອງການ​ລົງ ທຶນ​ຕ່າງປະ​ເທດ  ຢູ່ ສປປ ລາວ ​ເຊິ່ງ​ໃນ​ປີ 2017  ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ບັນລຸ​ໄດ້ 3.459 ລ້ານໂດ​ລາ​ສະຫະລັດ,  ​ເພີ່ມ​ຂຶ້ນ 17,01% ​ເມື່ອທຽບ​ໃສ່​ປີ 2017.  ນັບ​ແຕ່​ປີ 2015 ການ​ຄ້າ​ສອງ​ຝ່າຍ​ເພີ່ມຂຶ້ນ ​ໂດຍ​ສະ​ເລ່ຍປະມານ 4%  ຕໍ່​ປີ. ສຳລັບ ​6 ​ເດືອນ​ຕົ້ນ​ປີ 2018  ມູນ​ຄ່າ​ການ​ຄ້າສອງ​ຝ່າຍ​ເພີ່ມ​ຂຶ້ນ 17%​ ທຽບ​ໃສ່​ໄລຍະ​ດຽວກັນ​ຂອງ​ປີຜ່ານມາ ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ ທັງ​ສອງ​ຝ່າຍ  ຕ້ອງ​​ໄດ້ຊຸກ​ຍູ້​ຮ່ວມ​ກັນ​ຕື່ມ  ​ເພື່ອ​​ໃຫ້ບັນລຸ​ມູນ​ຄ່າ​ການ​ຄ້າ ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ​10 ພັນ​ລ້ານ​ໂດ​ລາ​ສະຫະລັດ ​ໃນ​ປີ 2021.

ສປປ ລາວ ​ເປັນອັນ​ດັບ​ສອງ​ຂອງ​ການ​ຄ້າ​ຊາຍ​ແດນ​ກັບ​ໄທ​ຫລາຍ​ທີ່​ສຸດ ​ເຊິ່ງກວມ​ເອົາ 20% ​ໃນ​ຈຳນວນ 4 ປະ​ເທດ​ຄື: ອັນ​ດັບ 1 ມາ​ເລ​ເຊຍ 50,33%,  ອັນ​ດັບ 3. ມຽນມາ 17,5% ​ແລະ ອັນ​ດັບ 4. ກຳປູ​ເຈຍ 12,7% ປັດ​ໄຈ​ທີ່​ເຮັດ​ໃຫ້ການ​ຄ້າ​ລາວ-​ໄທ ມີ​ການ​ເຕີບ​​ໂຕ​ຫລາຍ​ຂຶ້ນ ຍ້ອນ​ມີ​ການ​ປັບ​ຄ່າ​ແຮງ​ຂັ້ນ​ຕໍ່າ​ຈາກ 9 ​ແສນ​ກີບ ​ເປັນ 1,1 ລ້ານ​ກີບ ​ເຮັດ​ໃຫ້​ຄົນ​ລາວ​ມີ​ກຳລັງ​ຊື້ສູງ​ຂຶ້ນ ​

- Visit Laos Visit SALANA BOUTIQUE HOTEL - ພຽງ 6 ​ເດືອນ ມູນ​ຄ່າການ​ຄ້າ ລະຫວ່າງ ລາວ-​ໄທ ​ເພີ່ມ​ຂຶ້ນ 17%
- 5 - ພຽງ 6 ​ເດືອນ ມູນ​ຄ່າການ​ຄ້າ ລະຫວ່າງ ລາວ-​ໄທ ​ເພີ່ມ​ຂຶ້ນ 17%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!